Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ບັນດາໂຄງການ BRI ມີສ່ວນກ່ຽວຂ້ອງໂດຍທາງກົງ ແລະ ທາງອ້ອມຢ່າງກວ້າງຂວາງກັບປະຊາຊົນ, ອົງການ, ບໍລິສັດ, ຫ້ອງການ, ອົງການຈັດຕັ້ງ ແລະສະຖາບັນຕ່າງໆ. ຜູ້ຖືຜົນປະໂຫຍດຮ່ວມ 13 ປະເພດຕໍ່ໄປນີ້ ສອດຄ່ອງກັບບັນດາຜູ້ຖືຜົນປະໂຫຍດຮ່ວມຈາກປະເທດຈີນ, ບັນດາປະເທດເຈົ້າພາບ, ພາກສ່ວນທີສາມ ແລະ ສາກົນ ທີ່ມີສ່ວນກ່ຽວຂ້ອງໃນໂຄງການທີ່ກຳນົດໄວ້ໃດໜຶ່ງ.

ຫຼັງຈາກເລືອກປະເພດສະເພາະໃດໜຶ່ງແລ້ວ, ທ່ານຈະບໍ່ພຽງແຕ່ສາມາດຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງຜູ້ຖືຜົນປະໂຫຍດຮ່ວມປະເພດນັ້ນໃນທົ່ວ ວົງຈອນຂອງໂຄງການເທົ່ານັ້ນ, ແຕ່ຍັງຈະສາມາດເຂົ້າເຖິງຮູບແບບການຕິດຕໍ່ຕ່າງໆ (ທີ່ຢູ່, ທີ່ຢູ່ອີເມວ, ເບີແຟັກ, ເບີໂທລະສັບ, ບັນຊີສື່ສັງຄົມ ແລະ ເວັບໄຊຕ່າງໆ) ສໍາລັບຜູ້ຖືຜົນປະໂຫຍດຮ່ວມລາຍບຸກຄົນອີກດ້ວຍ.