Skip to main content
ລາຍການກວດກາ
05

ການເປີດເຜີຍ ESIA ແລະ ESMP ສະບັບຮ່າງ ແລະ ສະບັບສຸດທ້າຍ

ຄຳອະທິບາຍ

ຜູ້ສະໜອງທຶນຄວນກຳນົດໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາເພື່ອເປີດເຜີຍສະບັບຮ່າງ ແລະ ສະບັບສຸດທ້າຍຂອງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ແລະ ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP). ໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ, ທີ່ປຶກສາ ESIA ຄວນສະເໜີລາຍງານ ESIA ແລະ ESMP ຕໍ່ຜູ້ຖືຜົນປະໂຫຍດຮ່ວມ ຫຼັກ, ເຊິ່ງລວມເຖິງປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO), ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານ. ທີ່ປຶກສາ ESIA ຄວນສົ່ງເນື້ອຫາແບບດຽວກັນໃຫ້ກັບນັກພັດທະນາ ແລະ ຜູ້ຮັບເໝົາເພື່ອໃຫ້ພວກເຂົາໄດ້ອ້າງອີງ. ໂດຍມີເອກະສານທີ່ຄອບຄຸມເຫຼົ່ານີ້ຢູ່ໃນມື, ນັກພັດທະນາ ແລະ ຜູ້ຮັບເໝົາຄວນເຮັດວຽກກັບຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ ເພື່ອ ແຈ້ງການ ໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກຮັບຊາບເຖິງເນື້ອຫາຂອງເອກະສານເຫຼົ່ານີ້ໃນລັກສະນະທີ່ທັນຕາມເວລາ, ມີຄວາມອ່ອນໄຫວໃນເລື່ອງເພດ ແລະ ແທດເໝາະກັບວັດທະນະທຳ.  

 

ການເປີດເຜີຍສະບັບຮ່າງ ແລະ ສະບັບສຸດທ້າຍຂອງ ESIA ແລະ ESMP ສູ່ສາທາລະນະຕະຫຼອດວົງຈອນຊີວິດຂອງໂຄກງານຈະຮັບປະກັນຄວາມໂປ່ງໃສຂອງຄວາມສ່ຽງ ແລະ ຜົນກະທົບຂອງໂຄງການຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງມາດຕະການຫຼຸດຜ່ອນທີ່ນໍາສະເໜີ ແລະ ກິດຈະກຳການຕິດຕາມ. ໂດຍເປັນສ່ວນໜຶ່ງຂອງການສື່ສານ ແລະ ການປຶກສາຫາລືທີ່ເປັນປົກກະຕິກັບຜູ້ຖືຜົນປະໂຫຍດຮ່ວມຫຼັກ, ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ ຄວນໃຫ້ສຳເນົາຂອງ ESIA ແລະ ESMP ຂອງໂຄງການເປັນສຳນຽງ ແລະ ພາສາທ້ອງຖິ່ນຢູ່ໃນອອນລາຍ, ຢູ່ໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ ແລະ ຢູ່ໃນສຳນັກງານຂອງຜູ້ມີອຳນາດສຳລັບ ESIA ໂດຍທີ່ຜູ້ຖືຜົນປະໂຫຍດຮ່ວມຫຼັກຈະບໍ່ໄດ້ເສຍຄ່າ. ຖ້າກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບກຳນົດໃຫ້ສາທາລະນະຈ່າຍຄ່າທຳນຽມສຳລັບເອກະສານເຫຼົ່ານີ້, ນັກພັດທະນາ ແລະ ຜູ້ຮັບເໝົາສາມາດໃຫ້ການຊ່ວຍເຫຼືອແກ່ຜູ້ຖືຜົນປະໂຫຍດຮ່ວມຫຼັກ, ໂດຍສະເພາະກຸ່ມຄົນ ແລະ ບຸກຄົນທີ່ບອບບາງ ແລະ ດ້ອຍໂອກາດ, ໃນການເຂົ້າເຖິງສຳເນົາຟຣີຂອງ ESIA ແລະ ESMP. 

ມັນເຮັດວຽກແນວໃດ?

ສຳລັບໂຄງການຢູ່ຕ່າງປະເທດ: 

ລັດຖະບານຈີນຄວນ:

  • ປັບປຸງການເປີດເຜີຍຂໍ້ມູນສິ່ງແວດລ້ອມ, ເຊິ່ງລວມເຖິງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA) ແລະ ແຜນການຄຸ້ມຄອງສິ່ງແວດລ້ອມ (EMP).1 

 

ຜູ້ສະໜອງທຶນ ຄວນ:

  • ເປີດເຜີຍຂໍ້ສະຫຼຸບຜົນກະທົບຕໍ່ສິ່ງແວດລ້ອມກ່ອນທີ່ຈະລົງທຶນໃນແຕ່ລະໂຄງການ.2 
    • ເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຊິ່ງສາມາດສື່ສານເປັນຮູບແບບ ESIA.3 
  • ເຮັດວຽກກັບລັດຖະບານຈີນເພື່ອປະກອບຂໍ້ມູນສິ່ງແວດລ້ອມຂອງນັກພັດທະນາ ແລະ ຜູ້ຮັບເໝົາເຂົ້າໃສ່ຖານຂໍ້ມູນສິນເຊື່ອ ທາງການເງິນ.4 
    • ແບ່ງປັນຂໍ້ມູນສຳລັບຂະບວນການຕັດສິນໃຈສຳລັບເງິນກູ້ຢືມ ແລະ ການລົງທຶນ, ເຊິ່ງມັກກ່ຽວພັນກັບການທົບທວນ EIA ແລະ EMP.

  

ຜູ້ສະໜອງທຶນ, ນັກພັດທະນາ ແລະ ຜູ້ຮັບເໝົາ ຄວນ:

  • ສືບຕໍ່ຍົກລະດັບການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບສິ່ງແວດລ້ອມ, ສະພາບພູມິອາກາດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ສິ່ງນີ້ຄວນຄອບຄຸມການເປີດເຜີຍ ESIA ແລະ ESMP.5 
    • ຕິດປະກາດການອັບເດດ ແລະ ເຜີຍແຜ່ສື່ສິ່ງພິມຢູ່ໃນເວັບໄຊຂອງພວກເຂົາຢ່າງເປັນປະຈຳ.6 

 

ນັກພັດທະນາ ແລະ ຜູ້ຮັບເໝົາ ຄວນ:

  • ເປີດເຜີຍລາຍງານ EIA ເປັນພາສາອັງກິດ ແລະ ພາສາທ້ອງຖິ່ນກ່ອນການກໍ່ສ້າງ.7 
    • ເປີດເຜີຍຂໍ້ມູນກ່ຽວກັບການຕັດສິນໃຈ ແລະ ກິດຈະກຳທີ່ຈະມີຜົນກະທົບທາງສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມໃນທັນທີ, ພ້ອມທັງຂອບເຂດທີ່ອາດເກີດຂຶ້ນຂອງຜົນກະທົບແຕ່ລະລາຍການ, ຕໍ່ປະເທດເຈົ້າພາບ ແລະ ຊຸມຊົນທ້ອງຖິ່ນ.8ສິ່ງນີ້ຄວນປະກອບມີການເຜີຍແຜ່ ESIA ແລະ ESMP ຕໍ່ສາທາລະນະສຳລັບຜົນກະທົບທາງສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມຢ່າງໃຫຍ່ຫຼວງ.
  • ຕິດປະກາດການອັບເດດກ່ຽວກັບການກວດສອບວິເຄາະສະຖານະຢູ່ໃນເວັບໄຊຂອງພວກເຂົາເອງ ຫຼື ເວັບໄຊຂອງສະມາຄົມອຸດສາຫະກຳທີ່ກ່ຽວຂ້ອງຢ່າງໜ້ອຍທຸກໆໜຶ່ງປີ.9 
    • ເປີດເຜີຍຂໍ້ມູນກ່ຽວກັບລະບົບການຄຸ້ມຄອງຄວາມສ່ຽງ, ລາຍງານຂໍ້ສະຫຼຸບການປະເມີນ ແລະ ການປະເມີນຄວາມສ່ຽງ ແລະ ການຄຸ້ມຄອງສຳລັບແຕ່ລະໂຄງການ.
  • ໃຫ້ຂໍ້ມູນກ່ຽວກັບອັນຕະລາຍທີ່ກ່ຽວຂ້ອງກັບໂຄງການ ແລະ ມາດຕະການຫຼຸດຜ່ອນທີ່ເໝາະສົມຕໍ່ຊຸມຊົນທີ່ໄດ້ຮັບຜົນກະທົບ.10ສິ່ງນີ້ຄວນຖືກບັນທຶກໃນຮູບແບບຂອງ ESIA ແລະ ESMP.
  • ແຈ້ງໃຫ້ຊຸມຊົນໃນທ້ອງຖິ່ນ ແລະ ກົມກ່ຽວຂ້ອງໃນແຜນການຮັບຊາບ, ເຊິ່ງສາມາດລວມເຖິງແຜນການໃນການດຳເນີນ ESIA ຫຼື ESMP.11 
  • ເປີດເຜີຍຂໍ້ມູນກ່ຽວກັບຄວາມພະຍາຍາມຕໍ່ສິ່ງແວດລ້ອມຂອງພວກເຂົາເອງ, ເຊິ່ງສາມາດລວມເຖິງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຜ່ານ ESIA ໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ, ພ້ອມທັງການຫຼຸດຜ່ອນຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ການຍົກລະດັບຜົນປະໂຫຍດໂຄງການຜ່ານ ESMP ໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ.12 

 

ສຳລັບໂຄງການຢູ່ພາຍໃນປະເທດຈີນ: 

ລັດຖະບານຈີນ ຄວນ:

  • ເປີດເຜີຍຂໍ້ມູນດັ່ງຕໍ່ໄປນີ້ຢ່າງຫ້າວຫັນ:13 
    • ການດູແລຕິດຕາມ ແລະ ການກວດກາການປົກປ້ອງສິ່ງແວດລ້ອມ ແລະ ສາທາລະນະສຸກ.14 
    • ກົດໝາຍ, ລະບຽບການ, ກົດລະບຽບ, ມາດຕະຖານປົກປ້ອງສິ່ງແວດລ້ອມ ແລະ ເອກະສານລະບຽບການອື່ນໆ.
    • ແຜນການປົກປ້ອງສິ່ງແວດລ້ອມ.
    • ສະຖິຕິສິ່ງແວດລ້ອມ ແລະ ຂໍ້ມູນການສືບສວນສິ່ງແວດລ້ອມ.
    • ແຜນການໂຕ້ຕອບສະພາວະສຸກເສີນ ແລະ ການພະຍາກອນ.
    • ເປົ້າໝາຍ ແລະ ການປະເມີນມົນລະພິດ.
    • ວິທີການປະເມີນ, ຕົວບົ່ງຊີ້, ຜົນ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບການຈັດສ້າງນະຄອນຕາມແບບຈຳລອງການປົກປ້ອງສິ່ງແວດລ້ອມລະດັບປະເທດ ແລະ ເຂດສາທິດການກໍ່ສ້າງໃນລະບົບນິເວດແຫ່ງຊາດ.15 
    • ເອກະສານຍອມຮັບ EIA, ສະບັບຫຍໍ້ຂອງ EIA ແລະ ຜົນການອະນຸມັດ ແລະ ຜົນການຍອມຮັບການປົກປ້ອງສິ່ງແວດລ້ອມຂອງໂຄງການກໍ່ສ້າງທີ່ສຳເລັດແລ້ວ.16 
    • ຄ່າທຳນຽມທີ່ເກັບສຳລັບການປ່ອຍສານມົນລະພິດ.
    • ລາຍຊື່ຂອງນັກພັດທະນາ ແລະ ຜູ້ຮັບເໝົາທີ່ປ່ອຍສານມົນລະພິດເກີນມາດຕະຖານສິ່ງແວດລ້ອມ ຫຼື ຮັບຜິດຊອບສຳລັບອຸປະຕິເຫດໃນການປ່ອຍມົນລະພິດຕໍ່ສິ່ງແວດລ້ອມຄັ້ງຮຸນແຮງ ແລະ ມີຂະໜາດໃຫຍ່.
    • ຜົນການກວດກາ ແລະ ການອະນຸມັດໂຄງການປົກປ້ອງສິ່ງແວດລ້ອມ.
  • ຈັດຜິມລາຍງານຜົນກະທົບຕໍ່ສິ່ງແວດລ້ອມສະບັບເຂົ້າໃຈງ່າຍໃນອອນລາຍໃຫ້ໄວຫຼັງຈາກທີ່ໄດ້ຍອມຮັບເອກະສານ EIA.17 
  • Ministry of Ecology and Environment (MEE) ຄວນເປີດເຜີຍຂໍ້ມູນກ່ຽວຂ້ອງກ່ຽວກັບ EIA ຕໍ່ສາທາລະນະ.18 
    • ແຈ້ງການໃຫ້ພາກສ່ວນກ່ຽວຂ້ອງຮັບຊາບເຖິງສິດທິຂອງພວກເຂົາໃນການຮ້ອງຂໍການຮັບຟັງພິຈາລະນາກ່ອນທີ່ຈະຍອມຮັບລາຍງານ EIA.

 

ທີ່ປຶກສາ EIA ຄວນ:

  • ເຮັດວຽກກັບ MEE, ນັກພັດທະນາ ແລະ ຜູ້ຮັບເໝົາໃນການເປີດເຜີຍຂໍ້ມູນກ່ຽວຂ້ອງກ່ຽວກັບການປະກອບສ່ວນຂອງສາທາລະນະໃນ EIA, ພ້ອມທັງວິທີການ ຫຼື ຊ່ອງທາງທີ່ເປັນທາງການສຳລັບຄຳຄິດເຫັນຂອງສາທາລະນະ.19 
  • ຮ້ອງຂໍຄວາມຄິດເຫັນຂອງນິຕິບຸກຄົນກ່ຽວຂ້ອງ, ຜູ້ຊ່ຽວຊານ ແລະ ສາທາລະນະກ່ອນທີ່ຈະສົ່ງແຜນການສຳລັບໂຄງການທີ່ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.20 

 

ນັກພັດທະນາ ແລະ ຜູ້ຮັບເໝົາ ຄວນ:

  • ສົ່ງການສະໝັກຂໍສຳລັບລາຍງານ EIA, ລາຍງານ EIA ຕົວຈິງ ແລະ ຂໍ້ມູນກ່ຽວກັບການປະກອບສ່ວນຂອງສາທາລະນະສຳລັບການອະນຸມັດໂດຍ MEE ແລະ/ຫຼື ກົມປົກປ້ອງສິ່ງແວດລ້ອມຂອງຈີນກ່ອນທີ່ຈະຈັດຕັ້ງປະຕິບັດແຕ່ລະໂຄງການ.21 
  • ສົ່ງລາຍງານ EIA ສະບັບປັບປຸງກ່ອນທີ່ຈະດຳເນີນການປ່ຽນແປງຕໍ່ຂະໜາດຂອງແຕ່ລະໂຄງການ, ຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ຫຼື ມາດຕະການປ້ອງກັນມົນລະພິດທີ່ນໍາສະເໜີ ແລະ22 

ໂດຍໄດ້ຮັບການສະໜັບສະໜູນຈາກນັກພັດທະນາ ແລະ ຜູ້ຮັບເໝົາ, ທີ່ປຶກ ESIA ຄວນ:

  • ຕະຫຼອດໄລຍະການວາງແຜນກ່ອນໂຄງການ, ແບ່ງປັນ ESIA, ESMP ແລະ ເອກະສານເຕັກນິກອື່ນໆສະບັບຮ່າງ, ພ້ອມທັງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ ແລະ ໃບປິວສະບັບປັບປຸງ, ກັບນັກພັດທະນາ (ແລະ ຜູ້ຮັບເໝົາ).
  • ຈັດຊຸດປະຊຸມຕ່າງໆ (ເຊິ່ງລວມເຖິງການສໍາພາດ, ການສຳມະນາ, ເວທີປາໄສ ແລະ/ຫຼື ການສົນທະນາກຸ່ມຈຸດສຸມ) ແລະ ດໍາເນີນການສໍາຫຼວດເພີ່ມເຕີມຕາມຄວາມຈໍາເປັນ, ເພື່ອພົວພັນກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆຕາມແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ. ເບິ່ງການມີສ່ວນຮ່ວມ ແລະ ການປຶກສາຫາລືຂອງຜູ້ຖືຜົນປະໂຫຍດຮ່ວມສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການປຶກສາຫາລືທີ່ມີຄວາມໝາຍ.
    • ແຈ້ງໃຫ້ຜູ້ຖືຜົນປະໂຫຍດຮ່ວມຮັບຊາບກ່ຽວກັບການປະຊຸມກ່ອນລ່ວງໜ້າຢ່າງໜ້ອຍອາທິດ ໂດຍສົ່ງຈົດໝາຍທາງການ, ເວົ້າປະກາດວິທະຍຸຊຸມຊົນໃນທ້ອງຖິ່ນ, ປະກາດຂ່າວໃນກະດານໂຄສະນາຂອງຊຸມຊົນ ຫຼື ແບ່ງປັນຂໍ້ຄວາມຢູ່ຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ.
    • ຈັດແຈງການປະຊຸມແຍກຕ່າງຫາກສຳລັບແມ່ຍິງ, ຄົນພື້ນເມືອງ, ຄົນກຸ່ມນ້ອຍ ແລະ ກຸ່ມຄົນອື່ນໆທີ່ບອບບາງ.
    • ແບ່ງປັນຂໍ້ມູນເຕັກນິກ ແລະ ກ່ຽວຂ້ອງຫຼ້າສຸດ ເຊິ່ງລວມເຖິງແຕ່ບໍ່ສະເພາະພຽງການອອກແບບຂອງໂຄງການ, ກອບເວລາ, ຜົນກະທົບທີ່ອາດເກີດຂຶ້ນ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ.
    • ອະທິບາຍຂໍ້ມູນຄົ້ນພົບທີ່ກ່ຽວຂ້ອງກັບຜົນກະທົບ ແລະ ຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງມາດຕະການຫຼຸດຜ່ອນທີ່ນໍາສະເໜີ ແລະ ກິດຈະກຳການຕິດຕາມ.
    • ສະແດງລັກສະນະທີ່ໄດ້ປະກອບມຸມມອງຂອງຜູ້ຖືຜົນປະໂຫຍດຮ່ວມຫຼັກເຂົ້າໃສ່ທັງ ESIA ແລະ ESMP.
    • ເຮັດວຽກກັບລ່າມແປພາສາເພື່ອແປເນື້ອຫາປັບປຸງ ເຊິ່ງລວມເຖິງ ESIA ແລະ ESMP ໃຫ້ເປັນພາສາ ແລະ ສຳນຽງໃນທ້ອງຖິ່ນ, ເຊິ່ງລວມເຖິງພາສາຂອງຄົນກຸ່ມນ້ອຍ ແລະ ຄົນພື້ນເມືອງ.
    • ຈັດສຳເນົາສະບັບແຂງຂອງ ESIA ແລະ ESMP ສະບັບຮ່າງເປັນສຳນຽງ ແລະ ພາສາທ້ອງຖິ່ນເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ຮັບເກັບຮັກສາໄວ້.
      • ສຳລັບຊຸມຊົນພື້ນເມືອງທີ່ບໍ່ມີພາສາເປັນລາຍລັກອັກສອນ, ລ່າມແປພາສາຄວນສື່ສານທາງວາຈາ ແລະ ພາບການເບິ່ງເຫັນ.
  • ປຶກສາຫາລື ກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານກ່ຽວກັບທັງ ESIA ແລະ ESMP, ພ້ອມທັງການອອກແບບຂອງແຕ່ລະໂຄງການ, ທາງເລືອກ, ມາດຕະການຫຼຸດຜ່ອນ ແລະ ກິດຈະກຳການຕິດຕາມ.
    • ບັນທຶກຄຳຮ້ອງຂໍ, ຄຳຕິຊົມ, ຄວາມກັງວົນ ແລະ ການສອບຖາມຂອງພວກເຂົາ, ພ້ອມທັງຂໍ້ມູນກ່ຽວກັບຄຸນຄ່າໃນທ້ອງຖິ່ນກ່ຽວກັບວັດທະນະທໍາ ແລະ ສິ່ງແວດລ້ອມ, ເພື່ອພິຈາລະນາພາຍໃນ, ປະກອບເຂົ້າໃສ່ ESIA ແລະ ESMP ໂດຍກົງ ແລະ ນໍາສະເໜີໃນລະຫວ່າງການປະຊຸມໃນອະນາຄົດສຳລັບແຕ່ລະໂຄງການ.
    • ຮັກສາລາຍຊື່ຜູ້ເຂົ້າຮ່ວມເພື່ອປະກອບເຂົ້າໃສ່ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ. ຂໍອະນຸຍາດຈາກຜູ້ເຂົ້າຮ່ວມກ່ອນທີ່ຈະຖ່າຍຮູບ.
    • ຕິດຕາມຜູ້ເຂົ້າຮ່ວມກ່ຽວກັບບັນຫາສະເພາະເມື່ອຈຳເປັນ.
  • ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານມີເວລາທີ່ພຽງພໍເພື່ອສົນທະນາກັນສຳລັບແຕ່ລະໂຄງການ ແລະ ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນ.
    • ພິຈາລະນາຄຳຄິດເຫັນ, ປະຕິກິລິຍາ, ຄຳຮ້ອງທຸກ ແລະ ຄຳຖາມຂອງຜູ້ຖືຜົນປະໂຫຍດຮ່ວມຫຼັກໃນຂະນະທີ່ກຳລັງສະຫຼຸບ ESIA ແລະ ESMP.
  • ປະສານງານການປະຊຸມອີກຢ່າງໜ້ອຍໜຶ່ງຄັ້ງເພື່ອນໍາສະເໜີ ESIA ແລະ ESMP ສະບັບສຸດທ້າຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆສຳລັບແຕ່ລະໂຄງການ.
    • ນໍາໃຊ້ວິທີການດຽວກັນເພື່ອແຈ້ງການໃຫ້ຜູ້ຖືຜົນປະໂຫຍດຫຼັກຮັບຊາບກ່ຽວກັບການປະຊຸມນີ້ກ່ອນລ່ວງໜ້າຢ່າງໜ້ອຍສອງອາທິດ.
    • ແບ່ງປັນຂໍ້ມູນເຕັກນິກ ແລະ ກ່ຽວຂ້ອງສຸດທ້າຍ.
    • ເຮັດວຽກກັບລ່າມແປພາສາ ເພື່ອແປ ESIA ແລະ ESMP ສະບັບສຸດທ້າຍເປັນພາສາ ແລະ ສຳນຽງທ້ອງຖິ່ນ.
    • ຈັດການແປພາສາ ESIA ແລະ ESMP ສະບັບສຸດທ້າຍສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບ ເພື່ອເກັບຮັກສາ ແລະ ສື່ສານເນື້ອຫາຂອງພວກມັນທາງວາຈາ ແລະ ພາບການເບິ່ງເຫັນຕາມຄວາມຈຳເປັນ.
    • ສົ່ງເນື້ອຫາສຸດທ້າຍໃຫ້ນັກພັດທະນາ (ແລະ ຜູ້ຮັບເໝົາ), ພ້ອມທັງລັດຖະບານຂອງປະເທດເຈົ້າພາບໃນລະດັບປະເທດ ແລະ ລະດັບຍ່ອຍພາຍໃນປະເທດ, ໃຫ້ທັນເວລາ.

 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ:

  • ທົບທວນແຜນທີ່ໃໝ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ພ້ອມທັງ ESIA ແລະ ESMP ສະບັບຮ່າງ ແລະ ສະບັບປັບປຸງ ແລະ ເອກະສານເຕັກນິກອື່ນໆທີ່ກະກຽມໂດຍທີ່ປຶກສາ ESIAໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ.
    • ທົບທວນເນື້ອຫາສຸດທ້າຍທີ່ສົ່ງໂດຍທີ່ປຶກສາ ESIA.
  • ຄຸ້ມຄອງຄ່າໃຊ້ຈ່າຍສະຖານທີ່, ເນື້ອຫາທີ່ຕີພິມ, ການເດີນທາງສຳລັບຜູ້ເຂົ້າຮ່ວມ, ການຊ່ວຍເຫຼືອໃນການດູແລສຸຂະພາບເດັກ ແລະ ເຄື່ອງດື່ມສົດຊື່ນສຳລັບການປະຊຸມທີ່ກ່ຽວຂ້ອງກັບແຕ່ລະໂຄງການ.
    • ຄຸ້ມຄອງຄ່າໃຊ້ຈ່າຍທີ່ເຫຼືອສຳລັບພະນັກງານຂອງພວກເຂົາເອງ, ທີ່ປຶກສາ ESIA, ລ່າມແປພາສາ ແລະ ນັກວິໄຈ/ຜູ້ຊ່ຽວຊານຄົນອື່ນສຳລັບການສະຫຼຸບ ESIA ແລະ ESMP.
    • ເອົາຄ່າໃຊ້ຈ່າຍເຫຼົ່າເຂົ້າເປັນປັດໄຈໃນ ງົບປະມານ ໂຄງການໂດຍລວມທີ່ສະໜອງທຶນໃຫ້ໂດຍຜູ້ສະໜອງທຶນ.
  • ສົ່ງເນື້ອຫາສະບັບຮ່າງ ແລະ ສະບັບສຸດທ້າຍເປັນພາສາຈີນ, ພາສາອັງກິດ ແລະ ສຳນຽງ ແລະ ພາສາໃນທ້ອງຖິ່ນໃຫ້ກັບຜູ້ສະໜອງທຶນ ແລະ ຜູ້ມີອຳນາດສຳລັບ ESIA ໃນທັນທີສຳລັບການທົບທວນ ແລະ ການອະນຸມັດຂອງພວກເຂົາ.
  • ແບ່ງປັນເນື້ອຫາສະບັບຮ່າງ ແລະ ສະບັບສຸດທ້າຍເປັນພາສາຈີນ, ພາສາອັງກິດ ແລະ ສຳນຽງ ແລະ ພາສາໃນທ້ອງຖິ່ນກັບຜູ້ຮັບເໝົາ (ແລະ ຜູ້ຮັບເໝົາລາຍຍ່ອຍ) ສຳລັບການອ້າງອີງຂອງພວກເຂົາ.

 

ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA ຄວນ:

  • ເຜີຍແຜ່ສະບັບສຸດທ້າຍຂອງ ESIA ແລະ ESMP ໃນຊ່ອງທາງສື່ທ້ອງຖິ່ນໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ.
  • ຕິດປະກາດ ESIA ແລະ ESMP ຢູ່ໃນເວັບໄຊຂອງພວກເຂົາ ແລະ ບັນຊີສື່ສັງຄົມເປັນພາສາຈີນ, ພາສາອັງກິດ ແລະ ສຳນຽງ ແລະ ພາສາໃນທ້ອງຖິ່ນ.
  • ຕະຫຼອດວົງຈອນຊີວິດຂອງໂຄກງານ, ຮັກສາຖານຂໍ້ມູນ ESIA, ESMP ແລະ ເອກະສານກ່ຽວຂ້ອງອື່ນໆທີ່ມີໃຫ້ຕໍ່ສາທາລະນະຢູ່ໃນເວັບໄຊຂອງພວກເຂົາ, ພ້ອມທັງການບັນທຶກເນື້ອຫາເຫຼົ່ານີ້ຢູ່ໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ ແລະ ສຳນັກງານຂອງຜູ້ມີອຳນາດສຳລັບ ESIA.
    • ເປີດເຜີຍເນື້ອຫາດັ່ງຕໍ່ໄປນີ້ເປັນພາສາທ້ອງຖິ່ນໂດຍບໍ່ເສຍຄ່າຢູ່ໃນເວັບໄຊຂອງພວກເຂົາ, ຢູ່ໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ ແລະ ໃນສຳນັກງານຂອງຜູ້ມີອຳນາດສຳລັບ ESIA ໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ:
      • ອະນຸມັດ ຂອບເຂດຂອງງານ (ToR), ການສຶກສາຂອບເຂດ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ.
      • ແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ ແລະ/ຫຼື ເອກະສານເຕັກນິກສະບັບສຸດທ້າຍ.
      • ESIA, ESMP ສະບັບສຸດທ້າຍ ແລະ ໃນກໍລະນີທີ່ກ່ຽວຂ້ອງ, ແຜນການເອົາທີ່ດິນ ແລະ ການຍົກຍ້າຍຈັດສັນ່ (LARP), ແຜນການຟື້ນຟູຊີວິດການເປັນຢູ່ (LRP) ແລະ ແຜນການສຳລັບຄົນພື້ນເມືອງ (IPP).
      • ສະບັບສຸດທ້າຍຂອງ ESIA, ESMP ແລະ ເອກະສານກ່ຽວຂ້ອງອື່ນໆ.
      • ຂໍ້ສະຫຼຸດທີ່ບໍ່ແມ່ນເຕັກນິກສຳລັບ ESIA ແລະ ESMP.
    • ຮັກສາເນື້ອຫາເຫຼົ່ານີ້ເປັນສຳເນົາດິຈິຕໍຢູ່ໃນເວັບໄຊຂອງພວກເຂົາ, ພ້ອມທັງສຳເນົາສະບັບແຂງຢູ່ໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ ແລະ ສຳນັກງານຜູ້ມີອຳນາດສຳລັບ ESIA, ຕະຫຼອດໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ.

 

ທ່ານຈະສາມາດເຮັດຫຍັງໄດ້?
  • ຄົ້ນຫາໃນເວັບໄຊຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ມີອຳນາດສຳລັບ ESIA ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບຂໍ້ມູນກ່ຽວກັບຂັ້ນຕອນ ຫຼື ແນວທາງຂອງພວກເຂົາເອງສຳລັບການເປີດເຜີຍ ESIA ແລະ ESMPD.
    • ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ຜູ້ດຳເນີນນະໂຍບາຍທີ່ເໝາະສົມເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ. ເບິ່ງຜູ້ຖືຜົນປະໂຫຍດຮ່ວມເພື່ອລະບຸວິທີການຕິດຕໍ່ບາງຢ່າງທີ່ມີໃຫ້.
    • ຖ້າທ່ານບໍ່ສາມາດຕິດຕໍ່ນັກພັດທະນາ ແລະ ຜູ້ຮັບເໝົາໂດຍກົງ, ໃຫ້ພົວພັນກັບຜູ້ສະໜອງທຶນ, ຜູ້ມີອຳນາດສຳລັບ ESIA ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບເພື່ອຂໍຄວາມຊ່ວຍເຫຼືອ.
    • ຖ້າທ່ານບໍ່ສາມາດຕິດຕໍ່ຜູ້ສະໜອງທຶນ, ຜູ້ມີອຳນາດສຳລັບ ESIA ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບໂດຍກົງ, ໃຫ້ພົວພັນກັບຜູ້ນໍາຊຸມຊົນ ຫຼື CSO/NGO ເພື່ອຂໍຄວາມຊ່ວຍເຫຼືອ.
  • ເຂົ້າຮ່ວມການປະຊຸມທີ່ທີ່ປຶກສາ ESIA ຈະນໍາສະເໜີ ESIA ແລະ ESMP ສະບັບສົມບູນ.
    • ລົມກັບທີ່ປຶກສາ ESIA ຖ້າບໍ່ມີຄວາມຕ້ອງການຂອງທ່ານ ແລະ/ຫຼື ທີ່ດິນ/ເຮືອນ/ໂຄງສ້າງ/ຊັບສິນ/ການບໍລິການທີ່ເປັນຂອງທ່ານ, ຄອບຄົວຂອງທ່ານ ຫຼື ຊຸມຊົນຂອງທ່ານ ຫຼື ມີການສະເໜີຢ່າງບໍ່ຖືກຕ້ອງໃນລາຍງານ ESIA ແລະ ESMP.
    • ຕັ້ງຄຳຖາມ ຫຼື ຄວາມກັງວົນກ່ຽວຄວາມຖືກຕ້ອງຂອງຜົນກະທົບທາງກົງ, ທາງອ້ອມ, ສະສົມ ແລະ ຊັກຈູງຂອງໂຄງການ ແລະ ມາດຕະການຫຼຸດຜ່ອນທີ່ນໍາສະເໜີ.
    • ໃຫ້ທາງເລືອກກ່ຽວກັບວິທີການຫຼີກເວັ້ນ ຫຼື ທົດແທນຜົນກະທົບທາງລົບ ແລະ ຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຖ້າປາກົດວ່າການສະເໜີພາຍໃນລາຍງານ ESIA ແລະ ESMP ມີຢ່າງບໍ່ພຽງພໍ. ໃຫ້ຄຳແນະນໍາທີ່ກຳນົດວິທີການທີ່ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາລາຍຍ່ອຍຄວນປົກປ້ອງຕົ້ນໄມ້/ທະເລສາບ/ກະແສນໍ້າ/ທີ່ດິນ/ເຮືອນ/ໂຄງສ້າງ/ຊັບສິນ/ການບໍລິການສະເພາະທີ່ອາດສຳຄັນຕໍ່ວັດທະນະທຳ, ສຸຂະພາບ, ຄວາມປອດໄພ, ຊີວິດການເປັນຢູ່ ແລະ/ຫຼື ຄຸນນະພາບຊີວິດຂອງທ່ານ. ພິຈາລະນາມາດຕະການຂະໜາດໃຫຍ່ ແລະ ຂະໜາດນ້ອຍເພື່ອຫຼຸດຜ່ອນການຈະລາຈອນ ຫຼື ຮູບແບບທີ່ແຕກຕ່າງກັນຂອງມົນລະພິດທາງອາກາດ, ນໍ້າ ຫຼື ສຽງຈາກການກໍ່ສ້າງ.
    • ຮ້ອງຂໍສິດທິເຂົ້າເຖິງຊັບພະຍາກອນໃໝ່ ຫຼື ປັບປຸງ, ເຊັ່ນ: ນໍ້າສະອາດ, ໄຟຟ້າທີ່ປາສະຈາກກາກບອນ ແລະ ການຄຸ້ມຄອງສິ່ງເສດເຫຼືອ, ຈາກນັກພັດທະນາ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບເພື່ອຊົດເຊີຍສຳລັບຜົນກະທົບທາງລົບ.
    • ຖາມທີ່ປຶກສາ ESIA, ນັກພັດທະນາ ແລະ ຜູ້ຮັບເໝົາກ່ຽວກັບໂອກາດເພື່ອເຂົ້າຮ່ວມໃນການຕິດຕາມສິ່ງແວດລ້ອມ ແລະ ສັງຄົມ.
    • ຂໍໃຫ້ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບໃຊ້ຄືນຄ່າເດີນທາງ ແລະ ຄຸ້ມຄອງຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບການເຂົ້າຮ່ວມ.
    • ເກັບຮັກສາປະຫວັດການເຂົ້າຮ່ວມ ແລະ ການປະກອບສ່ວນຂອງທ່ານທັງໃນເຈ້ຍ ຫຼື ໂທລະສັບຂອງທ່ານ.
    • ຂໍໃຫ້ທີ່ປຶກສາ ESIA ມອບສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍຂອງສະບັບຮ່າງ ແລະ ສະບັບປັບປຸງຂອງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ການສຶກສາຂອບເຂດ, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ, ລາຍງານ ESIA ແລະ ເອກະສານເຕັກນິກອື່ນໆເປັນພາສາທ້ອງຖິ່ນຂອງທ່ານ. ທົບທວນເນື້ອຫາເຫຼົ່ານີ້.
    • ສົນທະນາກ່ຽວກັບຄວາມສ່ຽງ ແລະ ຜົນກະທົບໃນອະດີດ, ປັດຈຸບັນ ແລະ ອະນາຄົດ, ພ້ອມທັງການດຳເນີນການແກ້ໄຂ ແລະ ປ້ອງກັນທີ່ອາດເປັນໄປໄດ້, ກັບສະມາຊິກຄົນອື່ນໆໃນຊຸມຊົນ, CSO/NGO ແລະ ຜູ້ຊ່ຽວຊານທີ່ເໝາະສົມທັງໃນລະຫວ່າງ ແລະ ຫຼັງຈາກການປະຊຸມແຕ່ລະຄັ້ງ.
    • ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຕໍ່ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA.
  • ຖ້າທ່ານບໍ່ໄດ້ຍິນກ່ຽວກັບການນຳສະເໜີລາຍງານ ESIA ແລະ ESMP, ຄົ້ນຫາໃນເວັບໄຊຂອງຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ, ຜູ້ມີອຳນາດສຳລັບ ESIA ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບຂໍ້ມູນກ່ຽວກັບເວລາ ແລະ ສະຖານທີ່ທີ່ຈະຈັດການປະຊຸມໃນອະນາຄົດ, ພ້ອມທັງບຸກຄົນທີ່ເປັນທີ່ປຶກສາ ESIA ແລະ ວິທີການຕິດຕໍ່ກັບພວກເຂົາ.
    • ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ.
  • ຖ້າໄດ້ມີການນໍາສະເໜີລາຍງານ ESIA ແລະ ESMP ຕໍ່ສາທາລະນະແລ້ວ, ຄົ້ນຫາໃນເວັບໄຊຂອງຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ, ຜູ້ມີອຳນາດສຳລັບ ESIA ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບສຳເນົາດິຈິຕອນ ຂອງສະບັບຮ່າງ ແລະ ສະບັບສຸດທ້າຍຂອງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ການສຶກສາຂອບເຂດ, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ, ລາຍງານ ESIA, ESMP, ແລະ ເອກະສານເຕັກນິກອື່ນໆ, ພ້ອມທັງຄຳຄິດເຫັນສາທາລະນະ, ທີ່ເປັນພາສາທ້ອງຖິ່ນຂອງທ່ານ.
    • ຈົ່ງເວລາສຳລັບການສົນທະນາກ່ຽວກັບເນື້ອຫາກັບສະມາຊິກຊຸມຊົນຄົນອື່ນໆ ແລະ CSO/NGO ແລະ ຜູ້ຊ່ຽວຊານທີ່ເໝາະສົມ.
    • ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຕໍ່ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ.
    • ຖ້າບໍ່ມີຂໍ້ມູນໃດໜຶ່ງເປັນພາສາທ້ອງຖິ່ນຂອງທ່ານ, ຂໍສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍສຳລັບເນື້ອຫາທີ່ມີການແປພາສາແລ້ວຈາກຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ.
  • ຫຼັງຈາກທີ່ໄດ້ກະກຽມ ແລະ ນໍາສະເໜີ ESIA ແລະ ESMP ສະບັບຮ່າງຕໍ່ສາທາລະນະ, ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາລາຍຍ່ອຍ ແລະ ລັດຖະບານຂອງປະເທດເຈົ້າພາບກັບນະໂຍບາຍ, ຂັ້ນຕອນ ແລະ ແນວທາງຂອງລັດຖະບານ, ສະເພາະອຸດສາຫະກຳ ແລະ ພາຍໃນສຳລັບການເປີດເຜີຍຂໍ້ມູນ ແລະ ການປຶກສາຫາລືຂອງຜູ້ຖືຜົນປະໂຫຍດຮ່ວມ.
    • ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນໃນເລື່ອງ “ແນວທາງການຄຸ້ມຄອງອຸດສາຫະກຳການທະນາຄານໃນວິສາຫະກິດທີ່ຮັບໃຊ້ການພັດທະນາ ແລະ ການເສີມສ້າງການຄວບຄຸມຄວາມສ່ຽງຢູ່ຕ່າງປະເທດ” ຂອງChina Banking and Insurance Regulatory Commission (CBIRC) ແລະ “ແນວທາງສຳລັບການຈັດຕັ້ງລະບົບການເງິນສີຂຽວ” ຂອງPeople's Bank of China (PBOC) ແລະ ຄະນະ. ສົ່ງຄວາມກັງວົນ ຫຼື ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຂອງຜູ້ສະໜອງທຶນໃນເລື່ອງແນວທາງເຫຼົ່ານີ້ຕໍ່ CBIRC, PBOC, Ministry of Finance (MOF) ແລະ MEE.
    • ທົບທວນ “ຄູ່ມືຄວາມຮັບຜິດຊອບຕໍ່ສັງຄົມສຳລັບຜູ້ຮັບເໝົາລະຫວ່າງປະເທດຂອງຈີນ” ຂອງChina International Contractors Association (CHINCA). ສົ່ງຄວາມກັງວົນ/ຄຳຮ້ອງທຸກຕໍ່ CHINCA ກ່ຽວກັບນັກພັດທະນາ ແລະ ຜູ້ຮັບເໝົາທີ່ລົ້ມເຫຼວໃນການເປີດເຜີຍຂໍ້ມູນກ່ຽວກັບຄວາມຮັບຜິດຊອບຕໍ່ສັງຄົມຢ່າງເປັນປົກກະຕິ ຫຼື ເປີດເຜີຍການຕັດສິນໃຈ ແລະ ກິດຈະກຳທີ່ຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ສັງຄົມທ້ອງຖິ່ນ, ເສດຖະກິດ ແລະ ສິ່ງແວດລ້ອມ.
    • ສົ່ງການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຕາມນະໂຍບາຍ, ຂັ້ນຕອນ ຫຼື ແນວທາງອື່ນໆຕໍ່ຜູ້ດຳເນີນນະໂຍບາຍທີ່ເໝາະສົມ.
What Would It Accomplish or Prevent?
ຊັບພະຍາກອນ
  • United Nations Development Programme (UNDP), “Supplemental Guidance: Disclosure of Project-related Social and Environmental Screenings, Assessments, and Management Plans,” May 2022, View the PDF.
  • Environmental Law Alliance Worldwide (ELAW), “Public Notice of Draft EIA, Draft EIA Available, Draft EIA Locations, Final EIA Available, Public Notice of Final EIA, Fee to View EIA Documents, Fee to Obtain EIA Documents, Final EIA Locations,” in EIA Complete Factors, View the Website.

1 Ministry of Environmental Protection (MEP) (now Ministry of Ecology and Environment (MEE)), “The Belt and Road Ecological and Environmental Cooperation Plan,” May 2017; People’s Bank of China (PBOC) et al., “Guidelines for Establishing the Green Financial System,” August 2016.

2 Green Finance Committee (GFC) of China Society for Finance and Banking et al., “Environmental Risk Management Initiative for China’s Overseas Investment,” September 2017.

3 China Banking Regulatory Commission (CBRC) and China Insurance Regulatory Commission (CIRC) (now China Banking and Insurance Regulatory Commission (CBIRC)), “Guidelines on Regulating the Banking Industry in Serving Enterprises’ Overseas Development and Strengthening Risk Control,” January 2017.

4 PBOC et al., “Establishing the Green Financial System.”

5 The following guidelines focus on environmental and/or climate-related information disclosure: PBOC et al., “Establishing the Green Financial System;” Green Finance Initiative & Green Finance Committee (GFC), “Green Investment Principles (GIP) for the Belt and Road,” 2018.

The following guidelines focus on social responsibility information disclosure: China International Contractors Association (CHINCA), “Guide on Social Responsibility for International Contractors,” September 2012; Chamber of Commerce of Metals, Minerals and Chemicals Importers and Exporters (CCCMC), “Guidelines for Social Responsibility in Outbound Mining Investments,” 2017; National Development and Reform Commission (NDRC), “Code of Conduct for the Operation of Overseas Investments by Private Enterprises,” December 2017.

6 CHINCA, “Guide on Social Responsibility.”

7 GFC et al., “Overseas Investment.”

8 CHINCA, “Guide on Social Responsibility;” China-ASEAN Investment Cooperation Fund (CAF), “Social Responsibility and Environmental Protection Guidelines for Investments in the ASEAN Region,” 2014; CCCMC, “Guidance for Sustainable Natural Rubber,” 2017.

9 Responsible Cobalt Initiative (RCI) & Responsible Minerals Initiative (RMI), “Cobalt Refiner Supply Chain Due Diligence Standard (version 2.0),” 2021.

10 CCCMC, “Outbound Mining Investments.”

11 State Forestry and Grassland Administration (SFGA), “Guidelines for Sustainable Silviculture for Chinese Companies Overseas,” 2007.

12 Sinohydro, “Environmental Protection Policy Statement,” 2017.

13 MEE, “Measures on Open Environmental Information,” February 2007.

14 State Council, “Regulations on Open Government Information of the People’s Republic of China,” January 2007.

15 MEE, “Notice on Further Strengthening the Disclosure of Environmental Protection Information,” October 2012.

16 Ibid.

17 Ibid.

18 MEE, “Measures for Public Participation in Environmental Impact Assessments,” 2018.

19 Ibid; MEE, “Regulations on the Approval Procedures for Environmental Impact Assessment Reports (forms) of Construction Projects,” November 2020.

20 State Council, “Regulation on Environmental Impact Assessment of Planning,” August 2009.

21 Standing Committee of the National People’s Congress, “Environmental Impact Assessment Law of the People’s Republic of China,” 2002.

22 Ibid.

23 International Best Practice is based on Asian Development Bank (ADB), "Safeguard Policy Statement," 2009; Asian Infrastructure Investment Bank (AIIB), "Environmental and Social Framework," 2021; World Bank, "Environmental and Social Framework," 2018; Mekong Partnership for the Environment, "Guidelines on Public Participation in Environmental Impact Assessment in the Mekong Region," First Edition, 2017.