Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ສື່, ເຊິ່ງລວມເຖິງຊ່ອງທາງສື່ ແລະ ນັກຂ່າວ, ຄອບຄຸມຂໍ້ມູນໂຄງການໂຄງສ້າງພື້ນຖານ ແລະ ການລົງທຶນອື່ນໆຢູ່ຕ່າງປະເທດຂອງຈີນໃນປະເທດເຈົ້າ BRI. ນອກຈາກການຈັດພິມສື່ສິ່ງພິມສະບັບດິຈິຕໍ ແລະ ແບບປຣິນເຈ້ຍ, ຊ່ອງທາງສື່ກະແສຫຼັກອາດຮັກສາບັນຊີສື່ສັງຄົມ. ຊ່ອງທາງສື່ ແລະ ນັກຂ່າວສາມາດດຳເນີນການລະຫວ່າງປະເທດ ຫຼື ລາຍງານກ່ຽວກັບຂ່າວສຳລັບສະເພາະບ້ານໃດໜຶ່ງ. 

 

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງສື່: 

  • ດຳເນີນການວິໄຈສືບສວນ ພາຍໃນພື້ນທີ່ອິດທິພົນຂອງໂຄງການ.  
    • ຂຽນກ່ຽວກັບມຸມມອງ ແລະ ປະສົບການ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆຫຼັງຈາກການສຳພາດ ເຊິ່ງອາດມີການບັນທຶກ ຫຼື ບໍ່ມີກໍໄດ້.  
  • ຕິດຕາມການພັດທະນານະໂຍບາຍກ່ຽວກັບ BRI ຢູ່ປະເທດຈີນ, ປະເທດເຈົ້າພາບ ແລະ ປະເທດອື່ນໆທົ່ວໂລກ. 
  • ເກັບກຳຂໍ້ແນະນໍາ ຜ່ານອີເມວ, ໂທລະສັບ, ແຟັກ ຫຼື ບັນຊີສື່ສັງຄົມ. 
  • ເຜີຍແຜ່ຂໍ້ມູນກ່ຽວຂ້ອງກັບໂຄງການ ຈາກຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ
  • ຈັດພິມບົດຄວາມ ກ່ຽວກັບສະຖານະຂອງກິດຈະກຳ, ກົດໝາຍ, ລະບຽບການ ແລະ ຄູ່ມືກ່ຽວກັບ BRI.