Skip to main content
ຄຳແນະນຳ
ຊຸດເຄື່ອງມືນີ້ແມ່ນຫຍັງ?

ສະຖາບັນນະໂຍບາຍ Asia Society (ASPI) ໄດ້ພັດທະນາຊຸດເຄື່ອງມືດິຈິຕອນ ໂດຍມີເປົ້າໝາຍເພື່ອຮັບປະກັນໃຫ້ໂຄງການພື້ນຖານໂຄງລ່າງໃນ ການລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງ (BRI) ເປັນ ໂຄງການ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະເໝີພາບ, ບໍ່ແບ່ງແຍກ ແລະ ຍືນຍົງຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ໃນປັດຈຸບັນນີ້ ມີເປັນພາສາອັງກິດ, ພາສາຈີນ (ກາງ), ພາສາບາຮາຊາອິນໂດເນເຊຍ, ພາສາຂະແມ ແລະ ພາສາລາວ, ເຄື່ອງມືນີ້ຖືກອອກແບບມາເພື່ອສະໜັບສະໜູນ ຊຸມຊົນໃນທ້ອງຖິ່ນ ລວມທັງ ບັນດາຜູ້ມີສ່ວນກ່ຽວຂ້ອງ ໃນປະເທດເຈົ້າພາບ BRI ແລະ ປະເທດຈີນ, ໃນບັນດາບັນດາຜູ້ມີສ່ວນກ່ຽວຂ້ອງທີ່ເປັນບຸກຄົນທີສາມໃນລະດັບສາກົນອື່ນໆ, ໃນການເສີມສ້າງຄວາມເຂັ້ມແຂງແກ່ສອງດ້ານທີ່ສໍາຄັນໃນ ການພັດທະນາພື້ນຖານໂຄງລ່າງ - ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA). ຊຸດເຄື່ອງມືນີ້ ມີຈຸດປະສົງເພື່ອຮັບປະກັນໃຫ້ ທັງການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ESIA ໄດ້ຮັບການດຳເນີນການຢ່າງຖືກຕ້ອງໃນທົ່ວ ວົງຈອນຂອງໂຄງການພື້ນຖານໂຄງລ່າງ

ສໍາລັບໂຄງການ BRI ໃດກໍຕາມທີ່ກຳນົດ, ຊຸດເຄື່ອງມືນີ້ ຈະຊ່ວຍໃຫ້ທ່ານສາມາດວັດແທກວ່າທ່ານຢູ່ຈຸດໃດໃນວົງຈອນຂອງໂຄງການ; ກໍານົດພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນເອງ; ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ຕ່າງໆຂອງບັນດາ ​ນັກ​ການ​ເງິນ, ນັກພັດ​ທະ​ນາ ແລະ​ ຜູ້​ຮັບ​ເໝົາ​ຂອງ​ຈີນ, ພ້ອມ​ທັງ ​ລັດ​ຖະ​ບານ​ປະ​ເທດ​ເຈົ້າ​ພາບ; ກວດກາຄືນບັນດາກົດໝາຍ, ນະໂຍບາຍ ແລະ ຄຳແນະນຳທີ່ກ່ຽວຂ້ອງ; ຂຸດຄົ້ນແຫຼ່ງຊັບພະຍາກອນເພີ່ມເຕີມ ແລະ ທຳຄວາມເຂົ້າໃຈກັບຄວາມໝາຍຂອງຄໍາຫຍໍ້ທີ່ສໍາຄັນ ແລະ ຄໍາສັບເຕັກນິກ. 

ໂຄງການນີ້ໄດ້ຮັບການຊີ້ນຳນຳພາໂດຍ ຮອງປະທານຝ່າຍຄວາມໝັ້ນຄົງ ແລະ ການທູດສາກົນຂອງ ASPI ທ່ານ Daniel Russel ແລະ ຮອງຜູ້ອໍານວຍການ ທ່ານ Blake Berger ໂດຍໄດ້ຮັບການສະໜັບສະໜູນຈາກຜູ້ຊ່ວຍໂຄງການ ທ່ານ Jacinta Chen. ການສ້າງຊຸດເຄື່ອງມືນີ້ ແມ່ນມີຄວາມເປັນໄປໄດ້ຍ້ອນໄດ້ຮັບການສະໜັບສະໜູນຈາກມູນນິທິ Ford

Introduction Icon
ວິທີການນໍາໃຊ້
ພາບລວມ ແລະ ການເລີ່ມຕົ້ນ

ທ່ານ​ຈະ​ສາ​ມາດ​ເລືອກ​ພາ​ສາ​ທີ່​ທ່ານ​ຕ້ອງ​ການ​ຢູ່ໃນ​ການ​ສະ​ຫຼັບ​ພາ​ສາ​ ເຊິ່ງຕັ້ງ​ຢູ່​ດ້ານເທິງ​ຂອງ​ແຕ່​ລະ​ໜ້າ (ສໍາ​ລັບ​ໂທລະ​ສັບ​ມື​ຖື​) ແລະ​ ໃນ​ເມ​ນູແຖບດ້ານຂ້າງ (ສໍາ​ລັບຄອມຕັ້ງໂຕະ​)​. ການເລືອກ ເລີ່ມຕົ້ນ ຢູ່ລຸ່ມສຸດຂອງໜ້ານີ້ຈະນໍາທ່ານໄປຍັງ ທາມລາຍແບບເປັນຂັ້ນຕອນ, ເຊິ່ງຊີ້ໃຫ້ເຫັນເຖິງສອງບັນຫາຕົ້ນຕໍ ຄື: ການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ESIA. ທ່ານຈະສາມາດຮຽນຮູ້ກ່ຽວກັບການດໍາເນີນການທີ່ເໝາະສົມທີ່ຄວນຈະປະຕິບັດໃນຊ່ວງສາມໄລຍະຂອງວົງຈອນຂອງໂຄງການພື້ນຖານໂຄງລ່າງ. ໃນເມື່ອເລືອກຂັ້ນຕອນສະເພາະໃດໜຶ່ງພາຍໃນ ທາມລາຍແບບເປັນຂັ້ນຕອນ, ທ່ານຈະສາມາດເບິ່ງເຫັນ ລາຍການທີ່ຕ້ອງໄດ້ກວດກາ ທີ່ກ່ຽວຂ້ອງກັນ. 

How to use icon
ການເຈາະເລິກ

ລາຍການທີ່ຕ້ອງໄດ້ກວດກາ ແຕ່ລະລາຍການຈະໃຫ້ຄຳແນະນຳ ແລະ ແຫຼ່ງຂໍ້ມູນສະເພາະໃຫ້ແກ່ທ່ານໃນການທົບທວນ ແລະ ດຳເນີນການ. ພາກກ່ຽວກັບບັນດາກົດໝາຍ, ນະໂຍບາຍ ແລະ ຄຳແນະນຳ ຈະນຳໃຊ້ເປັນເອກະສານອ້າງອີງເປັນພາສາອັງກິດ ສຳລັບຕົວຢ່າງຂອງການປະຕິບັດທີ່ດີທີ່ສຸດຂອງຈີນ ແລະ ສາກົນທີ່ກ່ຽວຂ້ອງ. ພາກກ່ຽວກັບ ຜູ້ຖືຜົນປະໂຫຍດຮ່ວມ ຈະໃຫ້ຂໍ້ມູນກ່ຽວກັບບັນດາຜູ້ດຳເນີນການປະເພດຕ່າງໆ ທີ່ສາມາດ ຫຼື ຄວນຈະມີສ່ວນກ່ຽວຂ້ອງໃນໂຄງການ BRI, ນັບຕັ້ງແຕ່ ບັນດານັກພັດທະນາ ຂອງຈີນ ໄປຈົນເຖິງ ບັນດາອົງການຈັດຕັ້ງສັງຄົມໃນລະດັບສາກົນ (CSOs)/ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (NGOs). ພາກກ່ຽວກັບ ແຫຼ່ງຂໍ້ມູນຕ່າງໆ ຈະຊ່ວຍໃຫ້ທ່ານເຂົ້າເຖິງບັນດາລິ້ງເຊື່ອມຕໍ່ໄປຍັງເອກະສານ, ເວັບໄຊ ແລະ ແຫຼ່ງຂໍ້ມູນທີ່ເປັນປະໂຫຍດອື່ນໆ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງ BRI ໄດ້ແບບງ່າຍດາຍ.  

How to use icon 3
ພື້ນຖານທົ່ວໄປ ສໍາລັບຄໍານິຍາມ

ແຕ່ລະໜ້າຈະປະກອບມີຄຳສັບຫຍໍ້ເປັນ ສີເງິນ ແລະ ຄຳອະທີບາຍສັບຕ່າງໆ. ໃນການກວດເບິ່ງຄຳສັບທີ່ຈັດເປັນໝວດໝູ່, ທ່ານຈະສາມາດຮຽນຮູ້ກ່ຽວກັບຄຳນິຍາມຂອງຄຳສັບຫຍໍ້ ແລະ/ຫຼື ຄຳສັບທີ່ຈະນຳໃຊ້ແຕ່ລະຄຳ. 

How to use icon 4