ສິດທິສະເພາະທີ່ເປັນຂອງຄົນພື້ນເມືອງ ແລະ ເປັນທີ່ຮັບຮູ້ໃນຫຼາກຫຼາຍເຄື່ອງມືກົດໝາຍລະຫວ່າງປະເທດ, ເຊັ່ນ: “ຖະແຫຼງການຂອງສະຫະປະຊາຊາດວ່າດ້ວຍສິດທິຂອງຄົນພື້ນເມືອງ (UNDRIP),” “ສົນທິສັນຍາສະບັບເລກທີ 169 ຂອງອົງການແຮງງານລະຫວ່າງປະເທດ (ILO 169)”, “ສົນທິສັນຍາວ່າດ້ວຍຊີວະນາໆພັນ (CBD)”, “ໂຄງຮ່າງສິ່ງແວດລ້ອມ ແລະ ສັງຄົມ” ຂອງWorld Bank ແລະ ມາດຕະຖານຜົນການດຳເນີນງານທາງສິ່ງແວດລ້ອມ ແລະ ສັງຄົມຂອງບໍລິສັດການເງິນລະຫວ່າງປະເທດ (IFC), ພ້ອມທັງກົດໝາຍຂອງປະເທດເຈົ້າພາບ. ຄົນພື້ນເມືອງສາມາດດຳເນີນການສົນທະນາ ແລະ ການຕັດສິນໃຈຂອງພວກເຂົາເອງຮ່ວມກັນຢ່າງເປັນອິດສະຫຼະໃນສະພາບແວດລ້ອມທີ່ພວກເຂົາບໍ່ໄດ້ຮູ້ສຶກຄືກັບຖືກຂົ່ມຂູ່ ແລະ ພວກເຂົາມີເວລາພຽງພໍໃຫ້ສົນທະນາກັນເປັນພາສາຂອງພວກເຂົາເອງໃນເລື່ອງຕ່າງໆທີ່ສົ່ງຜົນກະທົບຕໍ່ສິດທິຂອງພວກເຂົາ, ຊັບພະຍາກອນທຳມະຊາດໃນທີ່ດິນຂອງພວກເຂົາ, ດິນແດນ, ການດຳລົງຊີວິດ, ຄວາມຮູ້, ໂຄງສ້າງທາງສັງຄົມ, ທຳນຽມ, ລະບົບການປົກຄອງ ແລະ ວັດທະນະທຳ ຫຼື ມໍລະດົກ (ຈັບຕ້ອງໄດ້ ແລະ ຈັບຕ້ອງບໍ່ໄດ້). ມັນອະນຸຍາດໃຫ້ພວກເຂົາສາມາດໃຫ້ການຍິນຍອມ ຫຼື ລະງັບຄວາມຍິນຍອມຕໍ່ໂຄງການທີ່ອາດສົ່ງຜົນກະທົບຕໍ່ພວກເຂົາ ຫຼື ດິນແດນຂອງພວກເຂົາ. ຫຼັງຈາກທີ່ພວກເຂົາໃຫ້ການຍິນຍອມຂອງພວກເຂົາ, ພວກເຂົາສາມາດຖອນມັນໃນຂັ້ນຕອນໃດໜຶ່ງ. ຍິ່ງໄປກວ່ານັ້ນ, FPIC ເຮັດໃຫ້ພວກເຂົາສາມາດເຈລະຈາເງື່ອນໄຂໃນການອອກແບບ, ການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ການປະເມີນໂຄງການ.
ທຸກອົງປະກອບທີ່ຢູ່ພາຍໃນ FPIC ແມ່ນເຊື່ອມໂຍງກັນ ແລະ ບໍ່ຄວນປະຕິບັດພວກມັນໂດຍແຍກອອກຈາກກັນ. ສາມອົງປະກອບທຳອິດ (ໂດຍສະໝັກໃຈ, ເກີດຂຶ້ນກ່ອນລ່ວງໜ້າ ແລະ ໄດ້ຮັບຂໍ້ມູນ) ເຂົ້າເກນເງື່ອນໄຂ ແລະ ກຳນົດເງື່ອນໄຂການຍິນຍອມເປັນຂະບວນການຕັດສິນໃຈ. ເວົ້າໂດຍສັງເຂບກໍຄື ຄວນມີການຍິນຍອມກ່ອນທີ່ໂຄງການ, ແຜນການ ຫຼື ການດຳເນີນການໃດໜຶ່ງຈະສາມາດເກີດຂຶ້ນໄດ້ (ລ່ວງໜ້າ), ມັນຄວນມີການຕັດສິນໃຈຢ່າງເປັນອິດສະຫຼະ (ສະໝັກໃຈ) ແລະ ອີງໃສ່ຂໍ້ມູນທີ່ຖືກຕ້ອງ, ກົງເວລາ ແລະ ພຽງພໍໃນລັກສະນະທີ່ແທດເໝາະກັບວັດທະນະທຳ (ໄດ້ຮັບຂໍ້ມູນ) ເພື່ອທີ່ພິຈາລະນາວ່າມັນເປັນຜົນໄດ້ຮັບທີ່ຖືກຕ້ອງ ຫຼື ຜົນຕາມມາຂອງຂະບວນການຕັດສິນໃຈຮ່ວມກັນ.