Skip to main content
ລາຍການກວດກາ
03

ການກະກຽມ ແລະ ການຈັດຕັ້ງປະຕິບັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA)

ຄຳອະທິບາຍ

ຜູ້ສະໜອງທຶນຄວນຮຽກຮ້ອງໃຫ້ນັກພັດທະນາ ແລະ ຜູ້ຮັບເໝົານໍາໃຊ້ວິທີການ ແລະ ເຄື່ອງມືທີ່ເໝາະສົມເພື່ອດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA)1 ຢ່າງຖືກຕ້ອງ, ກົງໄປກົງມາ ແລະ ມີລາຍລະອຽດທົ່ວເຖິງສຳລັບແຕ່ລະໂຄງການທີ່ນໍາສະເໜີ. ຄວນປັບລະດັບການປະເມີນໃຫ້ເໝາະສົມກັບຜົນກະທົບ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນ, ໂດຍທີ່ໂຄງການທີ່ມີຄວາມສ່ຽງສູງກວ່າຈຳເປັນຕ້ອງມີ ESIA ທີ່ເຂັ້ມງວດ ແລະ ຄອບຄຸມຫຼາຍກວ່າ. ທີ່ປຶກສາ ESIA, ເຊິ່ງເປັນຜູ້ຊ່ຽວຊານທີ່ຈ້າງງານໂດຍນັກພັດທະນາໃນລະຫວ່າງການກຳນົດຂອບເຂດໂຄງການ, ຄວນລະບຸ ແລະ ປະເມີນຜົນກະທົບ ແລະ ຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ມີສ່ວນຮ່ວມກັບຜູ້ຖືຜົນປະໂຫຍດຮ່ວມໃນລັກສະນະທີ່ກວມລວມ, ມີຄວາມອ່ອນໄຫວໃນເລື່ອງເພດ ແລະ ແທດເໝາະກັບວັດທະນະທຳ; ແລະ ນໍາສະເໜີຂໍ້ມູນຄົ້ນພົບ, ຂໍ້ສະເໜີ ແລະ ຂໍ້ສະຫຼຸບຂອງພວກເຂົາໃນລາຍງານ ESIA. ຫຼັງຈາກທີ່ ESIA ສະບັບຮ່າງ ແລະ ສົມບູນໄດ້ຖືກພັດທະນາຂຶ້ນໂດຍທີ່ປຶກສາ ESIA, ນັກພັດທະນາ ແລະ ຜູ້ຮັບເໝົາຄວນແບ່ງປັນລາຍງານກັບຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ, ພ້ອມທັງຜູ້ຖືຜົນປະໂຫຍດຮ່ວມຫຼັກ, ເຊິ່ງລວມເຖິງປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO), ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານ, ໃຫ້ພິຈາລະນາ, ທົບທວນ ແລະ ອະນຸມັດ.

ESIA ເຮັດໃຫ້ທີ່ປຶກສາ ESIA ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆທີ່ກ່ຽວຂ້ອງໃນໂຄງການ BRI ສາມາດວິເຄາະຜົນກະທົບທາງກົງ, ທາງອ້ອມ, ສະສົມ ແລະ ຊັກຈູງ ແລະ ຄວາມສ່ຽງຕໍ່ປະຊາຊົນໃນທ້ອງຖິ່ນ, ເສດຖະກິດ ແລະ ສິ່ງແວດລ້ອມຢ່າງເຕັມຮູບແບບ ເຊິ່ງສາມາດເກີດຂຶ້ນຕະຫຼອດວົງຈອນຊີວິດຂອງໂຄງການ. ໃນຂະນະທີ່ກຳລັງກະກຽມ ແລະ ຈັດຕັ້ງປະຕິບັດ ESIA, ທີ່ປຶກສາ ESIA ຄວນຮ້ອງຂໍຄຳຕິຊົມຢ່າງຕໍ່ເນື່ອງຈາກຜູ້ຖືຜົນປະໂຫຍດຮ່ວມຫຼັກ ແລະ ຕັ້ງໃຈພະຍາຍາມສົນທະນາກ່ຽວກັບໂຄງການກັບກຸ່ມຄົນ ແລະ ບຸກຄົນທີ່ບອບບາງ ແລະ ດ້ອຍໂອກາດ. ການປະເມີນເຫຼົ່ານີ້ໃຫ້ທີ່ປຶກສາ ESIA ມີໂອກາດທີ່ຈະບໍ່ພຽງແຕ່ອັບເດດ ແລະ ພິສູດຢືນຢັນຂໍ້ມູນພື້ນຖານ ແລະ ຂໍ້ສັນນິດຖານ, ແຕ່ຍັງເຮັດໃຫ້ສາມາດເກັບກຳຂໍ້ມູນໃໝ່ໆກ່ຽວກັບຜົນກະທົບ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນ. ການເຂົ້າເຖິງຂໍ້ມູນທັງໝົດທີ່ກ່ຽວຂ້ອງຈະອະນຸຍາດໃຫ້ທີ່ປຶກສາ ESIA ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆສາມາດພິຈາລະນາທາງເລືອກຂອງໂຄງການ ແລະ ມາດຕະການສະເພາະເພື່ອຫຼີກເວັ້ນ, ຫຼຸດຜ່ອນ ແລະ ຊົດໃຊ້ ຫຼື ຊົດເຊີຍສຳລັບຜົນກະທົບທາງລົບ ແລະ ຄວາມສ່ຽງໃນການກະກຽມສຳລັບແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP) ທີ່ສອດຄ່ອງກັນ. ໃນເວລາດຽວກັນ, ທີ່ປຶກສາ ESIA ສາມາດສົ່ງເສີມການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນການຍົກລະດັບການນໍາໃຊ້ທີ່ດິນ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ (NRM), ການຮ່ວມມືກັບຊຸມຊົນໃນທ້ອງຖິ່ນ ແລະ ການໃຫ້ອຳນາດແກ່ແມ່ຍິງ ແລະ ກຸ່ມຄົນອື່ນໆທີ່ບອບບາງ ແລະ ດ້ອຍໂອກາດເພື່ອທີ່ຈະມີໂອກາດເທົ່າທຽມກັນ. ດ້ວຍເອກະສານ ESIA ທີ່ຄົບຖ້ວນສົມບູນສຳລັບໂຄງການທີ່ພວກເຂົານໍາສະເໜີ, ນັກພັດທະນາ ແລະ ຜູ້ຮັບເໝົາສາມາດດຳເນີນການຕັດສິນໃຈທີ່ມີປະສິດທິພາບສູງສຸດ ແລະ ຮັບຊາບເຖິງຂໍ້ມູນຢ່າງຄົບຖ້ວນກ່ຽວກັບປະເພດຂອງໂຄງການ, ການອອກແບບ, ສະຖານທີ່, ຂອບເຂດ ແລະ ຂະໜາດ.

ມັນເຮັດວຽກແນວໃດ?

ສຳລັບໂຄງການຢູ່ຕ່າງປະເທດ: 

ລັດຖະບານຈີນຄວນ:2

  • ໃຫ້ການບໍລິການປຶກສາຫາລືກ່ຽວກັບການປະເມີນຄວາມສ່ຽງຕໍ່ສິ່ງແວດລ້ອມສຳລັບໂຄງການທີ່ຢູ່ຕ່າງປະເທດ.

  • ຈັດຕັ້ງແພລັດຟອມແບ່ງປັນຂໍ້ມູນສິ່ງແວດລ້ອມເພື່ອຍົກລະດັບການບໍລິການແນະນໍາ ແລະ ການຮ່ວມມືກ່ຽວກັບການປະເມີນຄວາມສ່ຽງຕໍ່ສິ່ງແວດລ້ອມ.

  • ໃຫ້ການຊີ້ນໍາແກ່ນັກພັດທະນາ ແລະ ຜູ້ຮັບເໝົາກ່ຽວກັບການຈັດຕັ້ງປະຕິບັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA) ຕາມຂໍ້ກຳນົດຂອງປະເທດເຈົ້າພາບ.

 

ຜູ້ສະໜອງທຶນ ຄວນ:

  • ໃຫ້ຄວາມສຳຄັນກັບການຝຶກອົບຮົມກ່ຽວກັບຂັ້ນຕອນ ESIA ສຳລັບນັກພັດທະນາ ແລະ ຜູ້ຮັບເໝົາ.3
  • ຮັບປະກັນວ່າມີການກວດສອບວິເຄາະສະຖານະຢ່າງຄົບຖ້ວນ, ທົ່ວເຖິງ ແລະ ລະອຽດໃນ “ການອະນຸມັດສິນເຊື່ອ.”4
    • ນໍາໃຊ້ຂະແໜງການຂອງໂຄງການ, ພ້ອມທັງກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບ, ເພື່ອກຳນົດຄວາມຮັບຜິດຊອບໃນການກວດສອບວິເຄາະສະຖານະທາງສິ່ງແວດລ້ອມ ແລະ ສັງຄົມຂອງພວກເຂົາເອງ, ເຊິ່ງສາມາດຄອບຄຸມ:
      • ສະພາບການໃຊ້ແຮງງານ ແລະ ການເຮັດວຽກ.
      • ການຄຸ້ມຄອງວັດຖຸລະເບີດ ແລະ ສານເຄມີ.
      • ການປ້ອງກັນ ແລະ ການຄວບຄຸມມົນລະພິດ.
      • ສຸຂະພາບ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊຸມຊົນ.
      • ການເອົາທີ່ດິນ ແລະ ການຍົກຍ້າຍຈັດສັນ່ໂດຍບໍ່ສະໝັກໃຈ.
      • ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດຢ່າງຍືນຍົງ.
      • ຄົນພື້ນເມືອງ.
      • ມໍລະດົກທາງວັດທະນະທຳ.
      • ໂສ້ອຸປະທານ.
      • ລະບົບການປະເມີນ ແລະ ການຄຸ້ມຄອງຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງນັກພັດທະນາ ແລະ ຜູ້ຮັບເໝົາ.
    • ເສີມສ້າງການກວດສອບວິເຄາະສະຖານະ ແລະ ການປະເມີນຄວາມສ່ຽງຕໍ່ສະພາບແວດລ້ອມທາງເສດຖະກິດ, ກົດໝາຍ, ການເມືອງ ແລະ ສັງຄົມ.5
      • ດຳເນີນການປະເມີນຜົນກະທົບຕໍ່ສັງຄົມ (SIA) ທີ່ປະກອບມີຜົນກະທົບຕໍ່ສັງຄົມ-ເສດຖະກິດ, ໂດຍສະເພາະແມ່ນການໃຊ້ແຮງງານ, ເງື່ອນໄຂການຈ້າງງານ, ຄວາມໝັ້ນຄົງຂອງສັງຄົມ, ສຸຂະພາບ, ການເອົາທີ່ດິນ ແລະ ການປົກປ້ອງສຳລັບຜູ້ອົບພະຍົບ ແລະ ຜົນກະທົບຕໍ່ຊັບພະຍາກອນທຳມະຊາດ ແລະ ສະພາບແວດລ້ອມທາງສັງຄົມ.6
      • ດຳເນີນການກວດສອບວິເຄາະສະຖານະສິ່ງແວດລ້ອມສຳລັບການປ່ອຍກູ້ ແລະ ກິດຈະກຳອື່ນໆ.7
    • ໃນກໍລະນີທີ່ຈຳເປັນ, ພິຈາລະນາທີ່ຈະຂໍຄວາມຊ່ວຍເຫຼືອຈາກພາກສ່ວນທີສາມທີ່ເປັນອິດສະຫຼະ ແລະ ໜ່ວຍງານທີ່ມີອຳນາດ.
      • ສະໜັບສະໜູນການສືບສວນອິດສະຫຼະຢູ່ພາກສະໜາມ ແລະ ການກວດສອບຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ.8

 

ໃນຕອນຕົ້ນຂອງຂັ້ນຕອນການວາງແຜນກ່ອນໂຄງການ, ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ:

  • ທົບທວນ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບທີ່ກ່ຽວກັບ ESIA ຢ່າງເຂັ້ມງວດ.9
  • ຈ້າງພາກສ່ວນທີສາມທີ່ເປັນອິດສະຫຼະເພື່ອປະເມີນຕາມຫຼັກປະຕິບັດການກວດສອບວິເຄາະສະຖານະຂອງພວກເຂົາເອງ. ໃຫ້ການຊ່ວຍເຫຼືອແກ່ນັກພັດທະນາ, ຜູ້ຮັບເໝົາ ຫຼື ຜູ້ຮັບເໝົາລາຍຍ່ອຍລາຍອື່ນໆໃນການປັບປຸງການປະຕິບັດການກວດສອບວິເຄາະສະຖານະຂອງພວກເຂົາ.10
  • ຈ້າງທີ່ປຶກສາ ESIA ເພື່ອກະກຽມລາຍງານ ESIA ທີ່ລະບຸ ແລະ ປະເມີນຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງແຕ່ລະໂຄງການ.11

 

ໂດຍໄດ້ຮັບການສະໜັບສະໜູນຈາກນັກພັດທະນາ (ແລະ ຜູ້ຮັບເໝົາ), ທີ່ປຶກສາ ESIA ຄວນ:

  • ດຳເນີນ ESIA ຕາມຫຼັກປະຕິບັດທີ່ດີສຸດຂອງປະເທດຈີນ ແລະ/ຫຼື ລະຫວ່າງປະເທດເພື່ອແກ້ໄຂຂໍ້ບົກຜ່ອງໃນກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບ.12
    • ນໍາໃຊ້ຂໍ້ມູນສັງຄົມ ແລະ ສິ່ງແວດລ້ອມໃນເສັ້ນຖານຈາກການກຳນົດຂອບເຂດໂຄງການ.
    • ປະເມີນຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນເຊິ່ງກ່ຽວຂ້ອງກັບສັງຄົມ, ການຄອບຄອງທີ່ດິນ, ສິ່ງແວດລ້ອມ ແລະ ສະຖຽນລະພາບທາງເສດຖະກິດ.13
      • ດຳເນີນ EIA ຢ່າງລະອຽດສຳລັບແຕ່ລະໂຄງການ.14 ກຳນົດປະລິມານມົນລະພິດທີ່ແຕ່ລະໂຄງການສາມາດສ້າງຂຶ້ນ.15
      • ດຳເນີນSIA ຢ່າງຄອບຄຸມສຳລັບແຕ່ລະໂຄງການ.16 ລະບຸຜົນກະທົບທາງກົງ ແລະ ທາງອ້ອມຂອງໂຄງການທີ່ກ່ຽວຂ້ອງກັບສິດທິມະນຸດ, ການໃຊ້ແຮງງານ, ການຈ້າງງານ, ເພດ, ສຸຂະພາບ ແລະ ຂໍ້ຂັດແຍ່ງ.17
  • ປະສານງານເພື່ອໃຫ້ມີການປະກອບສ່ວນຂອງສາທາລະນະໃນຂະນະທີ່ກະກຽມລາຍງານ ESIA ແຕ່ລະສະບັບ.18
    • ແຈ້ງການຢ່າງຕໍ່ເນື່ອງ ແລະ ປຶກສາຫາລືກັບຜູ້ຄົນ ແລະ ອົງການທີ່ຢູ່ພາຍໃນຂອບເຂດຂອງ ESIA ແຕ່ລະຄັ້ງ. ພິຈາລະນາທີ່ຈະແຈ້ງການ ແລະ ປຶກສາຫາລືກັບຜູ້ຄົນ ແລະ ອົງການທີ່ຢູ່ນອກຈາກຂອບເຂດຂອງການປະເມີນ.19
    • ຮັບຟັງຄຳຄິດເຫັນ ແລະ ຂໍ້ສະເໜີຂອງຜູ້ຖືຜົນປະໂຫຍດຮ່ວມກ່ຽວກັບຜົນກະທົບຂອງໂຄງການຜ່ານກອງປະຊຸມ ແລະ ການຮັບຟັງພິຈາລະນາ.20

ສຳລັບໂຄງການຢູ່ພາຍໃນປະເທດຈີນ: 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ:

  • ເຮັດວຽກກັບ ທີ່ປຶກສາ EIA ເພື່ອກະກຽມລາຍງານ EIA ທີ່ເປັນລາຍລັກອັກສອນສຳລັບການຄອບຄຸມໃນການວາງແຜນ:21
    • ຜົນກະທົບທີ່ອາດເກີດຂຶ້ນໂດຍລວມຕໍ່ລະບົບນິເວດ.
    • ຜົນກະທົບທີ່ອາດເກີດຂຶ້ນໃນໄລຍະຍາວຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດ.
    • ຄວາມສຳພັນລະຫວ່າງຜົນປະໂຫຍດຂອງສັງຄົມ-ເສດຖະກິດ ແລະ ສິ່ງແວດລ້ອມ.
    • ຄວາມສຳພັນລະຫວ່າງຜົນປະໂຫຍດໃນປັດຈຸບັນ ແລະ ໃນໄລຍະຍາວ.
    • ມາດຕະການຫຼຸດຜ່ອນ.
    • ຂໍ້ສະຫຼຸບກ່ຽວກັບການເປັນໄປໄດ້ຂອງແຜນການທີ່ນໍາສະເໜີ.
  • ເຮັດວຽກກັບທີ່ປຶກສາ EIA ເພື່ອກະກຽມລາຍງານ EIA ທີ່ເປັນລາຍລັກອັກສອນເຊິ່ງຄອບຄຸມ:22
    • ສິ່ງແວດລ້ອມໃນປັດຈຸບັນ.
    • ການວິເຄາະ, ການພະຍາກອນ ແລະ ການປະເມີນຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ.
    • ຂໍ້ມູນເຕັກນິກ ແລະ ເສດຖະກິດກ່ຽວກັບມາດຕະການປົກປ້ອງສິ່ງແວດລ້ອມ.
    • ການວິເຄາະຕົ້ນທຶນ-ຜົນປະໂຫຍດຂອງເສດຖະກິດ-ສິ່ງແວດລ້ອມ.
    • ຂໍ້ສະເໜີໃນການຕິດຕາມ.
    • ການປະເມີນສະຫຼຸບ.

ຜູ້ສະໜອງທຶນ ຄວນ: 

  • ດຳເນີນການກວດສອບວິເຄາະສະຖານະສິ່ງແວດລ້ອມ ແລະ ສັງຄົມສຳລັບໂຄງການທັງໝົດ. 
    • ໃຫ້ການຊ່ວຍເຫຼືອແກ່ນັກພັດທະນາ (ແລະ ຜູ້ຮັບເໝົາ) ໃນການຄັດເລືອກວິທີການ ແລະ ເຄື່ອງມື ESIA ທີ່ເໝາະສົມເພື່ອນໍາໃຊ້ສຳລັບແຕ່ລະໂຄງການ. 
    • ພິຈາລະນາປະເພດຂອງໂຄງການ ແລະ ບໍລິບົດໃນທ້ອງຖິ່ນ, ພ້ອມທັງສັກກະຍາພາບຂອງນັກພັດທະນາ (ແລະ ຜູ້ຮັບເໝົາ) ໃນການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການປະຕິບັດໂຄງການ. 
    • ທົບທວນຂໍ້ມູນທີ່ສະໜອງໃຫ້ໂດຍນັກພັດທະນາ (ແລະ ຜູ້ຮັບເໝົາ) ທີ່ກ່ຽວຂ້ອງກັບຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການ. 
    • ຮ້ອງຂໍຂໍ້ມູນເພີ່ມເຕີມເພື່ອສຳເລັດການກວດສອບວິເຄາະສະຖານະ. 
    • ໃຫ້ການຊີ້ນໍາແກ່ນັກພັດທະນາ ແລະ ຜູ້ຮັບເໝົາກ່ຽວກັບວິທີການພັດທະນາມາດຕະການຫຼຸດຜ່ອນທີ່ເໝາະສົມ. 
    • ກຳນົດວ່ານັກພັດທະນາ ແລະ ຜູ້ຮັບເໝົາຈຳເປັນຕ້ອງຈ້າງຜູ້ຊ່ຽວຊານພາກສ່ວນທີສາມທີ່ເປັນອິດສະຫຼະເພື່ອໃຫ້ການຊ່ວຍເຫຼືອໃນຂະບວນການ ESIA ຫຼື ບໍ່.  

 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ: 

  • ປຶກສາຫາລືກັບຜູ້ສະໜອງທຶນກ່ຽວກັບວິທີການ ແລະ ເຄື່ອງມື ESIA ທີ່ເໝາະສົມເພື່ອນໍາໃຊ້ ເຊິ່ງລວມເຖິງແຕ່ບໍ່ສະເພາະພຽງ: 
    • ESIA. 
    • ການກວດສອບສິ່ງແວດລ້ອມ ແລະ ສັງຄົມ
    • ການປະເມີນອັນຕະລາຍ
    • ການປະເມີນຄວາມສ່ຽງ. 
    • ການປະເມີນຜົນກະທົບສະສົມ
    • ການວິເຄາະສັງຄົມ ແລະ ຂໍ້ຂັດແຍ່ງ
    • ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP)
    • ໂຄງຮ່າງງານການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMF)
    • ESIA ໃນພາກພື້ນ
    • ESIA ໃນຂະແໜງການ
    • ການປະເມີນສິ່ງແວດລ້ອມ ແລະ ສັງຄົມໃນລະດັບຍຸດທະສາດ (SESA)
    • ເອກະສານສະເພາະ ເຊັ່ນ: ແຜນການເອົາທີ່ດິນ ແລະ ການຍົກຍ້າຍຈັດສັນ່ (LARP), ແຜນການຟື້ນຟຊີວິດການເປັນຢູ່ (LRP), ແຜນການຂອງຄົນພື້ນເມືອງ (IPP), ແຜນການປະຕິບັດງານກ່ຽວກັບຄວາມຫຼາກຫຼາຍທາງຊີວະພາບ (BAP) ແລະ ແຜນການຄຸ້ມຄອງມໍລະດົກທາງວັດທະນະທຳ (CHMP)
  • ຮັບຜິດຊອບບໍລິບົດໃນທ້ອງຖິ່ນ, ສະພາບການ, ກົດໝາຍ, ນະໂຍບາຍ ແລະ ລະບຽບການ. 
    • ຮັບປະກັນວ່າໂຄງການບໍ່ປະນີປະນອມໂດຍບໍ່ຕັ້ງໃຈ ຫຼື ມີຜົນສະທ້ອນທີ່ບໍ່ໄດ້ເຈດຕະນາຕໍ່ສິດທິຮ່ວມ, ສິດທິຕາມປະເພນີ, ສິດທິຍ່ອຍ, ສິດທິຂອງແມ່ຍິງ, ສິດທິຂອງຄົນພື້ນເມືອງ, ສິດທິຂອງຄົນກຸ່ມນ້ອຍ, ກຳມະສິດທີ່ດິນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.  
  • ສືບຕໍ່ຮ່ວມມືກັບທີ່ປຶກສາ ESIA ແລະ ລ່າມແປພາສາທີ່ຖືກຈ້າງໃນລະຫວ່າງການກຳນົດຂອບເຂດໂຄງການ
    • ທີ່ປຶກສາ ESIA ຄວນເປັນຜູ້ຊ່ຽວຊານທີ່ມີຄຸນສົມບັດ ແລະ ມີປະສົບການໂດຍບໍ່ມີຂຂໍ້ຂັດແຍ່ງຜົນປະໂຫຍດ.  
    • ລ່າມແປພາສາຄວນມີຄວາມຊຳນານໃນສຳນຽງ ແລະ ພາສາໃນທ້ອງຖິ່ນ, ເຊິ່ງລວມເຖິງພາສາຂອງຄົນກຸ່ມນ້ອຍ ແລະ ຄົນພື້ນເມືອງ. 
  • ຈັດແຈງການປະຊຸມເພື່ອແນະນໍາປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆທີ່ບໍ່ແມ່ນສ່ວນໜຶ່ງຂອງການປະຊຸມເພື່ອກຳນົດຂອບເຂດໂຄງການຕໍ່ທີ່ປຶກສາ ESIA ແລະ ໃຫ້ຂໍ້ມູນກ່ຽວກັບໂຄງການ.  
    • ແຈ້ງໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກຮັບຊາບເຖິງການປະຊຸມຢ່າງໜ້ອຍສອງອາທິດກ່ອນລ່ວງໜ້າໂດຍສົ່ງຈົດໝາຍທາງການ, ເວົ້າປະກາດຢູ່ໃນວິທະຍຸຂອງຊຸມຊົນ, ຕິດປະກາດຂໍ້ຄວາມໃນກະດານຂ່າວໂຄສະນາຊອງຊຸມຊົນ ແລະ/ຫຼື ແບ່ງປັນຂໍ້ຄວາມໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ເມືອງ/ແຂວງ.  
  • ທົບທວນແຜນທີ່ໃໝ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ESIA ສະບັບຮ່າງ ແລະ ສະບັບປັບປຸງ ແລະ ເອກະສານເຕັກນິກອື່ນໆທີ່ກະກຽມໂດຍທີ່ປຶກສາ ESIA
    • ສົ່ງເນື້ອຫາເຫຼົ່ານີ້ເປັນສະບັບຮ່າງ ແລະ ສະບັບປັບປຸງໄປໃຫ້ຜູ້ສະໜອງທຶນ ແລະ ຜູ້ມີອຳນາດສຳລັບ ESIA ເພື່ອໃຫ້ພວກເຂົາໄດ້ທົບທວນ ແລະ ອະນຸມັດ. 
    • ແບ່ງປັນເນື້ອຫາເຫຼົ່ານີ້ເປັນສະບັບຮ່າງ ແລະ ສະບັບປັບປຸງກັບຜູ້ຮັບເໝົາ (ແລະ ຜູ້ຮັບເໝົາລາຍຍ່ອຍ) ເພື່ອໃຫ້ພວກເຂົາອ້າງອີງ. 
  • ຄຸ້ມຄອງຄ່າໃຊ້ຈ່າຍສະຖານທີ່, ເນື້ອຫາທີ່ຕີພິມ, ການເດີນທາງສຳລັບຜູ້ເຂົ້າຮ່ວມ, ການຊ່ວຍເຫຼືອໃນການດູແລສຸຂະພາບເດັກ ແລະ ເຄື່ອງດື່ມສົດຊື່ນສຳລັບການປະຊຸມທີ່ກ່ຽວຂ້ອງກັບແຕ່ລະໂຄງການ.  

 

ໂດຍມີການສະໜັບສະໜູນ ແລະ ການປະກອບສ່ວນຈາກນັກພັດທະນາ, ຜູ້ຮັບເໝົາ ແລະ ເຈົ້າໜ້າທີ່ລັດຖະບານຂັ້ນປະເທດ ແລະ/ຫຼື ຂັ້ນຍ່ອຍພາຍໃນປະເທດ, ທີ່ປຶກສາ ESIA ຄວນ:  

  • ກຳນົດຂະໜາດ, ຄວາມລະອຽດ ແລະ ປະເພດຂອງການວິເຄາະສຳລັບແຕ່ລະໂຄງການໂດຍອີງໃສ່ຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ນໍາໃຊ້ໜຶ່ງໃນວິທີການ ແລະ ເຄື່ອງມື ESIA ດັ່ງຕໍ່ໄປນີ້ ຫຼື ຫຼາຍກວ່ານັ້ນ: ESIA, ການກວດສອບສິ່ງແວດລ້ອມ ແລະ ສັງຄົມ, ການປະເມີນອັນຕະລາຍ, ການປະເມີນຄວາມສ່ຽງ, ການປະເມີນຜົນກະທົບສະສົມ, ການວິເຄາະສັງຄົມ ແລະ ຂໍ້ຂັດແຍ່ງ, ESMP, ESMF, ESIA ໃນພາກພື້ນ, ESIA ໃນຂະແໜງການ, SESA; ແລະ ເອກະສານສະເພາະ ເຊັ່ນ: LARP, LRP, IPP, BAP ແລະ CHMP.  
    • ນໍາໃຊ້ວິທີການ ແລະ ເຄື່ອງມື ESIA ທີ່ເໝາະສົມສຳລັບໂຄງການຍ່ອຍທີ່ມີຂະໜາດນ້ອຍກວ່າ. 
    • ກວດສອບຄວາມສ່ຽງ ແລະ ຜົນກະທົບທາງກົງ, ທາງອ້ອມ, ສະສົມ ແລະ ຊັກຈູງຕໍ່ສິ່ງແວດລ້ອມ ແລະ ສັງຄົມສຳລັບໂຄງການທີ່ມີຄວາມສ່ຽງສູງກວ່າ. 
      • ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ແລະ ການຊີ້ນໍາທີ່ກ່ຽວຂ້ອງສຳລັບໂຄງການທີ່ມີຄວາມສ່ຽງຕໍ່າກວ່າ. 
  • ກະກຽມແຜນທີ່ໃໝ່ ຫຼື ປັບປຸງ, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ ແລະ/ຫຼື ເອກະສານເຕັກນິກທີ່ອະທິບາຍແຕ່ລະໂຄງການ. ປຽບທຽບຂໍ້ມູນຫຼ້າສຸດກ່ຽວກັບທາງເລືອກທີ່ອາດເປັນໄປໄດ້, ມາດຕະການຫຼຸດຜ່ອນທີ່ນໍາສະເໜີ, ໄລຍະການກໍ່ສ້າງ ແລະ ກອບເວລາ, ຄວາມກັງວົນເບື້ອງຕົ້ນ, ຂະບວນການສຳລັບການດຳເນີນ ESIA, ແຜນການສຳລັບການລະບຸຜູ້ຖືຜົນປະໂຫຍດຮ່ວມ ແລະ ການປຶກສາຫາລື, ໂຄງຮ່າງຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ເຊິ່ງລວມເຖິງຜົນກະທົບສະສົມ) ແລະ ທີ່ດິນທີ່ຕ້ອງການ.  
    • ຈັດແຈງຜູ້ຊ່ຽວຊານລາຍອື່ນໆທີ່ເໝາະສົມເພື່ອໃຫ້ການຊ່ວຍເຫຼືອໃນການອະທິບາຍຂໍ້ມູນທາງວິທະຍາສາດ ແລະ ເຕັກນິກ.  
    • ເຮັດວຽກກັບລ່າມແປພາສາເພື່ອແປພາສາເນື້ອຫາທີ່ເປັນລາຍລັກອັກສອນເປັນພາສາ ແລະ ສຳນຽງໃນທ້ອງຖິ່ນ. 
    • ສຳລັບຊຸມຊົນຂອງຄົນພື້ນເມືອງທີ່ບໍ່ມີພາສາເປັນລາຍລັກອັກສອນ, ລ່າມແປພາສາຄວນສື່ສານທາງວາຈາ ແລະ ພາບເບິ່ງເຫັນ.  
    • ສົ່ງຂໍ້ມູນໃນປັດຈຸບັນກ່ຽວກັບການອອກແບບໂຄງການທີ່ນໍາສະເໜີ ແລະ ສະຖານະຂອງ ESIA ຕໍ່ນັກພັດທະນາ ແລະ ຜູ້ຮັບເໝົາ, ພ້ອມທັງລັດຖະບານຂອງປະເທດເຈົ້າພາບໃນລະດັບປະເທດ ແລະ ລະດັບຍ່ອຍພາຍໃນປະເທດ. 
  • ຈັດຊຸດການປະຊຸມ (ເຊິ່ງລວມເຖິງການສຳພາດ, ການສຳມະນາ, ກອງປະຊຸມ ແລະ/ຫຼື ການສົນທະນາເປັນກຸ່ມສຳຄັນ) ແລະ ດຳເນີນການສຳຫຼວດເພີ່ມເຕີມຕາມທີ່ຈຳເປັນເພື່ອມີສ່ວນຮ່ວມກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆຕາມແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ. ເບິ່ງການປະກອບສ່ວນ ແລະ ການປຶກສາຫາລືຂອງຜູ້ຖືກຜົນປະໂຫຍດຮ່ວ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການປຶກສາຫາລືທີ່ມີຄວາມໝາຍ.  
    • ແຈ້ງໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກຮັບຊາບເຖິງການປະຊຸມຕ່າງໆຢ່າງໜ້ອຍສອງອາທິດກ່ອນລ່ວງໜ້າໂດຍສົ່ງຈົດໝາຍທາງການ, ເວົ້າປະກາດຢູ່ໃນວິທະຍຸຂອງຊຸມຊົນ, ຕິດປະກາດຂໍ້ຄວາມໃນກະດານຂ່າວໂຄສະນາຊອງຊຸມຊົນ ແລະ/ຫຼື ແບ່ງປັນຂໍ້ຄວາມໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ເມືອງ/ແຂວງ. 
    • ຈັດແຈງການປະຊຸມແຍກຕ່າງຫາກສຳລັບແມ່ຍິງ, ຄົນພື້ນເມືອງ, ຄົນກຸ່ມນ້ອຍ ແລະ ກຸ່ມຄົນອື່ນໆທີ່ບອບບາງ. 
    • ແບ່ງປັນຂໍ້ມູນເຕັກນິກ ແລະ ຂໍ້ມູນກ່ຽວຂ້ອງ, ເຊິ່ງລວມເຖິງແຕ່ບໍ່ສະເພາະພຽງແຕ່ການອອກແບບຂອງໂຄງການ, ກອບເວລາ, ຜົນກະທົບທີ່ອາດເກີດຂຶ້ນ, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ຂອບເຂດຂອງງານ (ToR) ຂອງ ESIA. ເບິ່ງການເປີດເຜີຍ ESIA ແລະ ESMP ສະບັບຮ່າງ ແລະ ສະບັບສຸດທ້າຍ ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບວິທີການເຜີຍແຜ່ຂໍ້ມູນນີ້ຕໍ່ສາທາລະນະສຳລັບຄຳຕິຊົມຂອງຜູ້ຖືກຜົນປະໂຫຍດຮ່ວມ. 
    • ຈັດໃຫ້ມີສຳເນົາສະບັບແຂງຂອງເນື້ອຫາໃໝ່ ຫຼື ປັບປຸ່ງກ່ຽວກັບໂຄງການເປັນພາສາ ແລະ ສຳນຽງໃນທ້ອງຖິ່ນເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ເກັບຮັກສາໄວ້. 
    • ປຶກສາຫາລືກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານກ່ຽວກັບການອອກແບບຂອງໂຄງການ, ການເກັບກຳຂໍ້ມູນພື້ນຖານ, ຜົນກະທົບທີ່ເປັນໄປໄດ້ (ໂດຍສະເພາະບັນຫາໃນຊຸມຊົນ, ຊີວິດການເປັນຢູ່, ສິ່ງແວດລ້ອມ ແລະ ວັດທະນະທຳທີ່ພວກເຂົາຈະຮັບຮູ້ ຫຼື ຄິດວ່າສຳຄັນ) ແລະ ທາງເລືອກໂຄງການ ແລະ ບັນຫາອື່ນໆໃນເອກະສານສະບັບຮ່າງ.  
    • ບັນທຶກຄຳຕິຊົມຂອງຜູ້ຖືຜົນປະໂຫຍດຮ່ວມ, ຄວາມກັງວົນ ແລະ ການສອບຖາມ, ພ້ອມທັງຂໍ້ມູນຄຸນຄ່າໃນທ້ອງຖິ່ນທີ່ກ່ຽວຂ້ອງກັບວັດທະນະທຳ ແລະ ສິ່ງແວດລ້ອມເພື່ອພິຈາລະນາພາຍໃນ, ປະກອບເຂົ້າໃສ່ລາຍງານ ESIA ໂດຍກົງ ແລະ ນໍາສະເໜີໃນການປະຊຸມໃນອະນາຄົດສຳລັບແຕ່ລະໂຄງການ. 
    • ຮັກສາລາຍຊື່ຜູ້ເຂົ້າຮ່ວມເພື່ອປະກອບເຂົ້າໃສ່ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ. ຂໍອະນຸຍາດຈາກຜູ້ເຂົ້າຮ່ວມກ່ອນທີ່ຈະຖ່າຍພາບ.  
    • ຕິດຕາມກັບຜູ້ເຂົ້າຮ່ວມກ່ຽວກັບບັນຫາທີ່ສະເພາະເມື່ອຈຳເປັນ.  
  • ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານມີເວລາທີ່ພຽງພໍເພື່ອສົນທະນາກັນກ່ຽວກັບໂຄງການ ແລະ ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນທີ່ຈະສຳເລັດລາຍງານ ESIA ສະບັບຮ່າງ. 
  • ປັບປຸງເນື້ອຫາດັ່ງຕໍ່ໄປນີ້ໃນສະບັບຮ່າງຈາກ ເງື່ອນໄຂອ້າງອີງ ໃນລາຍງານ ESIA ເພື່ອສະທ້ອນໃຫ້ເຫັນເຖິງການປ່ຽນແປງຕໍ່: 
    • ການອອກແບບຂອງໂຄງການ, ເຊິ່ງລວມເຖິງການແບ່ງເຂດໃນພື້ນທີ່ອິດທິພົນຂອງໂຄງການຢ່າງຊັດເຈນ. 
    • ຄຳອະທິບາຍຂອງໂຄງການ. 
    • ຂໍ້ມູນເສັ້ນທາງຂອງສິ່ງແວດລ້ອມ ແລະ ສັງຄົມ. 
    • ການລະບຸ ແລະ ການຈັດປະເພດຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.  
  • ກະກຽມລາຍງານ ESIA ທີ່ປະເມີນຄວາມສ່ຽງ ແລະ ຜົນກະທົບທາງກົງ, ທາງອ້ອມ, ສະສົມ ແລະ ຊັກຈູງຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງທຸກໄລຍະໃນແຕ່ລະໂຄງການທີ່ນໍາສະເໜີ. 
    • ເກັບກຳຂໍ້ມູນເພີ່ມເຕີມເພື່ອເຕີມເຕັມຊ່ອງວ່າງ ແລະ ນໍາສະເໜີຄວາມບໍ່ແນ່ນອນໃນຂໍ້ມູນພື້ນຖານຂອງສິ່ງແວດລ້ອມ ແລະ ສັງຄົມ.  
      • ເກັບຂໍ້ມູນໃໝ່ ແລະ ທົດແທນຂໍ້ມູນທີ່ຫຼ້າສະໄໝແລ້ວດ້ວຍຂໍ້ມູນໃນປັດຈຸບັນ. 
      • ພິສູດຢືນຢັນຂໍ້ມູນໃນປັດຈຸບັນກັບຜູ້ຖືຜົນປະໂຫຍດຮ່ວມຫຼັກ.  
    • ຖອດຖອນຂໍ້ມູນວິທະຍາສາດ, ພ້ອມທັງຄວາມຮູ້, ຄວາມຊຳນານ ແລະ ຫຼັກປະຕິບັດຂອງຄົນທ້ອງຖິ່ນ ແລະ ຄົນພື້ນເມືອງ. 
    • ບັນທຶກຂະໜາດ ແລະ ຂອບເຂດຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ, ເຊິ່ງລວມເຖິງ: 
      • ຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທີ່ກຳນົດໂດຍແນວທາງສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພ (EHSG) ຕາມທີ່ໃຫ້ນິຍາມໄວ້ໂດຍ World Bank Group.46 
      • ຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທີ່ກ່ຽວຂ້ອງກັບຄວາມປອດໄພຂອງຊຸມຊົນ, ເຊິ່ງລວມເຖິງຄວາມປອດໄພຂອງເຂື່ອນ ແລະ ການນໍາໃຊ້ສານປ້ອງກັນສັດຕູພືດຢ່າງປອດໄພ. 
      • ຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ
      • ຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂ້າມຊາຍແດນ ຫຼື ສາກົນ ເຊັ່ນ: ສິ່ງເສດເຫຼືອທີ່ເປັນຂອງແຫຼວ, ການປ່ອຍມົນລະພິດ ແລະການນໍາໃຊ້ທີ່ເພີ່ມຂຶ້ນ ຫຼື ການປົນເປື້ອນໃນທາງນໍ້າ. 
      • ໄພຂົ່ມຂູ່ຕໍ່ຖິ່ນທີ່ຢູ່ທຳມະຊາດ ແລະ ຄວາມຫຼາກຫຼາຍທາງຊີວະພາບ, ເຊິ່ງລວມເຖິງຊະນິດທີ່ໃກ້ສູນພັນ ຫຼື ຊະນິດອົບພະຍົກໜີໝົດແລ້ວ. 
      • ຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ກ່ຽວຂ້ອງກັບການບໍລິການລະບົບນິເວດ ແລະ ການນໍາໃຊ້ຊັບພະຍາກອນທຳມະຊາດ, ສັງຄົມ-ເສດຖະກິດ ແລະ ວັດທະນະທຳທາງກາຍະພາບ. 
    • ບັນທຶກຂະໜາດ ແລະ ຂອບເຂດຂອງຄວາມສ່ຽງ ແລະ ຜົນກະທົບຕໍ່ສັງຄົມ, ເຊິ່ງລວມເຖິງ: 
      • ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງມະນຸດຜ່ານການຍົກລະດັບຂໍ້ຂັດແຍ່ງສ່ວນບຸກຄົນ, ໃນຊຸມຊົນ ຫຼື ລະຫວ່າງລັດ, ອາຊະຍາກຳ ຫຼື ການໃຊ້ຄວາມຮຸນແຮງ.  
      • ຜົນກະທົບຕໍ່ແຫຼ່ງຊີວິດການເປັນຢູ່ທີ່ເປັນທາງການ ແລະ ບໍ່ເປັນທາງການຂອງແມ່ຍິງ, ໂດຍເພີ່ມເຕີມຈາກຜົນກະທົບທີ່ບໍ່ສົມສັດສ່ວນຕໍ່ຄົນທຸກຍາກ, ເດັກນ້ອຍ, ໄວໜຸ່ມ, ຄົນກຸ່ມນ້ອຍ, ຄົນພື້ນເມືອງ, ຄົນພິການ ແລະ ກຸ່ມຄົນອື່ນໆທີ່ດ້ອຍໂອກາດ ຫຼື ບອບບາງ. 
      • ການແຈກຢາຍຊັບພະຍາກອນສຳລັບການພັດທະນາ ແລະ ຜົນປະໂຫຍດຂອງໂຄງການ, ໂດຍສະເພາະໃນບັນດາບຸກຄົນ ແລະ ກຸ່ມຄົນທີ່ດ້ອຍໂອກາດ ຫຼື ບອບບາງ.  
      • ຜົນກະທົບທາງລົບຕໍ່ເສດຖະກິດ ແລະ ສັງຄົມທີ່ກ່ຽວຂ້ອງກັບການເອົາທີ່ດິນ ຫຼື ຂໍ້ຈຳກັດໃນການນໍາໃຊ້ທີ່ດິນ.  
      • ຄວາມສ່ຽງ ຫຼື ຜົນກະທົບທີ່ກ່ຽວຂ້ອງກັບການຄອບຄອງ ແລະ ການນໍາໃຊ້ທີ່ດິນ ຫຼື ຊັບພະຍາກອນທຳມະຊາດ, ເຊັ່ນ: ຜົນກະທົບຕໍ່ແບບແຜນການນໍາໃຊ້ທີ່ດິນໃນທ້ອງຖິ່ນ ແລະ ການຄຸ້ມຄອງການຄອບຄອງ, ສິດທິເຂົ້າເຖິງທີ່ດິນ ແລະ ຄວາມພ້ອມໃຫ້ນໍາໃຊ້, ຄວາມໝັ້ນຄົງຂອງອາຫານ ແລະ ຄຸນຄ່າທີ່ດິນ ຫຼື ຄວາມສ່ຽງທີ່ກ່ຽວຂ້ອງກັບຂໍ້ຂັດແຍ່ງ ຫຼື ການແຂ່ງຂັນເພື່ອຍາດເອົາທີ່ດິນ ແລະ ຊັບພະຍາກອນທຳມະຊາດ.  
      • ຜົນກະທົບຕໍ່ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີພາບຂອງຜູ້ເຮັດວຽກ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບ.  
      • ຄວາມສ່ຽງຕໍ່ມໍລະດົກທາງວັດທະນະທຳ, ໂດຍສະເພາະສຳລັບຊຸມຊົນທີ່ຍັງນໍາໃຊ້ຊັບພະຍາກອນວັດທະນະທຳ ຫຼື ໄດ້ນໍາໃຊ້ພວກມັນພາຍໃນຄວາມຊົງຈຳການດຳລົງຊີວິດ. 
  • ກວດສອບທາງເລືອກສຳລັບແຕ່ລະໂຄງການທີ່ອາດມີຜົນກະທົບທາງລົບໃຫຍ່ຫຼວງທີ່ມີຄວາມຫຼາກຫຼາຍ, ບໍ່ສາມາດແກ້ກັບໄດ້ ແລະ/ຫຼື ບໍ່ເຄີຍມີມາກ່ອນ.  
    • ລະບຸວິທີການເພື່ອເສີມສ້າງຜົນປະໂຫຍດ ແລະ ຫຼຸດຜ່ອນຜົນກະທົບທາງລົບພາຍໃນລາຍງານ ESIA ສຳລັບແຕ່ລະໂຄງການ. 
    • ບັນທຶກເຫດຜົນສຳລັບການຕັດສິນໃຈກ່ຽວກັບສະຖານທີ່ຂອງໂຄງການ, ການອອກແບບ, ເຕັກໂນໂລຊີ ແລະ ອົງປະກອບ. ດຳເນີນການວິເຄາະຕົ້ນທຶນ-ຜົນປະໂຫຍດຂອງທາງເລືອກການອອກແບບທີ່ຢູ່ໃນການພິຈາລະນາ.  
    • ພິຈາລະນາທາງເລືອກ “ບໍ່ມີໂຄງການ”. 
  • ປະສົມປະສານຂໍ້ມູນຄົ້ນພົບ ແລະ ຂໍ້ສະເໜີທັງໝົດຈາກ ESIA ເຂົ້າໃສ່ການອອກແບບຂອງໂຄງການ. 
ທ່ານຈະສາມາດເຮັດຫຍັງໄດ້?
  • ຄົ້ນຫາໃນເວັບໄຊຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາລາຍຍ່ອຍ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບຂໍ້ມູນກ່ຽວກັບຂັ້ນຕອນ ຫຼື ແນວທາງຂອງພວກເຂົາເອງສຳລັບ ESIA ຫຼື ວິທີການ ແລະ ເຄື່ອງອື່ນໆເພື່ອປະເມີນຜົນກະທົບ ແລະ ຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ.  
    • ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ຜູ້ດຳເນີນນະໂຍບາຍທີ່ເໝາະສົມເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ. ເບິ່ງຜູ້ຖືຜົນປະໂຫຍດຮ່ວມເພື່ອລະບຸວິທີການຕິດຕໍ່ບາງຢ່າງທີ່ມີໃຫ້. 
  • ຖ້າທ່ານບໍ່ສາມາດຕິດຕໍ່ຜູ້ຮັບເໝົາ ແລະ/ຫຼື ຜູ້ຮັບເໝົາລາຍຍ່ອຍໂດຍກົງ, ໃຫ້ພົວພັນກັບຜູ້ສະໜອງທຶນ, ນັກພັດທະນາ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບເພື່ອຂໍຄວາມຊ່ວຍເຫຼືອ.  
    • ຖ້າທ່ານບໍ່ສາມາດຕິດຕໍ່ຜູ້ສະໜອງທຶນ, ນັກພັດທະນາ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບໂດຍກົງ, ໃຫ້ພົວພັນກັບຜູ້ນໍາຊຸມຊົນ ຫຼື CSO/NGO ເພື່ອຂໍຄວາມຊ່ວຍເຫຼືອ. 
  • ເຂົ້າຮ່ວມການປະຊຸມຂອງໂຄງການທີ່ກ່ຽວຂ້ອງກັບການກະກຽມ ແລະ ການຈັດຕັ້ງປະຕິບັດ ESIA. 
    • ລົມກັບທີ່ປຶກສາ ESIA ກ່ຽວກັບຄວາມຕ້ອງການຂອງທ່ານ, ພ້ອມທັງທີ່ດິນ/ເຮືອນ/ໂຄງສ້າງ/ຊັບສິນ/ການບໍລິການທີ່ເປັນຂອງທ່ານ, ຄອບຄົວຂອງທ່ານ ຫຼື ຊຸມຊົນຂອງທ່ານ.  
    • ຖາມກ່ຽວກັບການປະຊຸມໃນອະນາຄົດ, ພ້ອມທັງການປະຊຸມແຍກຕ່າງຫາກສຳລັບແມ່ຍິງ, ຄົນພື້ນເມືອງ, ຄົນກຸ່ມນ້ອຍ ແລະ ກຸ່ມຄົນອື່ນໆທີ່ບອບບາງ. 
    • ຂໍໃຫ້ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບໃຊ້ຄືນຄ່າເດີນທາງ ແລະ ຄຸ້ມຄອງຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບການເຂົ້າຮ່ວມ. 
    • ເກັບຮັກສາປະຫວັດການເຂົ້າຮ່ວມ ແລະ ການປະກອບສ່ວນຂອງທ່ານທັງໃນເຈ້ຍ ຫຼື ໂທລະສັບຂອງທ່ານ.  
    • ຂໍໃຫ້ທີ່ປຶກສາ ESIAມອບສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍຂອງສະບັບຮ່າງ ແລະ ສະບັບປັບປຸງຂອງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ການສຶກສາຂອບເຂດ, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ, ລາຍງານ ESIA ແລະ ເອກະສານເຕັກນິກເປັນພາສາທ້ອງຖິ່ນຂອງທ່ານ. ທົບທວນເນື້ອຫາເຫຼົ່ານີ້. 
    • ສົນທະນາກ່ຽວກັບຄວາມສ່ຽງ ແລະ ຜົນກະທົບທາງກົງ, ທາງອ້ອມ, ສະສົມ ແລະ ຊັກຈູງທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງທາງເລືອກທີ່ເປັນໄປໄດ້, ກັບສະມາຊິກຄົນອື່ນໆໃນຊຸມຊົນ, CSO/NGO ແລະ ຜູ້ຊ່ຽວຊານທີ່ເໝາະສົມທັງໃນລະຫວ່າງ ແລະ ຫຼັງຈາກການປະຊຸມແຕ່ລະຄັ້ງ.  
    • ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຕໍ່ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ,​ ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA.  
  • ຖ້າທ່ານບໍ່ໄດ້ຍິນກ່ຽວກັບການປະຊຸມ ESIA ຂອງໂຄງການ, ຄົ້ນຫາໃນເວັບໄຊຂອງຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບຂໍ້ມູນກ່ຽວກັບເວລາ ແລະ ສະຖານທີ່ທີ່ຈະຈັດການປະຊຸມໃນອະນາຄົດ, ພ້ອມທັງບຸກຄົນທີ່ເປັນທີ່ປຶກສາ ESIA ແລະ ວິທີການຕິດຕໍ່ກັບພວກເຂົາ.  
    • ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ຜູ້ສະໜອງທຶນ ແລະ ເຈົ້າໜ້າທີ່ຈາກລັດຖະບານຂອງປະເທດເຈົ້າພາບເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ.  
  • ຖ້າໄດ້ມີການຈັດການປະຊຸມ ESIA ຂອງໂຄງການແລ້ວ, ຄົ້ນຫາໃນເວັບໄຊຂອງຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບສຳເນົາດິຈິຕໍຂອງສະບັບຮ່າງ ແລະ ສະບັບສຸດທ້າຍຂອງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິດ, ການສຶກສາຂອບເຂດ, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ, ລາຍງານ ESIA ແລະ ເອກະສານເຕັກນິກອື່ນໆ, ພ້ອມທັງຄຳຄິດເຫັນສາທາລະນະ, ທີ່ເປັນພາສາທ້ອງຖິ່ນຂອງທ່ານ.  
    • ຈົ່ງເວລາສຳລັບການສົນທະນາກ່ຽວກັບເນື້ອຫາກັບສະມາຊິກຊຸມຊົນຄົນອື່ນໆ ແລະ CSO/NGO ແລະ ຜູ້ຊ່ຽວຊານທີ່ເໝາະສົມ. 
    • ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຕໍ່ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ.  
    • ຖ້າບໍ່ມີຂໍ້ມູນໃດໜຶ່ງເປັນພາສາທ້ອງຖິ່ນຂອງທ່ານ, ຂໍສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍສຳລັບເນື້ອຫາທີ່ມີການແປພາສາແລ້ວຈາກຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ. 
  • ໃນຂະນະທີ່ກຳລັງດຳເນີນ ESIA ຫຼື ຫຼັງຈາກໄດ້ກະກຽມລາຍງານສະບັບຮ່າງ, ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາລາຍຍ່ອຍ ແລະ ລັດຖະບານຂອງປະເທດເຈົ້າພາບກັບນະໂຍບາຍ, ຂັ້ນຕອນ ແລະ ແນວທາງຂອງລັດຖະບານ, ສະເພາະອຸດສາຫະກຳ ແລະ ພາຍໃນສຳລັບ ESIA ແລະ ວິທີການ ແລະ ເຄື່ອງມືອື່ນໆເພື່ອປະເມີນຜົນກະທົບ ແລະ ຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ.  
    • ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນໃນເລື່ອງ “ຕົວບົ່ງຊີ້ປະສິດທິພາບຫຼັກ (KPI) ຂອງການຈັດຕັ້ງປະຕິບັດສິນເຊື່ອສີຂຽວ” ແລະ “ຄູ່ມືການຄຸ້ມຄອງອຸດສາຫະກຳການທະນາຄານໃນວິສາຫະກິດທີ່ຮັບໃຊ້ການພັດທະນາຢູ່ຕ່າງປະເທດ ແລະ ການເສີມສ້າງການຄວບຄຸມຄວາມສ່ຽງ” ຂອງChina Banking and Insurance Regulatory Commission’s (CBIRC), ພ້ອມທັງ “ແນວທາງຄວາມຮັບຜິດຊອບຂອງວິສາຫະກິດຕໍ່ສັງຄົມ” ຂອງ China Banking Association’s (CBA).ສົ່ງຄວາມກັງວົນ ຫຼື ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຂອງຜູ້ສະໜອງທຶນໃນເລື່ອງ KPI ຫຼື ແນວທາງອື່ນໆຕໍ່ CBIRC ຫຼື CBA. 
    • ທົບທວນ “ຄູ່ມືຄວາມຮັບຜິດຊອບຕໍ່ສັງຄົມສຳລັບຜູ້ຮັບເໝົາລະຫວ່າງປະເທດຂອງຈີນ” ຂອງ China International Contractors Association (CHINCA). ສົ່ງຄວາມກັງວົນ/ຄຳຮ້ອງທຸກຕໍ່ CHINCA ກ່ຽວກັບນັກພັດທະນາ ແລະ ຜູ້ຮັບເໝົາທີ່ບໍ່ດຳເນີນ EIA, ການກວດສອບວິເຄາະສະຖານະ ແລະ ຂະບວນການອື່ນໆຢ່າງຖືກຕ້ອງເພື່ອປ້ອງກັນຄວາມສ່ຽງໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ. 
    • ລາຍງານສະຖານະການກ່ຽວຂ້ອງ ຫຼື ເຫດການໃຫຍ່ໆ, ເຊັ່ນ: ຄວາມລົ້ມເຫຼວໃນການປະຕິບັດຕາມຫຼັກປະຕິບັດລະຫວ່າງປະເທດເມື່ອກຳລັງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA) ແລະ ການກວດສອບວິເຄາະສະຖານະ ແລະ ການລາຍງານປະສິດທິພາບທາງສິ່ງແວດລ້ອມ ແລະ ສັງຄົມ, ຕໍ່Ministry of Commerce (MOFCOM) ແລະ Ministry of Ecology and Environment (MEE) ຂອງປະເທດຈີນໃຫ້ທັນເວລາ. 
    • ສົ່ງການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຕາມນະໂຍບາຍ, ຂັ້ນຕອນ ຫຼື ແນວທາງອື່ນໆຕໍ່ຜູ້ດຳເນີນນະໂຍບາຍທີ່ເໝາະສົມ. 
What Would It Accomplish or Prevent?
ຊັບພະຍາກອນ
  • Asian Development Bank (ADB), “Outline of an Environmental Impact Assessment,” in Safeguard Policy Statement, p. 41-43, 2009, View the PDF.
  • Asian Development Bank (ADB), “Outline of an Indigenous Peoples Plan (That Includes a Social Impact Assessment (SIA)),” in Safeguard Policy Statement, p. 63-65, 2009, View the PDF.  
  • Asian Development Bank (ADB), “Outline of a Resettlement Plan (That Includes a Social Impact Assessment (SIA)), in Safeguard Policy Statement, p. 51-54, 2009, View the PDF
  • Asian Infrastructure Investment Bank (AIIB), “Elements and Process of an Environmental and Social Impact Assessment (ESIA),” in Environmental and Social Framework, p. 22, 43, 71-72, 2021, View the PDF
  • International Union for Conservation of Nature (IUCN), "Environmental and Social Impact Assessment (ESIA)," Guidance Note – ESMS Manual, Environmental & Social Management System (ESMS), March 15, 2020, View the PDF.
  • International Union for Conservation of Nature (IUCN), "Social Impact Assessment (SIA)," Guidance Note – ESMS Manual, Environmental & Social Management System (ESMS), May 2016, View the PDF.
  • World Bank, “Outline of an Environmental and Social Impact Assessment (ESIA) Report,” in Environmental and Social Framework, p. 25-26, 2017, View the PDF
  • United Nations Development Programme’s (UNDP), “Social and Environmental Assessment and Management: Annex 3: Indicative Outline of an Environmental and Social Impact Assessment (ESIA) Report,” in Guidance Note: UNDP Social and Environmental Standards, p. 46-47, November 2020, View the PDF
  • Asian Development Bank (ADB), “Environmental Assessment Guidelines,” View the PDF.
  • International Association for Impact Assessment (IAIA), “Social Impact Assessment: Guidance for assessing and managing the social impacts of projects,” View the PDF
  • International Institute for Sustainable Development (IISD), “Step 3: Impact Assessment and Mitigation,” in The 7 Steps to an EIA, View the Website
  • Inter-American Development Bank (IDB), “Social Impact Assessment: Integrating Social Issues in Development Projects,” May 2018, View the Website.
  • The Regional Environmental Center for Central and Eastern Europe, “Impact Analysis” and “Reporting,” in EIA Training Resource Manual for South Eastern Europe, View the PDF
  • United Nations Development Programme (UNDP), “Guidance Note: Social and Environmental Assessment and Management,” in UNDP Social and Environmental Standards, July 2022, View the PDF
  • United Nations Environment Programme (UNEP), “Topic 6: Impact Analysis,” in Environmental Impact Assessment Training Resource Manual, Second Edition, 2002, View the PDF.
  • United Nations Environment Programme (UNEP), “Topic 8: EIA Reporting,” in Environmental Impact Assessment Training Resource Manual, Second Edition, 2002, View the PDF.
  • United Nations Environment Programme (UNEP), “Topic 13: SIA,” in Environmental Impact Assessment Training Resource Manual, Second Edition, 2002, View the PDF
  • Christina Hill, Chris Madden, and Nina Collins, A Guide to Gender Impact Assessment for the Extractive Industries (Melbourne: Oxfam, 2017), View the PDF
  • Victoria Government of Australia Commission For Gender Equality, “Gender impact assessments,” View the Website.
  • World Bank, “Responsible Agricultural Investment (RAI),” in Knowledge Into Action Note Series, View the PDF
  • World Bank, “ESS1: Assessment and Management of Environmental and Social Risks and Impact,” Guidance Note for Borrowers, Environmental & Social Framework for IPF Operations, 2016, View the PDF.
  • Environmental Law Alliance Worldwide (ELAW), “Who Prepares EIA, Who Pays for EIA, EIA Contractor Qualifications, Conflict of Interest, Public Meetings, Public Input at Meeting, Criteria to Hold Public Meeting, Days for Public to Review Draft EIA, Public Comments on Draft EIA,” in EIA Complete Factors, View the Website.

1 This checklist uses the term ESIA to recommend the preparation and implementation of an in-depth evaluation of environmental and social impacts and risks for each proposed project. However, depending on the Financiers, Developers, Contractors, and the Host Country Government, an environmental impact assessment (EIA), initial environmental examination (IEE), or another ESIA-related method or tool could be employed to evaluate a project’s impacts and risks. In some cases, Indigenous peoples’ plans (IPPs) and land acquisition and resettlement plans (LARPs) may include an assessment of social impacts. It is also possible for projects to involve social impact assessments (SIAs) that are separate from EIAs, IPPs, LARPs, and other project documentation.

2 Ministry of Environmental Protection (MEP) (now Ministry of Ecology and Environment (MEE)) et al., “Guidance on Promoting Green Belt and Road,” 2017; MEP, “The Belt and Road Ecological and Environmental Cooperation Plan,” 2017.

3 China Banking Association (CBA), “Corporate Social Responsibility Guidelines,” 2009.

4 China Banking Regulatory Commission (CBRC) (now China Banking and Insurance Regulatory Commission (CBIRC)), “Key Performance Indicators of Green Credit Implementation,” June 2014.

5 CBRC and China Insurance Regulatory Commission (CIRC) (now CBIRC), “Guidelines on Regulating the Banking Industry in Serving Enterprises’ Overseas Development and Strengthening Risk Control,” 2017.

6 The Export-Import Bank of China (China Exim Bank), “Guidelines for Environmental and Social Impact Assessment for Project Loans of the China Export and Import Bank,” 2007.

7 Bank of China (Hong Kong) (BOCHK), “Sustainability Policy,” 2021.

8 CBA, “Corporate Social Responsibility.” 

9 Ministry of Commerce (MOFCOM) and MEE, “Guidelines for Ecological Environmental Protection in Foreign Investment Cooperation and Construction Projects,” 2022; MOFCOM and MEP, “Guidelines for Environmental Protection in Foreign Investment and Cooperation,” 2013.

10 Responsible Cobalt Initiative (RCI) and Responsible Minerals Initiative (RMI), “Cobalt Refiner Supply Chain Due Diligence Standard (version 2.0),” 2021.

11 China-ASEAN Investment Cooperation Fund (CAF), “Social Responsibility and Environmental Protection Guidelines for Investments in the ASEAN Region,” 2014; China Datang Corporation (CDT), “Regulation on Environmental Protection,” 2017.

12 The following guidelines and internal policies specify the importance of using Chinese and/or international best practices for ESIAs: MOFCOM and MEE, “New Guidelines for Green Development in Overseas Investment and Cooperation,” 2021; MOFCOM and MEE, “Ecological Environmental Protection;” National Development and Reform Commission (NDRC) et al., “Code of Conduct for the Operation of Overseas Investments by Private Enterprises,” 2017; Green Finance Committee (GFC) of China Society for Finance and Banking et al., “Environmental Risk Management Initiative for China’s Overseas Investment,” 2017; China Exim Bank, “Environmental and Social Impact Assessment;” China Chamber of Commerce of Metals, Minerals and Chemicals Importers and Exporters (CCCMC), “Guidance for Sustainable Natural Rubber,” 2017; CCCMC, “Guidelines for Social Responsibility in Outbound Mining Investments,” 2017. The following guidelines encourage Developers and Contractors to undertake ESIAs: China International Contractors Association (CHINCA), “Draft Revisions to Guide on Social Responsibility for Chinese International Contractors,” 2021; CHINCA, “Guide on Social Responsibility for Chinese International Contractors,” 2012; CHINCA and Dagong Global Credit Rating, “Guidelines of Sustainable Infrastructure for Chinese International Contractors (SIG),” 2017; Ministry of Finance (MOF) et al., “Guiding Principles on Financing the Development of BRI,” 2017; Green Finance Initiative and GFC, “Green Investment Principles (GIP) for the Belt and Road,” 2018; RCI and RMI, “Cobalt Refiner Supply.”

13 CCCMC, “Outbound Mining Investments.” The following internal company policies emphasize the need to identify and assess social and environmental impacts: China Three Gorges Corporation (CTG), “Sustainable Development Policy,” 2017; Sinohydro, “Environmental Protection Policy Statement,” 2017.

14 CCCMC, “Outbound Mining Investments.”

15 Standing Committee of the National People's Congress, “Environmental Protection Law of the People's Republic of China,” 1989.

16 RCI and RMI, “Cobalt Refiner Supply.”

17 CCCMC, “Outbound Mining Investments.”

18 MEE, “Measures for Public Participation in Environmental Impact Assessments,” 2018.

19 Ibid; MOFCOM and MEE, “New Guidelines.”

20 MOFCOM and MEE, “Ecological Environmental Protection.”

21 State Council, “Regulation on Environmental Impact Assessment of Planning,” 2009.

22 Standing Committee of the National People's Congress, “Environmental Impact Assessment Law of the People's Republic of China,” 2002; Standing Committee of the National People's Congress, “Amendment to the Environmental Impact Assessment Law of the People's Republic of China,” 2016.

23 International Best Practice is based on Asian Development Bank (ADB), "Safeguard Policy Statement," 2009; Asian Infrastructure Investment Bank (AIIB), "Environmental and Social Framework," 2021; World Bank, "Environmental and Social Framework," 2018; Mekong Partnership for the Environment, "Guidelines on Public Participation in Environmental Impact Assessment in the Mekong Region," First Edition, 2017.