Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ໃນທ້ອງຖິ່ນ, ພາກພື້ນ ຫຼື ລະຫວ່າງປະເທດເຊິ່ງຕັ້ງຢູ່ໃນປະເທດເຈົ້າພາບ BRI, ພ້ອມທັງ CSO/NGO ລະຫວ່າງປະເທດທີ່ຂອບເຂດການເຮັດວຽກຢູ່ສາກົນ, ແມ່ນສາມາດອຳນວຍຄວາມສະດວກໃຫ້ກັບການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ສະໜັບສະໜູນ ການປະເມີນ ແລະ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESAM) ສຳລັບໂຄງການ BRI. ປະເພດຕ່າງໆຂອງ CSO/NGO ລວມເຖິງແຕ່ບໍ່ຈຳກັດພຽງກຸ່ມນັກເຄື່ອນໄຫວ, ສະມາຄົມ ແລະ ໜ່ວຍງານຊ່ວຍເຫຼືອ, ອົງການກຸສົນ ແລະ ມູນນິທິ, ອົງການການຄ້າ ແລະ ການຄ້າຂາຍ, ອົງການພັດທະນາຊຸມຊົນ, ອົງການວັດທະນະທຳ, ອົງການການສຶກສາ, ອົງການປົກປ້ອງສິ່ງແວດລ້ອມ, ອົງການສຸຂະພາບ ແລະ ຄວາມປອດໄພ, ອົງການສິດທິມະນຸດ, ອົງການຄົນພື້ນເມືອງ, ສະຫະພັນ ແລະ ອົງການແຮງງານ, ອົງການຄົນກຸ່ມນ້ອຍ, ກຸ່ມສາສະໜາ, ກຸ່ມການເມືອງ, ອົງການການສະໜັບສະໜູນສາທາລະນະ, ອົງການແມ່ຍິງ ແລະ ອົງການໄວໜຸ່ມ.  

 

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງ CSO/NGO: 

  • ດຳເນີນການວິໄຈພາກສະໜາມ ພາຍໃນພື້ນທີ່ອິດທິພົນຂອງໂຄງການ
  • ຕິດຕາມການພັດທະນານະໂຍບາຍກ່ຽວກັບ BRI ຢູ່ປະເທດຈີນ, ປະເທດເຈົ້າພາບ ແລະ ປະເທດອື່ນໆທົ່ວໂລກ. 
  • ຈັດພິມລາຍງານ ແລະ ບົດຄວາມ ກ່ຽວກັບສະຖານະຂອງໂຄງການ, ກິດຈະກຳ, ກົດໝາຍ, ລະບຽບການ ແລະ ຄູ່ມືກ່ຽວກັບ BRI.  
  • ພັດທະນາການສະເໜີນະໂຍບາຍ ສຳລັບຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາຍ່ອຍ, ລັດຖະບານຈີນ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ.  
  • ແຈ້ງໃຫ້ຊຸມຊົນທ້ອງຖິ່ນຮັບຊາບເຖິງໂຄງການທີ່ສະເໜີຜ່ານການມີສ່ວນຮ່ວມເປັນບຸກຄົນ, ອີເມວ, ໂທລະສັບ, ແຟັກ ຫຼື ສື່ສັງຄົມ.  
  • ໃຫ້ການບໍລິການ, ຍຸດທະສາດ ຫຼື ຊັບພະຍາກອນ ເພື່ອຊ່ວຍຊຸມຊົນໃນທ້ອງຖິ່ນໂດຍກົງ, ເຊິ່ງລວມເຖິງຄົນພື້ນເມືອງ, ຄົນກຸ່ມນ້ອຍ, ແມ່ຍິງ, ຜູ້ສູງອາຍຸ, ໄວໜຸ່ມ, ຄົນພິການ ແລະ ກຸ່ມຄົນອື່ນໆທີ່ບອບບາງ
  • ສະໜັບສະໜູນຄວາມຕ້ອງການ ແລະ ຜົນປະໂຫຍດຂອງຊຸມຊົນໃນທ້ອງຖິ່ນ, ໂດຍສະເພາະແມ່ນບັນດາກຸ່ມຄົນທີ່ບອບບາງ. 
  • ປົກປ້ອງສິດທິວັດທະນະທຳ, ເສດຖະກິດ, ການເມືອງ ແລະ ສັງຄົມຂອງຊຸມຊົນທ້ອງຖິ່ນ. 
  • ປະສານງານກິດຈະກຳການສ້າງສັກກະຍາພາບສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບ
  • ເຂົ້າຮ່ວມໃນການປະຊຸມຄະນະກຳມະການປະສານງານຊຸມຊົນ ແລະ/ຫຼື ສະພາຮ່ວມມືຕິດຕາມ.  
  • ສະໜັບສະໜູນກິດຈະກຳຕິດຕາມ ແລະ ແບ່ງປັນຂໍ້ມູນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງແຕ່ລະໂຄງການ. 
    • ອີກທາງເລືອກໜຶ່ງ, ພິສູດຢືນຢັນຜົນໄດ້ຮັບຂອງລາຍງານການຕິດຕາມເປັນໄລຍະທີ່ສ້າງຂຶ້ນໂດຍນັກວິໄຈ/ຜູ້ຊ່ຽວຊານ ຫຼື ຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ ແລະ ນັກພັດທະນາ. 
ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO)
ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO)
ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO)
ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO)
ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO)