ການຕິດຕາມ ແລະ ການລາຍງານໂຄງການ
ຜູ້ສະໜອງທຶນຄວນຮຽກຮ້ອງໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາກວດເບິ່ງການຕິດຕາມ ແລະ ການລາຍງານດ້ານສິ່ງແວດລ້ອມ ແລະ ສັງຄົມຢ່າງເປັນປົກກະຕິ, ໂດຍສະເພາະໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ. ຄວນປັບຄວາມລະອຽດ ແລະ ຄວາມຖີ່ໃນການຕິດຕາມໃຫ້ເໝາະສົມກັບຜົນກະທົບ ແລະ ຄວາມສ່ຽງໃນອະດີດ, ປັດຈຸບັນ ແລະ ອະນາຄົດຂອງແຕ່ລະໂຄງການ, ພ້ອມທັງການປະຕິບັດງານຂອງນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາລາຍຍ່ອຍ. ນັກພັດທະນາ ແລະ ຜູ້ຮັບເໝົາຄວນຈ້າງນັກວິໄຈ ຫຼື ຜູ້ຊ່ຽວຊານທີ່ມີຄຸນສົມບັດ, ມີປະສົບການ ແລະ ໂດຍສະເພາະມີອິດສະຫຼະ — ຫຼື ພະນັກງານທີ່ມີຄຸນສົມບັດ ແລະ ມີປະສົບການ — ເພື່ອເກັບກຳຂໍ້ມູນສິ່ງແວດລ້ອມ ແລະ ສັງຄົມຕາມແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP); ມີສ່ວນຮ່ວມ, ແຈ້ງການ ແລະ ຮ່ວມມືກັບຜູ້ຖືຜົນປະໂຫຍດຮ່ວມຜ່ານການປະຊຸມຢ່າງເປັນປົກກະຕິໃນລັກສະນະທີ່ກວມລວມ, ອ່ອນໄຫວໃນເລື່ອງເພດ ແລະ ແທດເໝາະກັບວັດທະນະທຳ; ແລະ ນໍາສະເໜີຜົນການຕິດຕາມໃນປັດຈຸບັນ ແລະ ການດຳເນີນການແກ້ໄຂ ແລະ ປ້ອງກັນໃນລາຍງານການຕິດຕາມເປັນໄລຍະ. ຖ້າກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບກຳນົດໃຫ້ໜ່ວຍງານກ່ຽວຂ້ອງຂອງລັດຖະບານຂອງປະເທດເຈົ້າພາບກວດເບິ່ງ ຫຼື ຮັບພາລະໜ້າທີ່ໃນການຕິດຕາມສິ່ງແວດລ້ອມ ແລະ ສັງຄົມ, ນັກພັດທະນາ ແລະ ຜູ້ຮັບເໝົາສາມາດຈ້າງນັກວິໄຈ/ຜູ້ຊ່ຽວຊານເພື່ອປະກອບເສີມ ແລະ ຢືນຢັນຂໍ້ມູນການຕິດຕາມຂອງລັດຖະບານ. ໃນທັນທີຫຼັງຈາກທີ່ໄດ້ກະກຽມລາຍງານການຕິດຕາມແຕ່ລະສະບັບ, ນັກພັດທະນາ ແລະ ຜູ້ຮັບເໝົາຄວນແບ່ງປັນເອກະສານແຕ່ລະສະບັບກັບຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ, ພ້ອມທັງຜູ້ຖືຜົນປະໂຫຍດຮ່ວມຫຼັກ, ເຊິ່ງລວມເຖິງປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO), ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານ, ສຳລັບການທົບທວນ.
ການຕິດຕາມ ແລະ ການລາຍງານໂຄງການຈະອະນຸຍາດໃຫ້ຜູ້ຖືຜົນປະໂຫຍດຮ່ວມທີ່ກ່ຽວຂ້ອງ ຫຼື ໄດ້ຮັບຜົນກະທົບຈາກໂຄງການ BRI ສາມາດຮັບປະກັນໄດ້ວ່າຜົນກະທົບທາງລົບ ແລະ ຄວາມສ່ຽງຂອງໂຄງການຕໍ່ປະຊາຊົນ, ເສດຖະກິດ ແລະ ສິ່ງແວດລ້ອມຈະບໍ່ຮຸນແຮງກວ່າທີ່ພວກເຂົາເຂົ້າໃຈໃນເວລາທີ່ອະນຸມັດໂຄງການ. ໂດຍມີ ESMP ເປັນຈຸດອ້າງອີງ, ນັກພັດທະນາ ແລະ ຜູ້ຮັບເໝົາສາມາດກວດກາເບິ່ງຄວາມຄືບໜ້າຂອງພວກເຂົາໃນການຈັດຕັ້ງປະຕິບັດແຕ່ລະໂຄງການຕາມມາດຕະການຫຼຸດຜ່ອນ ແລະ ຕົວບົ່ງຊີ້ປະສິດທິພາບຫຼັກ (KPI) ທີ່ກຳນົດໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ. ພະນັກງານຂອງນັກພັດທະນາ ແລະ ຜູ້ຮັບເໝົາ, ຜູ້ຊ່ຽວຊານທີ່ໄດ້ຮັບການແຕ່ງຕັ້ງ ແລະ ໜ່ວຍງານລັດຖະບານທີ່ກ່ຽວຂ້ອງສາມາດຮ້ອງຂໍຄຳຕິຊົມຈາກຜູ້ຖືຜົນປະໂຫຍດຮ່ວມຫຼັກ, ເຊິ່ງລວມເຖິງກຸ່ມຄົນທີ່ບອບບາງ ແລະ ບຸກຄົນຕ່າງໆຜ່ານກົນໄກການຕິດຕາມອິດສະຫຼະ. ການຈັດສະພາຕິດຕາມແບບຮ່ວມມື ຫຼື ຄະນະກຳມະການປະສານງານຂອງຊຸມຊົນສຳລັບແຕ່ລະໂຄງການຍັງຈະໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆມີໂອກາດບໍ່ພຽງແຕ່ເພື່ອໃຫ້ ແລະ ພິສູດຢືນຢັນຂໍ້ມູນ, ແຕ່ຍັງເພື່ອສະເໜີມາດຕະການຫຼຸດຜ່ອນຕະຫຼອດວົງຈອນຊີວິດຂອງໂຄງການ.
ສຳລັບໂຄງການຢູ່ຕ່າງປະເທດ::
ຄະນະກຳມາທິການຕິດຕາມກວດກາ ແລະ ບໍລິຫານຊັບສິນທີ່ລັດເປັນເຈົ້າຂອງ State Council (SASAC) ຄວນ:1
- ຈັດພິມລາຍຊື່ຕິດລົບຂອງໂຄງການການລົງທຶນຢູ່ຕ່າງປະເທດຂອງວິສາຫະກິດສ່ວນກາງທີ່ລັດເປັນເຈົ້າຂອງ (CSOE). ຕັດສິນວ່າໂຄງການໃດຖືກສັ່ງຫ້າມ ຫຼື ຈຳເປັນຕ້ອງມີການດູແລຕິດຕາມເປັນພິເສດ.
- ສຸ່ມດູແລຕິດຕາມ ແລະ ກວດກາການຕັດສິນໃຈ, ການຈັດຕັ້ງປະຕິບັດ ແລະ ຜົນກະທົບຂອງໂຄງການລາຍໃຫຍ່.
- ເຮັດວຽກກັບ CSOE ເພື່ອສ້າງລະບົບຂໍ້ມູນການລົງທຶນທີ່ຄອບຄຸມເຖິງການຕິດຕາມ, ການວິເຄາະ ແລະ ການຄຸ້ມຄອງໂຄງການ ແລະ ຄວາມສ່ຽງຂອງພວກເຂົາຕາມເວລາຕົວຈິງ.
ນັກພັດທະນາ ແລະ ຜູ້ຮັບເໝົາທີ່ເປັນ CSOE ຄວນ:2
- ລາຍງານຕໍ່ SASAC ສຳລັບການທົບທວນຜູ້ລົງທຶນຂອງໂຄງການການລົງທຶນຢູ່ຕ່າງປະເທດທີ່ຖືກລະບຸໄວ້ໃນລາຍຊື່ຕິດລົບໝວດໝູ່ທີ່ຕ້ອງການການດູແລຕິດຕາມເປັນພິເສດ. ຍື່ນລາຍງານສຳລັບການລົງທຶນໃນແຕ່ລະໂຄງການ, ພ້ອມທັງລາຍງານກ່ຽວກັບການປ້ອງກັນ ແລະ ການຄວບຄຸມຄວາມສ່ຽງ.
ລັດຖະບານຈີນຄວນ:
- ສົ່ງເສີມໃຫ້ມີການປະເມີນທາງວິທະຍາສາດ ແລະ ການດູແລຕິດຕາມທາງສັງຄົມສຳລັບການປະຕິບັດງານຂອງຜູ້ສະໜອງທຶນ, ນັກພັດທະນາ ແລະ ຜູ້ຮັບເໝົາ.3
- ເຮັດວຽກກັບນັກພັດທະນາ ແລະ ຜູ້ຮັບເໝົາເພື່ອປັບປຸງລະບົບສຳລັບການຈົດທະບຽນ ແລະ ການລາຍງານການລົງທຶນຢູ່ຕ່າງປະເທດ, ເສີມສ້າງການຕິດຕາມ ແລະ ການວິເຄາະການພັດທະນາສີຂຽວ ແລະ ຍົກລະດັບການດູແລຕິດຕາມໂດຍອີງໃສ່ຂໍ້ມູນ.4
ຜູ້ສະໜອງທຶນ ຄວນ:
- ກຳນົດເງື່ອນໄຂການລາຍງານຂັ້ນຕົ້ນສຳລັບນັກພັດທະນາ ແລະ ຜູ້ຮັບເໝົາ: 5
- ນັກພັດທະນາ ແລະ ຜູ້ຮັບເໝົາໃນໝວດໝູ່ A ຄວນປະເມີນ ແລະ ລາຍງານເຖິງແຜນການການປະເມີນ ແລະ ການປະເມີນ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESAM) ຂອງພວກເຂົາທຸກໆຫົກເດືອນ. ເບິ່ງ ການກຳນົດໝວດໝູ່ໂຄງການ ແລະ ການກັ່ງຕອງສຳລັບຂໍ້ມູນກ່ຽວກັບໝວດໝູ່ທີ່ແນະນໍາ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງຂອງChina Banking and Insurance Regulatory Commission (CBIRC).
- ນັກພັດທະນາ ແລະ ຜູ້ຮັບເໝົາໃນໝວດໝູ່ B ຄວນປະເມີນ ແລະ ລາຍງານແຜນການ ESAM ຂອງພວກເຂົາໜຶ່ງຄັ້ງຕໍ່ປີ.
- ດຳເນີນການກວດສອບ ຫຼື ການປະເມີນເພື່ອຕິດຕາມຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມຕະຫຼອດວົງຈອນຊີວິດຂອງໂຄງການ.6
- ພັດທະນາຂັ້ນຕອນເພື່ອຕິດຕາມ ແລະ ລາຍງານຄວາມສ່ຽງກທີ່ກ່ຽວຂ້ອງກັບສະພາບພູມິອາກາດ.7
- ໂດຍເປັນສ່ວນໜຶ່ງຂອງການຄຸ້ມຄອງຫຼັງຈາກອະນຸມັດເງິນກູ້ຢືມ, ດູແລຕິດຕາມການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ.8
- ດຳເນີນການສືບສວນຢູ່ພາກສະໜາມຢ່າງເປັນອິດສະຫຼະຕາມຜົນໄດ້ຮັບຂອງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA).9
- ສຳລັບນັກພັດທະນາ ແລະ ຜູ້ຮັບເໝົາໃນໝວດໝູ່ A, ດຳເນີນການກວດສອບຢູ່ພາກສະໜາມສຳລັບລະບົບຂອງນັກພັດທະນາ ແລະ ຜູ້ຮັບເໝົາໃນການຄຸ້ມຄອງຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງການຈັດຕັ້ງປະຕິບັດແຜນການໂຕ້ຕອບຄວາມສ່ຽງ. ພິຈາລະນາໃນການເຊີນຊວນຜູ້ຊ່ຽວຊານທີ່ມີຄຸນສົມບັດ ແລະ ເປັນອິດສະຫຼະ ຫຼື ພາກສ່ວນທີສາມລາຍອື່ນໆສຳລັບການກວດສອບ.
- ໃຫ້ຄວາມສຳຄັນກັບການປະຕິບັດງານຂອງນັກພັດທະນາ ແລະ ຜູ້ຮັບເໝົາໃນການປະຢັດພະລັງງານ ແລະ ການຫຼຸດຜ່ອນການປ່ອຍມົນລະພິດ, ການປົກປ້ອງສິ່ງແວດລ້ອມ, ການຜະລິດທີ່ສະອາດ, ຄວາມປອດໄພໃນການເຮັດວຽກ ແລະ ການຄຸ້ມຄອງສັງຄົມ.10
- ລະງັບ ຫຼື ຖອນທຶນຖ້າມີຄວາມສ່ຽງ ຫຼື ອັນຕະລາຍຢ່າງໃຫຍ່ຫຼວງ.11
ນັກພັດທະນາ ແລະ ຜູ້ຮັບເໝົາ ຄວນ:
- ສ້າງຕັ້ງ ແລະ ຮັກສາລະບົບການຕິດຕາມ ແລະ ການປະເມີນແບບຄອບຄຸມໂດຍເປັນສ່ວນໜຶ່ງຂອງການກະກຽມ ແລະ ການຈັດຕັ້ງປະຕິບັດແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP).12
- ກຳນົດເປົ້າໝາຍສຳລັບການປັບປຸງຢ່າງຕໍ່ເນື່ອງ.13
- ຕິດຕາມປະສິດທິພາບຂອງກິດຈະກຳການມີສ່ວນຮ່ວມຂອງຊຸມຊົນຕະຫຼອດວົງຈອນຊີວິດຂອງໂຄງການ.14
- ຖອດຖອນບົດຮຽນຈາກຜົນການຕິດຕາມເພື່ອປັບປຸງການມີສ່ວນຮ່ວມຂອງຊຸມຊົນ.
- ຈັດຕັ້ງລະບົບການຕິດຕາມສຸຂະພາບຢູ່ພາກສະໜາມແຕ່ລະແຫ່ງຂອງໂຄງການ.15
- ປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຢ່າງເປັນປະຈຳໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ.16
- ຕິດຕາມຄວາມສອດຄ່ອງຕາມຂໍ້ກຳນົດຂອງປະເທດເຈົ້າພາບໃຫ້ທັນເວລາ ແລະ ຢ່າງມີປະສິດທິພາບ.17
- ຕິດຕາມຮອຍຕີນກາກບອນ.18
- ຕິດຕາມການປະຕິບັດງານຂອງພວກເຂົາເອງໃນການດຳເນີນ ESMP.19
- ຕິດຕາມການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ.20
- ຕິດຕາມກິດຈະກຳຕ່າງໆເພື່ອປົກປ້ອງສິ່ງແວດລ້ອມ; ລະບົບນິເວດ; ສັດຊະນິດມີຄ່າ, ຫາຍາກ, ຕົກຢູ່ໃນອັນຕະລາຍ ຫຼື ໃກ້ສູນພັນ ແລະ ຖິ່ນທີ່ຢູ່ຂອງພວກມັນ; ແລະ ຄວາມພະຍາຍາມເພື່ອຟື້ນຟູພື້ນທີ່ທີ່ຖືກລົບກວນ.21
- ນໍາໃຊ້ການປະສົມປະສານລະຫວ່າງຕົວບົ່ງຊີ້ຄຸນນະພາບ ແລະ ປະລິມານເພື່ອຕິດຕາມປະສິດທິພາບຂອງມາດຕະການຫຼຸດຜ່ອນ.22
- ຮັກສາປະຫວັດຂອບເຂດ ແລະ ຄວາມຮຸນແຮງຂອງກິດຈະກຳໂຄງການຢ່າງເປັນປະຈຳ.23
- ປະກອບຜົນການປະເມີນປະຈຳເຂົ້າໃສ່ລະບົບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMS).
- ສື່ສານກັບໜ່ວຍງານຕິດຕາມການປົກປ້ອງສິ່ງແວດລ້ອມຂອງປະເທດເຈົ້າພາບ ແລະ ຂໍຄຳແນະນໍາຂອງພວກເຂົາ.24
- ຕິດຕາມປະສິດທິພາບຂອງໂປຣແກຣມສຸຂະພາບ ແລະ ຄວາມປອດໄພ (H&S)ຂອງແຕ່ລະໂຄງການ.25
- ເປີດເຜີຍຜົນການຕິດຕາມສູ່ສາທາລະນະ.26
- ລາຍງານຄວາມຄືບໜ້າຂອງແຕ່ລະໂຄງການຕໍ່ຝ່າຍຄຸ້ມຄອງຂັ້ນອາວຸໂສຂອງບໍລິສັດ.27
- ແບ່ງປັນລາຍງານການຕິດຕາມກັບຜູ້ສະໜອງທຶນຕາມຂໍ້ກຳນົດສຳລັບຄວາມຖີ່ທີ່ລະບຸໄວ້ໃນໄລຍະການວາງແຜນກ່ອນໂຄງການ.
- ລາຍງານຄວາມຄືບໜ້າຂອງພວກເຂົາຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຜ່ານການສື່ສານສ່ວນບຸກຄົນ, ການສົນທະນາທາງອອນລາຍ, ການປຶກສາຫາລືໂດຍກົງກັບຜູ້ຖືຜົນປະໂຫຍດຮ່ວມເຫຼົ່ານີ້, ການລາຍງານທາງອອນລາຍ ແລະ ການເປີດເຜີຍລາຍງານປະຈຳປີຕໍ່ສາທາລະນະ.28
- ສ້າງລາຍງານທາງການພ້ອມກັບຂໍ້ມູນກ່ຽວກັບວິທີການແກ້ໄຂຜົນກະທົບທາງລົບ.29
- ສ້າງລາຍຄວາມຮັບຜິດຊອບ, ລາຍງານຄວາມຍືນຍົງ ຫຼື ການພັດທະນາແບບຍືນຍົງ, ລາຍງານຄວາມຮັບຜິດຊອບຕໍ່ສັງຄົມ ແລະ ລາຍງານທາງການເງິນຢ່າງເປັນປະຈຳ.30
- ພິຈາລະນາຄຳຕິຊົມພາຍໃນ ແລະ ພາຍນອກກ່ຽວກັບຜົນການຕິດຕາມ, ເຊິ່ງລວມເຖິງຄຳຕິຊົມຈາກປະຊາຊົນທີ່ໄດ້ຮັບຜົນກະທົບ.31
- ສ້າງແບບຟອມການປະເມີນສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບເພື່ອໃຫ້ຄຳຕິຊົມ ແລະ ແບ່ງປັນການສັງເກດຂອງພວກເຂົາໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ.32
ສຳລັບໂຄງການຢູ່ພາຍໃນປະເທດຈີນ:
ນັກພັດທະນາ ແລະ ຜູ້ຮັບເໝົາ ຄວນ: 33
- ປະກອບການສະເໜີເພື່ອຕິດຕາມໃນລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA) ແຕ່ລະສະບັບ.
ລັດຖະບານຈີນ ຄວນ:
- ຈັດຕັ້ງ ແລະ ປັບປຸງກົດລະບຽບສຳລັບການຕິດຕາມສິ່ງແວດລ້ອມ ແລະ ສຸຂະພາບ.34
- ອະນຸຍັດໃຫ້ກົມປົກປ້ອງສິ່ງແວດລ້ອມໃນທ້ອງຖິ່ນດຳເນີນການກວດກາຢູ່ພາກສະໜາມຂອງນັກພັດທະນາ ແລະ ຜູ້ຮັບເໝົາທີ່ປ່ອຍສານມົນລະພິດ.35
- ເປີດເຜີຍຂໍ້ມູນກ່ຽວກັບການດູແລຕິດຕາມ ແລະ ການກວດກາການປົກປ້ອງສິ່ງແວດລ້ອມ ແລະ ສາທາລະນະສຸກ.36
- ເປີດເຜີຍຜົນການປະເມີນການປະຕິບັດງານທາງສິ່ງແວດລ້ອມຕໍ່ສາທາລະນະ.37
ກົມປົກປ້ອງສິ່ງແວດລ້ອມຄວນ:
- ຈັດຕັ້ງ ແລະ ອອກແບບລະບົບ ແລະ ເຄືອຂ່າຍການຕິດຕາມສິ່ງແວດລ້ອມ.38
- ພັດທະນາມາດຕະຖານການຕິດຕາມ ແລະ ສ້າງເຄືອຂ່າຍເພື່ອຕິດຕາມຄຸນນະພາບຂອງສິ່ງແວດລ້ອມ ແລະ ແບ່ງປັນຂໍ້ມູນ.39
- ສືບສວນສະຖານະການຂອງສິ່ງແວດລ້ອມພາຍໃນເຂດອຳນາດຂອງພວກເຂົາ.40
- ກວດກາ, ຕິດຕາມ ແລະ ບັນທຶກຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດມາດຕະການປົກປ້ອງສິ່ງແວດລ້ອມ.41
- ດຳເນີນການກວດກາຢູ່ພາກສະໜາມສຳລັບພື້ນຖານໂຄງລ່າງທີ່ມີການປ່ອຍມົນລະພິດ.42
- ເປີດເຜີຍຜົນການກວດກາ ແລະ ການອະນຸມັດໂຄງການປົກປ້ອງສິ່ງແວດລ້ອມຢ່າງຫ້າວຫັນ.43
- ເປີດເຜີຍຂໍ້ມູນກ່ຽວກັບຄຸນນະພາບຂອງສິ່ງແວດລ້ອມຕໍ່ສາທາລະນະ. ສົ່ງເສີມການເປີດເຜີຍຂໍ້ມູນຄຸນນະພາບຂອງອາກາດ ແລະ ນໍ້າ.44
- ຈັດພິມລາຍຊື່ຂອງນັກພັດທະນາ ແລະ ຜູ້ຮັບເໝົາທີ່ດຳເນີນການປ່ອຍມົນລະພິດຢ່າງຜິດກົດໝາຍ.45
- ຈັດພິມ "ລາຍຊື່ວິສາຫະກິດຕິດຕາມຫຼັກແຫ່ງຊາດ."46
ໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ, ຜູ້ສະໜອງທຶນ, ນັກພັດທະນາ ແລະ ຜູ້ຮັບເໝົາຄວນ:
- ຈັດຕັ້ງຂັ້ນຕອນທີ່ເໝາະສົມສຳລັບການທົບທວນ ແລະ ການດຳເນີນການຕາມລາຍງານການຕິດຕາມ.
- ເປີດເຜີຍຂໍ້ມູນກ່ຽວກັບຂັ້ນຕອນເຫຼົ່ານີ້ຢູ່ໃນເວັບໄຊຂອງພວກເຂົາເອງ.
ນັກພັດທະນາ ແລະ ຜູ້ຮັບເໝົາ ຄວນ:
- ຈັດສັນທຶນໃຫ້ພຽງພໍໃນງົບປະມານໂຄງການຕໍ່ການຕິດຕາມ ແລະ ການລາຍງານ.
- ຮັບປະກັນວ່າ ESMP ປະກອບມີຂໍ້ມູນດັ່ງຕໍ່ໄປນີ້ກ່ຽວກັບການຕິດຕາມ ແລະ ການລາຍງານໂຄງການ:
- ຈຸດປະສົງການຕິດຕາມ.
- ປັບປະເພດທີ່ສະເພາະຂອງການຕິດຕາມປະເພດໃຫ້ເໝາະສົມກັບຜົນກະທົບ, ຄວາມສ່ຽງ ແລະ ມາດຕະການຫຼຸດຜ່ອນທີ່ລະບຸໄວ້ໃນລາຍງານ ESIA ແລະ ESMP.
- ຄຳອະທິບາຍລາຍລະອຽດທາງເຕັກນິກໃນມາດຕະການຕິດຕາມ, ເຊິ່ງລວມເຖິງວິທີການ, ພາຣາມີເຕີ, ສະຖານທີ່ເກັບຕົວຢ່າງ, ຄວາມຖີ່ຂອງການວັດແທກ, ເກນພື້ນຖານສຳລັບການດຳເນີນການແກ້ໄຂ ແລະ ຂີດຈຳກັດການກວດຈັບ.
- ຂັ້ນຕອນສຳລັບການວັດແທກຄວາມຄືບໜ້າຂອງໂຄງການ ແລະ ຜົນໄດ້ຮັບຈາກການຫຼຸດຜ່ອນ.
- ການຈັດແຈງ ແລະ ຄວາມຮັບຜິດຊອບຂອງສະຖາບັນສຳລັບການຕິດຕາມແຕ່ລະປະເພດ.
- ຂັ້ນຕອນທີ່ອະນຸຍາດໃຫ້ກວດພົບເງື່ອນໄຂໃນເບື້ອງຕົ້ນເຊິ່ງຈຳເປັນຕ້ອງນໍາໃຊ້ການດຳເນີນການແກ້ໄຂຜ່ານແຜນການປະຕິບັດງານສິ່ງແວດລ້ອມ ແລະ ສັງຄົມ (ESAP).
- ກຳນົດຕົວບົ່ງຊີ້ປະສິດທິພາບເພື່ອຕິດຕາມການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ, ພ້ອມທັງປະສິດທິພາບທາງສິ່ງແວດລ້ອມ ແລະ ສັງຄົມ. ເບິ່ງການກະກຽມ ແລະ ການຈັດຕັ້ງປະຕິບັດແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP) ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີການທີ່ຂະບວນການວາງແຜນນີ້ເຮັດວຽກ.
- ພິຈາລະນາທີ່ຈະປັບໃຊ້ມາດຕະການຄຸ້ມກັນສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານເພື່ອການພັດທະນາຫຼາຍຝ່າຍ (MDB) ແລະ/ຫຼື ພັດທະນາຊຸດຜົນຕາມມາ ແລະ ເປົ້າໝາຍທີ່ສາມາດວັດແທກໄດ້ໂດຍອີງໃສ່ຫຼັກປະຕິບັດລະຫວ່າງປະເທດທີ່ດີສຸດເພື່ອຕິດຕາມຜົນຕາມມາຂອງໂຄງການ.
ຜູ້ສະໜອງທຶນ ຄວນ:
- ປະກອບຂໍ້ກຳນົດດັ່ງຕໍ່ໄປນີ້ສຳລັບນັກພັດທະນາ ແລະ ຜູ້ຮັບເໝົາເຂົ້າໃສ່ຂໍ້ຕົກລົງການສະໜອງທຶນໃຫ້ກັບໂຄງການຂອງພວກເຂົາ:
- ຈ້າງຜູ້ຊ່ຽວຊານອິດສະຫຼະເພື່ອຕິດຕາມໂຄງການ ຫຼື ຢືນຢັນຂໍ້ມູນການຕິດຕາມ.
- ຈັດໃຫ້ມີກົນໄກການຕິດຕາມອິດສະຫຼະເພື່ອເກັບກຳຄຳຕິຊົມ ແລະ ຂໍ້ມູນເພີ່ມເຕີມຈາກປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ.
- ຍື່ນລາຍງານການຕິດຕາມເປັນໄລຍະກ່ຽວກັບປະສິດທິພາບຂອງພວກເຂົາໃນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມພາຍໃນກອບເວລາໃດໜຶ່ງໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ. ແນະນໍາໃຫ້ນໍາໃຊ້ກອບເວລາດັ່ງຕໍ່ໄປນີ້:
- ຢ່າງໜ້ອຍທຸກໆໄຕມາດໃນລະຫວ່າງໄລຍະການຈັດຕັ້ງປະຕິບັດໂຄງການສຳລັບໂຄງການທີ່ມີຄວາມຊັບຊ້ອນ ແລະ ຄວາມອ່ອນໄຫວສູງ.
- ຢ່າງໜ້ອຍທຸກໆຫົກເດືອນໃນລະຫວ່າງໄລຍະການຈັດຕັ້ງປະຕິບັດໂຄງການສຳລັບໂຄງການທີ່ມີຜົນກະທົບທາງລົບຢ່າງໃຫຍ່ຫຼວງຕໍ່ສິ່ງແວດລ້ອມ, ຜົນກະທົບທີ່ພາໃຫ້ເກີດການຍົກຍ້າຍຈັດສັນ່ແບບບໍ່ສະໝັກໃຈ ຫຼື ຜົນກະທົບຕໍ່ຄົນພືື້ນເມືອງ.
- ຢ່າງໜ້ອຍທຸກໆປີໃນລະຫວ່າງໄລຍະການປະຕິບັດງານຂອງໂຄງການສຳລັບໂຄງການທີ່ມີຜົນກະທົບທາງລົບຢ່າງໃຫຍ່ຫຼວງ.
ໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ, ນັກພັດທະນາ ແລະ ຜູ້ຮັບເໝົາຄວນ:
- ສ້າງຕັ້ງຖານຂໍ້ມູນ ຫຼື ສູນຂ່າວຢູ່ໃນເວັບໄຊຂອງພວກເຂົາເອງເພື່ອເປີດເຜີຍຂໍ້ມູນກ່ຽວກັບກິດຈະກຳ ແລະ ຜົນການຕິດຕາມທີ່ມີການດຳເນີນການຢູ່.
- ຈ້າງ ແລະ ຝຶກອົບຮົມບຸກຄົນລະກອນໃຫ້ມີຈຳນວນພຽງພໍເພື່ອຄຸ້ມຄອງການຕິດຕາມ ແລະ ການລາຍງານໂຄງການ.
- ມອບໝາຍຄວາມຮັບຜິດຊອບໃຫ້ກັບຜູ້ເຮັດວຽກໃນໂຄງການໂດຍອີງໃສ່ປະສົບການ ແລະ ການຝຶກອົບຮົມຂອງພວກເຂົາ.
- ຈ້າງຜູ້ຊ່ຽວຊານທີ່ມີຄຸນສົມບັດ ແລະ ມີປະສົບການ — ເປັນລາຍບຸກຄົນ ຫຼື ເປັນສ່ວນໜຶ່ງຂອງຄະນະກຳມະການຜູ້ໃຫ້ຄຳປຶກສາ — ເພື່ອຕິດຕາມແຕ່ລະໂຄງການ.
- ຮ້ອງຂໍການອະນຸມັດຂອງຜູ້ຊ່ຽວຊານເຫຼົ່ານີ້ຈາກຜູ້ສະໜອງທຶນ.
- ຮັບປະກັນວ່າຜູ້ຊ່ຽວຊານເຫຼົ່ານີ້ເປັນອິດສະຫຼະຈາກຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ສະເໜີໂຄງການລາຍອື່ນໆ, ໂດຍສະເພາະໂຄງການທີ່ມີຄວາມສ່ຽງສູງຂຶ້ນ.
- ຖ້າກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບກຳນົດໃຫ້ມີໜ່ວຍງານແຫ່ງຊາດ ຫຼື ໜ່ວຍງານຍ່ອຍພາຍໃນປະເທດຈາກລັດຖະບານຂອງປະເທດເຈົ້າພາບໃຫ້ເຂົ້າຮ່ວມໃນການຕິດຕາມໂຄງການ, ໃຫ້ຈ້າງຜູ້ຊ່ຽວຊານທີ່ມີຄຸນສົມບັດ ແລະ ມີປະສົບການເພື່ອຢືນຢັນຂໍ້ມູນການຕິດຕາມ.
- ຄຸ້ມຄອງຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການປະກອບສ່ວນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆໃນການຕິດຕາມສິ່ງແວດລ້ອມ ແລະ ສັງຄົມ.
- ອຳນວຍຄວາມສະດວກໃຫ້ກັບການຢ້ຽມຊົມພາກສະໜາມສຳລັບຜູ້ສະໜອງທຶນ ຫຼື ຜູ້ຊ່ຽວຊານອດິສະຫຼະທີ່ເປັນຕົວແທນຂອງຜູ້ສະໜອງທຶນ.
ຜູ້ສະໜອງທຶນ ຄວນ:
- ຮອງຮັບ ຫຼື ປະຕິເສດຜູ້ຊ່ຽວຊານທີ່ສະເໜີຊື່ໂດຍນັກພັດທະນາ ແລະ ຜູ້ຮັບເໝົາ. ຜູ້ຊ່ຽວຊານເຫຼົ່ານີ້ຄວນຕິດຕາມແຕ່ລະໂຄງການຢ່າງເປັນອິດສະຫຼະ ຫຼື ຢ່າງໜ້ອຍທີ່ສຸດແມ່ນຢືນຢັນຂໍ້ມູນການຕິດຕາມທີ່ເກັບກຳໂດຍນັກພັດທະນາ, ຜູ້ຮັບເໝົາ ແລະ/ຫຼື ໜ່ວຍງານກ່ຽວຂ້ອງຂອງລັດຖະບານຂອງປະເທດເຈົ້າພາບ.
- ດຳເນີນການຢ້ຽມຊົມພາກສະໜາມເປັນໄລຍະເພື່ອທົບທວນມາດຕະການຫຼຸດຜ່ອນ ແລະ ການຕິດຕາມສຳລັບໂຄງການ.
- ສົ່ງຜູ້ຊ່ຽວຊານທີ່ຖືກເລືອກໄປພາກສະໜາມຂອງໂຄງການເພື່ອດູແລຕິດຕາມໂຄງການທີ່ມີຜົນກະທົບທາງລົບຢ່າງໃຫຍ່ຫຼວງຕໍ່ສັງຄົມ ຫຼື ສິ່ງແວດລ້ອມ
ຜູ້ຊ່ຽວຊານທີ່ໄດ້ຮັບການແຕ່ງຕັ້ງ, ພະນັກງານ ແລະ/ຫຼື ໜ່ວຍງານກ່ຽວຂ້ອງຂອງລັດຖະບານຂອງປະເທດເຈົ້າພາບຄວນ:
- ເຮັດພາລະໜ້າທີ່ການຕິດຕາມສິ່ງແວດລ້ອມ ແລະ ສັງຄົມເປັນປົກກະຕິຢູ່ພາຍໃນພື້ນທີ່ອິດທິພົນຂອງໂຄງການ.
- ດຳເນີນການກວດກາ, ການກວດສອບ ແລະ ການປະເມີນເປັນໄລຍະເພື່ອປະເມີນຄ່າຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງການສົ່ງມອບຜົນປະໂຫຍດຂອງຊຸມຊົນ.
- ປະກອບຄວາມສ່ຽງ H&S ຕໍ່ຜູ້ເຮັດວຽກ ແລະ ຊຸມຊົນໃນທ້ອງຖິ່ນ, ພ້ອມທັງເງື່ອນໄຂການເຮັດວຽກ ແລະ ຊົ່ວໂມງການເຮັດວຽກ.
- ກຳນົດປະລິມານ ແລະ ຕິດຕາມຜົນກະທົບຕໍ່ຄວາມຫຼາກຫຼາຍທາງຊີວະພາບ ແລະ ການປ່ອຍມົນລະພິດສູ່ແກ໊ສເຮືອນກະຈົກ (GHG) ໃນແຕ່ລະປີຕາມວິທີການຮັບເຊິ່ງເປັນທີ່ຮັບຮູ້ລະຫວ່າງປະເທດ (ເຊັ່ນ: ຄະນະລະຫວ່າງລັດຖະບານເພື່ອການປ່ຽນແປງດິນຟ້າອາກາດ (IPCC)).
- ສຳຫຼວດຄົວເຮືອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບເພື່ອເຂົ້າໃຈບັນຫາທີ່ເກີດຈາກແຕ່ລະໂຄງການ ແລະ ການປ່ຽນແປງໄດ້ດີຂຶ້ນໃນມາດຕະຖານການໃຊ້ຊີວິດໃນທ້ອງຖິ່ນ ແລະ ຊີວິດການເປັນຢູ່.
- ຈຳແນກຂໍ້ມູນຕາມເພດ ແລະ ຊຸມຊົນເພື່ອຮັບປະກັນວ່າຄວາມຕ້ອງການ ແລະ ຄວາມຄາດຫວັງຂອງບຸກຄົນ ແລະ ຊຸມຊົນທີ່ບອບບາງທີ່ສຸດໄດ້ຮັບການຕິດຕາມ.
- ສືບຕໍ່ຕິດຕາມຜົນຕາມມາຈາກການຍົກຍ້າຍຈັດສັນ່ ແລະ ຊີວິດການເປັນຢູ່ຈົນກວ່າລາຍງານການຕິດຕາມຈະສະຫຼຸບວ່າປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ຮັບການຊົດເຊີຍ ແລະ ຄວາມຊ່ວຍເຫຼືອທັງໝົດທີ່ພວກເຂົາມີສິດໄດ້ຮັບ, ພ້ອມທັງໂອກາດທີ່ພຽງພໍໃນການຟື້ນຟູຊີວິດການເປັນຢູ່ຂອງພວກເຂົາ.
- ບັນທຶກຜົນຈາກການຕິດຕາມເພື່ອສົ່ງໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາ.
- ດຳເນີນການກວດກາ, ການກວດສອບ ແລະ ການປະເມີນເປັນໄລຍະເພື່ອປະເມີນຄ່າຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງການສົ່ງມອບຜົນປະໂຫຍດຂອງຊຸມຊົນ.
- ຈັດສ້າງກົນໄກການຕິດຕາມອິດສະຫຼະສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆເພື່ອໃຫ້ຄຳຕິຊົມກ່ຽວກັບກິດຈະກຳ ແລະ ຜົນການຕິດຕາມສຳລັບແຕ່ລະໂຄງການ.
- ຮັບປະກັນວ່າກົນໄກນີ້ແທດເໝາະກັບວັດທະນະທຳ ແລະ ອ່ອນໄຫວໃນເລື່ອງເພດ.
- ແຈ້ງໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກເຖິງຄວາມແຕກຕ່າງໃນໜ້າທີ່ — ແລະ ຄວາມເປັນອິດສະຫຼະ — ລະຫວ່າງກົນໄກການຮ້ອງທຸກລະດັບໂຄງການ ແລະ ກົນໄກການຕິດຕາມອິດສະຫຼະ.
- ຕອບກັບຄຳຕິຊົມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ໃຫ້ຂໍ້ມູນກ່ຽວກັບການດຳເນີນການຢ່າງສອດຄ່ອງກັນທີ່ຄວນເກີດຂຶ້ນ.
- ພົວພັນກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆໃນຂະບວນການທີ່ເປັນປະຈຳສຳລັບການແບ່ງປັນ ແລະ ການຢືນຢັນຂໍ້ມູນໂດຍເປັນສ່ວນໜຶ່ງຂອງການຕິດຕາມໂຄງການ.
- ເຮັດວຽກກັບກຸ່ມຕົວແທນຊຸມຊົນທີ່ຫຼາກຫຼາຍ — ບໍ່ແມ່ນພຽງຜູ້ນໍາຊຸມຊົນເທົ່ານັ້ນ — ແລະ CSO/NGO ເພື່ອຈັດຕັ້ງສະພາການຕິດຕາມແບບຮ່ວມມືສຳລັບແຕ່ລະໂຄງການ. ສຳລັບໂຄງການທີ່ມີຂະໜາດໃຫຍ່ຂຶ້ນ ແລະ/ຫຼື ມີຄວາມສ່ຽງສູງຂຶ້ນ, ໃຫ້ພິຈາລະນາຈັດຕັ້ງຄະນະກຳມະການປະສານງານຂອງຊຸມຊົນທີ່ເປັນທາງການຂຶ້ນໂດຍມີຕົວແທນເຂົ້າຮ່ວມຈາກນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາລາຍຍ່ອຍ, ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆ.
- ອະນຸຍາດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບເລືອກຕົວແທນຂອງພວກເຂົາສຳລັບສະພາການຕິດຕາມແບບຮ່ວມມື ຫຼື ຄະນະກຳມະການປະສານງານຂອງຊຸມຊົນ.
- ຮັບປະກັນວ່າມີສະມາຊິກຊຸມຊົນຢ່າງໜ້ອຍໜຶ່ງຄົນທີ່ເປັນຕົວແທນທັດສະນະຄະຕິ, ຜົນປະໂຫຍດ ແລະ ຄວາມຕ້ອງການຂອງກຸ່ມຄົນທີ່ບອບບາງ (ເຊັ່ນ: ແມ່ຍິງ; ບຸກຄົນໃນທຸກເຊື້ອຊາດ, ສາສະໜາ ຫຼື ຄົນກຸ່ມໜ້ອຍທາງພາສາ; ສະມາຊິກຂອງຊຸມຊົນພື້ນເມືອງ; ບຸກຄົນສູງອາຍຸ; ໄວໜຸ່ມ; ແລະ ບຸກຄົນພິການ).
- ໃຫ້ການຊ່ວຍເຫຼືອ ແລະ ການຝຶກອົບຮົມໃນການປະເມີນ, ການຕິດຕາມ ແລະ ການລາຍງານຕໍ່ຕົວແທນຊຸມຊົນ ແລະ CSO/NGO ທີ່ກຳລັງປະກອບສ່ວນໃນສະພາການຕິດຕາມແບບຮ່ວມມື ຫຼື ຄະນະກຳມະການປະສານງານຂອງຊຸມຊົນ.
- ຮັບປະກັນວ່າຜູ້ເຂົ້າຮ່ວມທຸກຄົນໄດ້ຮັບແຈ້ງການກ່ຽວກັບເນື້ອຫາໃນລາຍງານ ESIA, ESMP, ເງື່ອນໄຂການອະນຸມັດ, ສັນຍາ/ຂໍ້ຕົກລົງໂຄງການ ແລະ ເອກະສານກ່ຽວຂ້ອງອື່ນໆ ແລະ ພວກເຂົາສາມາດເຂົ້າເຖິງ ແລະ ທົບທວນເນື້ອຫາເຫຼົ່ານີ້ໄດ້ຢ່າງງ່າຍດາຍ.
- ເຕົ້າໂຮມສະພາການຕິດຕາມແບບຮ່ວມມື ຫຼື ຄະນະກຳມະການປະສານງານຂອງຊຸມຊົນໃນແຕ່ລະເດືອນເພື່ອສົນທະນາກ່ຽວກັບໂຄງການ. ສຳລັບໂຄງການທີ່ມີຂະໜາດໃຫຍ່ຂຶ້ນເຊິ່ງຄອບຄຸມຫຼາຍຊຸມຊົນ, ແຈ້ງໃຫ້ສະພາ/ຄະນະກຳມະການແຕ່ລະຊຸດຮັບຊາບກ່ຽວກັບບົດຮຽນຖອດຖອນຈາກການປະຊຸມກັບສະພາ/ຄະນະກຳມະການຂອງຊຸມຊົນອື່ນ.
- ບັນທຶກລາຍງານການປະຊຸມ ແລະ ຂໍ້ສະຫຼຸບໃນການປະຊຸມ. ຈັດສຳເນົາເນື້ອຫາເຫຼົ່ານີ້ໃຫ້ກັບຜູ້ເຂົ້າຮ່ວມ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາລາຍຍ່ອຍໂດຍກົງ ແລະ ໃນກໍລະນີທີ່ເປັນໄປໄດ້ແມ່ນຈັດໃຫ້ແກ່ລັດຖະບານຂອງປະເທດເຈົ້າພາບ.
- ຮັກສາປະຫວັດຜູ້ເຂົ້າຮ່ວມ.
- ຕິດຕາມຄຳຄິດເຫັນ/ການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກຂອງຜູ້ຖືຜົນປະໂຫຍດຮ່ວມໂດຍມີການໂຕ້ຕອບທີ່ເໝາະສົມ ແລະ ການດຳເນີນການທີ່ສອດຄ່ອງກັບໃນການປະຊຸມໃນອະນາຄົດ.
- ກະກຽມລາຍງານການຕິດຕາມສະເພາະໂຄງການໂດຍມີຂໍ້ມູນເຕັກນິກ ແລະ ຂໍ້ມູນທີ່ຄອບຄຸມອົງປະກອບດັ່ງຕໍ່ໄປນີ້:
- ຂອບເຂດກິດຈະກຳການຫຼຸດຜ່ອນ, ການປະເມີນ ແລະ ການຕິດຕາມ.
- ຜົນໄດ້ຮັບຈາກກິດຈະກຳການຕິດຕາມທີ່ກ່ຽວຂ້ອງກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຊິ່ງລວມເຖິງແຕ່ບໍ່ສະເພາະພຽງການຍົກຍ້າຍຈັດສັນ່ ແລະ ການຟື້ນຟູຊີວິດການເປັນຢູ່, ຄົນພື້ນເມືອງ, ມໍລະດົກທາງວັດທະນະທຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ (NRM).
- ລະດັບສິ່ງເສດເຫຼືອທີ່ເປັນພິດ, ສານມົນລະພິດ ແລະ ການປ່ອຍມົນລະພິດອື່ນໆໂດຍປຽບທຽບໃສ່ມາດຕະຖານຂອງປະເທດເຈົ້າພາບ, ມາດຕະຖານຈີນ ແລະ/ຫຼື ມາດຕະຖານລະຫວ່າງປະເທດ.
- ຂໍ້ມູນກ່ຽວກັບການປະຊຸມກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆ.
- ຄວາມກັງວົນຂອງຊຸມຊົນ, ພ້ອມທັງການໂຕ້ຕອບ ແລະ ການດຳເນີນການທີ່ສອດຄ່ອງກັນ.
- ຄວາມສອດຄ່ອງຕາມ (ແລະ ການບໍ່ປະຕິບັດຕາມ) ເງື່ອນໄຂຂອງໂຄງການ ແລະ ຄຳໝັ້ນສັນຍາອື່ນໆທີ່ແນບຕິດໃສ່ການອະນຸມັດສະໜອງທຶນ ແລະ ໂຄງການໂດຍລວມ, ພ້ອມທັງມາດຕະການແກ້ໄຂ, ຄວາມສອດຄ່ອງຕາມ ແລະ ມາດຕະການບັງຄັບໃຊ້ທີ່ສອດຄ່ອງກັນ.
- ການອະທິບາຍການດຳເນີນການແກ້ໄຂທີ່ຈຳເປັນຢ່າງລະອຽດໃສ່ໃນ ESAP.
- ການປັບປຸງ ESMP.
- ການໃຊ້ຈ່າຍຂອງໂຄງການຕໍ່ມາດຕະການຫຼຸດຜ່ອນ, ລະບົບການຕິດຕາມ, ຄຳໝັ້ນສັນຍາຂອງໂຄງການ, ຜົນປະໂຫຍດຕໍ່ຊຸມຊົນ, ກອງທຶນພັດທະນາຊຸມຊົນ ແລະ ການຊົດເຊີຍເປັນອັດຕາເປີເຊັນຂອງການໃຊ້ຈ່າຍຂອງໂຄງການໂດຍລວມ.
- ສະຖານະໂຄງການ.
- ຍື່ນລາຍງານການຕິດຕາມເຫຼົ່ານີ້ໃຫ້ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາລາຍຍ່ອຍສຳລັບການທົບທວນ.
ນັກພັດທະນາ ແລະ ຜູ້ຮັບເໝົາຄວນ:
- ຍື່ນລາຍງານການຕິດຕາມສິ່ງແວດລ້ອມ ແລະ ສັງຄົມເປັນໄລຍະໃຫ້ຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບຕາມກອບເວລາທີ່ກຳນົດໄວ້ໃນຂໍ້ຕົກລົງ ແລະ ສັນຍາ.
- ສຳລັບໂຄງການທີ່ມີຄວາມສ່ຽງສູງຂຶ້ນ, ໃຫ້ຍື່ນລາຍງານປະກອບກ່ຽວກັບການຍົກຍ້າຍຈັດສັນ່ແບບບໍ່ສະໝັກໃຈ, ການຟື້ນຟູຊີວິດການເປັນຢູ່, ຄົນພື້ນເມືອງ, ຊັບພະຍາກອນທາງວັດທະນະທຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ (NRM).
- ເປີດເຜີຍລາຍງານການປະຊຸມ ແລະ ຂໍ້ສະຫຼຸບຈາກການປະຊຸມຂອງສະພາການຕິດຕາມແບບຮ່ວມມື ຫຼື ຄະນະກຳມະການປະສານງານຂອງຊຸມຊົນຢ່າງເປັນປະຈຳ, ພ້ອມທັງລາຍງານການຕິດຕາມສະເພາະໂຄງການ, ຢູ່ໃນເວັບໄຊຂອງພວກເຂົາ.
- ເກັບຮັກສາສຳເນົາສະບັບແຂງຂອງລາຍງານການຕິດຕາມຢູ່ໃນສຳນັກງານໃຫຍ່ຂອງນັກພັດທະນາ ແລະ ສຳນັກງານທ້ອງຖິ່ນ ໃນກໍລະນີທີ່ເປັນໄປໄດ້.
- ກະກຽມ ແລະ ເປີດເຜີຍລາຍງານທົ່ວບໍລິສັດທີ່ສະຫຼຸດຂໍ້ມູນດັ່ງຕໍ່ໄປນີ້ຕໍ່ສາທາລະນະສຳລັບແຕ່ລະໂຄງການ, ຢ່າງໜ້ອຍປີລະຄັ້ງ:
- ກິດຈະກຳການປະເມີນ ແລະ ການຕິດຕາມ.
- ຜົນການຕິດຕາມ.
- ການເງິນຂອງໂຄງການ.
- ກິດຈະກຳຄວາມສອດຄ່ອງຕາມ ແລະ ການບັງຄັບໃຊ້ຜ່ານ ESAP.
- ແບ່ງປັນຜົນການຕິດຕາມ ແລະ ຂໍ້ມູນກ່ຽວຂ້ອງກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆໃຫ້ທັນເວລາ.
ລັດຖະບານຂອງປະເທດເຈົ້າພາບຄວນ:
- ເປີດເຜີຍລາຍງານການປະຊຸມ ແລະ ຂໍ້ສະຫຼຸບຈາກການປະຊຸມປະຈຳເດືອນຂອງສະພາການຕິດຕາມແບບຮ່ວມມື ຫຼື ຄະນະກຳມະການປະສານງານຂອງຊຸມຊົນຢ່າງເປັນປົກກະຕິ, ພ້ອມທັງລາຍງານການຕິດຕາມສະເພາະໂຄງການ, ຢູ່ໃນເວັບໄຊຂອງພວກເຂົາ ແລະ ຢູ່ຫໍຂ່າວປະຈຳບ້ານ/ເຂດເມືອງ/ເມືອງ/ແຂວງ.
- ເກັບຮັກສາສຳເນົາສະບັບແຂງຂອງລາຍງາການຕິດຕາມຢູ່ໃນສຳນັກງານລັດຖະບານຂັ້ນປະເທດ ແລະ ສຳນັກງານຍ່ອຍພາຍໃນປະເທດທີ່ອຸທິດໃຫ້ກັບບັນຫາສິ່ງແວດລ້ອມ ແລະ ສັງຄົມ.
- ທົບທວນ ແລະ ອະນຸມັດລາຍງານການຕິດຕາມສິ່ງແວດລ້ອມ ແລະ ສັງຄົງຢ່າງເປັນທາງການເພື່ອຮັບປະກັນວ່າໂຄງການຈະສາມາດສືບຕໍ່ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບ.
- ແບ່ງປັນຜົນການຕິດຕາມ ແລະ ຂໍ້ມູນກ່ຽວຂ້ອງກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆໃຫ້ທັນເວລາ ເມື່ອມີການຮ້ອງຂໍ.
ຜູ້ສະໜອງທຶນ ຄວນ:
- ທົບທວນ ແລະ ອະນຸມັດລາຍງານການຕິດຕາມສິ່ງແວດລ້ອມ ແລະ ສັງຄົມຢ່າງເປັນທາງການ.
- ປະເມີນຄວາມສອດຄ່ອງຂອງນັກພັດທະນາກ່ຽວກັບມາດຕະການຫຼຸດຜ່ອນ ແລະ ການຕິດຕາມທີ່ກຳນົດໄວ້ໃນ ESMP ແລະ ຂໍ້ຕົກລົງການສະໜອງທຶນຂອງໂຄງການ.
- ຕິດຕາມຄວາມຄືບໜ້າຂອງນັກພັດທະນາ ແລະ ຜູ້ຮັບເໝົາຕໍ່ຜົນໄດ້ຮັບທີ່ຄາດໝາຍສຳລັບການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ.
- ເປີດເຜີຍລາຍງານການຕິດຕາມສະເພາະໂຄງການຢູ່ໃນເວັບໄຊຂອງພວກເຂົາເມື່ອໄດ້ຮັບລາຍງານດັ່ງກ່າວ.
- ກະກຽມ ແລະ ເປີດເຜີຍລາຍງານປະຈຳປີກ່ຽວກັບການປະຕິບັດງານທົ່ວສະຖາບັນຕໍ່ສາທາລະນະ ໂດຍອີງໃສ່ລາຍງານການຕິດຕາມສິ່ງແວດລ້ອມ ແລະ ສັງຄົມຂອງສະເພາະໂຄງການ.
- ຈັດໃຫ້ມີການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດຕາມຄວາມຈຳເປັນແກ່ນັກພັດທະນາ ແລະ ຜູ້ຮັບເໝົາ ເພື່ອຮັບປະກັນວ່າໄດ້ປະຕິບັດກິດຈະກຳການຫຼຸດຜ່ອນ ແລະ ການຕິດຕາມທີ່ກຳນົດໄວ້ໃນຂໍ້ຕົກລົງຂອງໂຄງການຢ່າງຖືກຕ້ອງພາຍໃນກອບເວລາທີ່ໄດ້ຕົກລົງກັນໄວ້.
- ກະກຽມລາຍງານການສຳເລັດໂຄງການຫຼັງຈາກທີ່ໄລຍະການຈັດຕັ້ງປະຕິບັດໂຄງການໄດ້ສິ້ນສຸດລົງ.
- ປະເມີນວ່າໄດ້ບັນລຸຕາມຜົນຕາມມາທີ່ຄາດໝາຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫຼື ບໍ່.
- ປຽບທຽບຜົນການຕິດຕາມໂດຍມີເງື່ອນໄຂເສັ້ນຖານລະບຸໄວ້ໃນລາຍງານ ESIA, ESMP ແລະ ແຜນການເອົາທີ່ດິນ ແລະ ການຍົກຍ້າຍຈັດສັນ່ (LARP), ແຜນການຟື້ນຟູຊີວິດການເປັນຢູ່ (LRP), ແຜນການສຳລັບຄົນພື້ນເມືອງ (IPP) ແລະ ເອກະສານອື່ນໆ.
- ປະກອບບົດຮຽນທີ່ໄດ້ຖອດຖອນສຳລັບໂຄງການຄ້າຍຄືກັນໃນອະນາຄົດ.
- ປະກອບສຳເນົາຂອງລາຍງານການຕິດຕາມສິ່ງແວດລ້ອມ ແລະ ສັງຄົມແຕ່ລະສະບັບທີ່ສະໜອງໃຫ້ໂດຍນັກພັດທະນາ ແລະ ຜູ້ຮັບເໝົາໃນເອກະສານຊ້ອນທ້າຍ.
- ເປີດເຜີຍລາຍງານການສຳເລັດໂຄງການຢູ່ໃນເວັບໄຊຂອງພວກເຂົາ.48
- ໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ, ຊອກຫາເວັບໄຊຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບຂໍ້ມູນກ່ຽວກັບນະໂຍບາຍ, ຂັ້ນຕອນ ແລະ/ຫຼື ກົນໄກສຳລັບການຕິດຕາມ ແລະ ການລາຍງານຂອງພວກເຂົາ.
- ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ຜູ້ດຳເນີນນະໂຍບາຍທີ່ເໝາະສົມເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ. ເບິ່ງຜູ້ຖືຜົນປະໂຫຍດຮ່ວມເພື່ອລະບຸວິທີການຕິດຕໍ່ບາງຢ່າງທີ່ມີໃຫ້.
- ຖ້າທ່ານບໍ່ສາມາດຕິດຕໍ່ກັບນັກພັດທະນາ ແລະ ຜູ້ຮັບເໝົາໂດຍກົງ, ໃຫ້ພົວພັນກັບຜູ້ສະໜອງທຶນ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບເພື່ອຂໍຄວາມຊ່ວຍເຫຼືອ.
- ຖ້າທ່ານບໍ່ສາມາດຕິດຕໍ່ກັບຜູ້ສະໜອງທຶນ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບໂດຍກົງ, ໃຫ້ພົວພັນກັບຜູ້ນໍາຊຸມຊົນ ຫຼື CSO/NGO ເພື່ອຂໍຄວາມຊ່ວຍເຫຼືອ.
- ໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ, ໃຫ້ຮັບປະກັນວ່າທ່ານຮູ້ເນື້ອຫາໃນລາຍງານ ESIA, ESMP, ເງື່ອນໄຂການອະນຸມັດ, ສັນຍາ/ຂໍ້ຕົກລົງຂອງໂຄງການ ແລະ ເອກະສານກ່ຽວຂ້ອງອື່ນໆ ແລະ ທ່ານສາມາດເຂົ້າເຖິງເນື້ອຫາເຫຼົ່ານີ້ຢ່າງງ່າຍດາຍເພື່ອປຽບທຽບລາຍງານການຕິດຕາມ.
- ເຂົ້າຮ່ວມສະພາການຕິດຕາມແບບຮ່ວມມື/ຄະນະກຳມະການປະສານງານຂອງຊຸມຊົນ ຫຼື ແຕ່ງຕັ້ງສະມາຊິກທີ່ສາມາດໄວ້ໃຈໄດ້ໃນຄົວເຮືອນຂອງທ່ານ ຫຼື ຊຸມຊົນເພື່ອເຂົ້າຮ່ວມ.
- ເວົ້າກັບນັກພັດທະນາ, ຜູ້ຮັບເໝົາ ແລະ/ຫຼື ຜູ້ຊ່ຽວຊານກ່ຽວກັບການຊ່ວຍເຫຼືອ ແລະ ການຝຶກອົບຮົມໃດໜຶ່ງໃນການປະເມີນ, ການຕິດຕາມ ແລະ ການລາຍງານທີ່ທ່ານອາດຈຳເປັນຕ້ອງມີ.
- ເຂົ້າຮ່ວມການປະຊຸມໂຄງການທີ່ກ່ຽວຂ້ອງກັບການຕິດຕາມສິ່ງແວດລ້ອມ ແລະ ສັງຄົມ.
- ເວົ້າກັບຜູ້ຊ່ຽວຊານ ແລະ ຕົວແທນຊຸມຊົນກ່ຽວກັບສະພາການຕິດຕາມແບບຮ່ວມມື ຫຼື ຄະນະກຳມະການປະສານງານຂອງຊຸມຊົນກ່ຽວກັບຄວາມຕ້ອງການຂອງທ່ານ, ພ້ອມທັງທີ່ດິນ/ເຮືອນ/ໂຄງສ້າງ/ຊັບສິນ/ການບໍລິການທີ່ເປັນຂອງທ່ານ, ຄອບຄົວຂອງທ່ານ ຫຼື ຊຸມຊົນຂອງທ່ານ.
- ຖາມກ່ຽວກັບການປະຊຸມໃນອະນາຄົດ.
- ຂໍໃຫ້ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບໃຊ້ຄືນຄ່າເດີນທາງ ແລະ ຄຸ້ມຄອງຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບການເຂົ້າຮ່ວມ.
- ເກັບຮັກສາປະຫວັດການເຂົ້າຮ່ວມ ແລະ ການປະກອບສ່ວນຂອງທ່ານທັງໃນເຈ້ຍ ຫຼື ໂທລະສັບຂອງທ່ານ.
- ຂໍໃຫ້ຜູ້ຊ່ຽວຊານ, ນັກພັດທະນາ ແລະ/ຫຼື ຜູ້ຮັບເໝົາມອບສຳເນົາສະບັບແຂງ ແລະ/ຫຼື ໃນຮູບແບບດິຈິຕໍສຳລັບລາຍງານການຕິດຕາມເປັນພາສາທ້ອງຖິ່ນຂອງທ່ານ. ທົບທວນເນື້ອຫາເຫຼົ່ານີ້.
- ສົນທະນາກ່ຽວກັບຄວາມສ່ຽງ ແລະ ຜົນກະທົບໃນອະດີດ, ປັດຈຸບັນ ແລະ ອະນາຄົດ, ພ້ອມທັງການດຳເນີນການແກ້ໄຂ ແລະ ປ້ອງກັນທີ່ອາດເປັນໄປໄດ້, ກັບສະມາຊິກຄົນອື່ນໆໃນຊຸມຊົນ, CSO/NGO ແລະ ຜູ້ຊ່ຽວຊານທີ່ເໝາະສົມທັງໃນລະຫວ່າງ ແລະ ຫຼັງຈາກການປະຊຸມແຕ່ລະຄັ້ງ.
- ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຜ່ານກົນໄກການຕິດຕາມອິດສະຫຼະ. ພິຈາລະນາທີ່ຈະໃຫ້ຄຳຕິຊົມໂດຍກົງຕໍ່ຜູ້ຊ່ຽວຊານ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ.
- ຖ້າທ່ານບໍ່ໄດ້ຍິນກ່ຽວກັບການປະຊຸມເພື່ອຕິດຕາມໂຄງການ, ໃຫ້ຊອກຫາໃນເວັບໄຊຂອງນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບຂໍ້ມູນກ່ຽວກັບເວລາ ແລະ ສະຖານທີ່ທີ່ຈະກັດການປະຊຸມໃນອະນາຄົດ, ພ້ອມທັງຄົນທີ່ເປັນຜູ້ອຳນວຍຄວາມສະດວກ ແລະ ວິທີການຕິດຕໍ່ພວກເຂົາ.
- ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ນັກພັດທະນາ, ຜູ້ຮັບເໝົາ ແລະ ເຈົ້າໜ້າທີ່ຈາກລັດຖະບານຂອງປະເທດເຈົ້າພາບເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ.
- ຖ້າທ່ານບໍ່ສາມາດຕິດຕໍ່ກັບນັກພັດທະນາ, ຜູ້ຮັບເໝົາ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບໂດຍກົງ, ໃຫ້ພົວພັນກັບຜູ້ນໍາຊຸມຊົນ ຫຼື CSO/NGO ເພື່ອຂໍຄວາມຊ່ວຍເຫຼືອ.
- ຖ້າທ່ານບໍ່ສາມາດເຂົ້າຮ່ວມການປະຊຸມເພື່ອຕິດຕາມໂຄງການ, ຊອກຫາໃນເວັບໄຊຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບສຳເນົາຜົນການຕິດຕາມສິ່ງແວດລ້ອມ ແລະ ສັງຄົມສະເພາະໂຄງການ, ການອັບເດດ ແລະ/ຫຼື ລາຍງານຕ່າງໆ, ພ້ອມທັງລາຍງານທົ່ວບໍລິສັດ ແລະ/ຫຼື ສະຖາບັນກ່ຽວກັບຄວາມຮັບຜິດຊອບ, ຄວາມຍືນຍົງ ຫຼື ການພັດທະນາແບບຍືນຍົນ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ/ຫຼື ການເງິນສຳລັບຂໍ້ມູນເພີ່ມເຕີມ.
- ບຸກມາກເວັບໄຊທີ່ມີເນື້ອຫາເຫຼົ່ານີ້, ເພື່ອວ່າທ່ານຈະສາມາດຊອກຫາຜົນໄດ້ຮັບ, ການອັບເດດ ແລະ/ຫຼື ລາຍງານສະບັບຫຼ້າສຸດໄດ້ຢ່າງງ່າຍດາຍ.
- ເກັບສຳເນົາຂອງຜົນໄດ້ຮັບ, ການອັບເດດ ແລະ/ຫຼື ລາຍງານເຫຼົ່ານີ້ສຳລັບການອ້າງອີງໃນອະນາຄົດ.
- ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາລາຍຍ່ອຍກັບນະໂຍບາຍ, ຂັ້ນຕອນ ແລະ ແນວທາງຂອງລັດຖະບານ, ສະເພາະອຸດສາຫະກຳ ແລະ ພາຍໃນສຳລັບການຕິດຕາມ ແລະ ການລາຍງານຄວາມສ່ຽງຕໍ່ສິ່ງແວດລ້ອມ, ສັງຄົມ, ສຸຂະພາບ ແລະ ຄວາມປອດໄພ.
- ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນໃນເລື່ອງ “ຕົວບົ່ງຊີ້ປະສິດທິພາບຫຼັກ (KPI) ຂອງການຈັດຕັ້ງປະຕິບັດສິນເຊື່ອສີຂຽວ” ແລະ “ຄວາມຄິດເຫັນຕໍ່ການຈັດຕັ້ງປະຕິບັດສິນເຊື່ອສີຂຽວ” ຂອງ CBIRC. ສົ່ງຄວາມກັງວົນ ຫຼື ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຂອງຜູ້ສະໜອງທຶນໃນເລື່ອງ KPI ຕໍ່ CBIRC.
- ທົບທວນ “ແນວທາງພື້ນຖານໂຄງລ່າງທີ່ຍືນຍົງສຳລັບຜູ້ຮັບເໝົາລະຫວ່າງປະເທດຂອງຈີນ” ແລະ “ຄູ່ມືການມີສ່ວນຮ່ວມຂອງຊຸມຊົນສຳລັບຜູ້ຮັບເໝົາລະຫວ່າງປະເທດຂອງຈີນ” ຂອງ China International Contractors Association (CHINCA). ສົ່ງຄວາມກັງວົນ/ຄຳຮ້ອງທຸກຕໍ່ CHINCA ກ່ຽວກັບນັກພັດທະນາ ແລະ ຜູ້ຮັບເໝົາທີ່ບໍ່ດຳເນີນການຕິດຕາມຢ່າງຖືກຕ້ອງ.
- ລາຍງານສະຖານະການກ່ຽວຂ້ອງ ຫຼື ເຫດການໃຫຍ່ໆ, ເຊັ່ນ: ຄວາມລົ້ມເຫຼວໃນການຕິດຕາມ ແລະ ການລາຍງານປະສິດທິພາບທາງສິ່ງແວດລ້ອມ ແລະ ສັງຄົມ, ຕໍ່Ministry of Commerce (MOFCOM) ແລະ Ministry of Ecology and Environment (MEE) ຂອງປະເທດຈີນໃຫ້ທັນເວລາ.
- ກວດເບິ່ງວ່ານັກພັດທະນາ ແລະ ຜູ້ຮັບເໝົາເປັນສ່ວນໜຶ່ງຂອງລາຍຊື່ຕິດລົບຂອງໂຄງການການລົງທຶນຢູ່ຕ່າງປະເທດຂອງ SASAC ຈີນ ຫຼື ບໍ່. ສົ່ງຄວາມກັງວົນ ຫຼື ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຂອງນັກພັດທະນາ ແລະ ຜູ້ຮັບເໝົາເຫຼົ່ານີ້ໃນເລື່ອງຂໍ້ກຳນົດໃນການຕິດຕາມຂອງປະເທດເຈົ້າພາບຕໍ່ SASAC.
- ກວດເບິ່ງວ່ານັກພັດທະນາ ແລະ ຜູ້ຮັບເໝົາເປັນສ່ວນໜຶ່ງຂອງ“ລາຍຊື່ວິສາຫະກິດຕິດຕາມຫຼັກແຫ່ງຊາດ” ສາທາລະນະຂອງ MEE ແລະ ກົມປົກປ້ອງສິ່ງແວດລ້ອມຂອງປະເທດຈີນ ແລະ ລາຍຊື່ບໍລິສັດທີ່ປ່ອຍສານມົນລະພິດເກີນມາດຕະຖານສິ່ງແວດລ້ອມ ຫຼື ຮັບຜິດຊອບສຳລັບອຸປະຕິເຫດໃນການປ່ອຍມົນລະພິດຕໍ່ສິ່ງແວດລ້ອມຄັ້ງຮຸນແຮງ ແລະ ມີຂະໜາດໃຫຍ່ ຫຼື ບໍ່.
- ສົ່ງການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຕາມນະໂຍບາຍ, ຂັ້ນຕອນ ຫຼື ແນວທາງອື່ນໆຕໍ່ຜູ້ດຳເນີນນະໂຍບາຍທີ່ເໝາະສົມ.
- World Bank, “Asset Management of Environmental and Social Risks and Impacts,” in Environmental and Social Framework, p.27-28, 2017, View the PDF.
- International Finance Corporation (IFC), “Conservation Alliance’s Community Based Monitoring Protocol,” View the Website.
- The Regional Environmental Center for Central and Eastern Europe, “Monitoring,” in EIA Training Resource Manual for South Eastern Europe, View the PDF.
- United Nations Environment Programme (UNEP), “Topic 11: Implementation and follow up,” in Environmental Impact Assessment Training Resource Manual, Second Edition, 2002, View the PDF.
- World Bank, “Good Practice Note: Third-Party Monitoring,” in Environment & Social Framework for IPF Operations, First Edition, June 2018, View the PDF.
- World Bank, “Technical Note: Third-Party Monitoring for Environmental and Social Risk Management and Benefit Sharing in Emission Reductions Programs,” Forest Carbon Partnership Facility (FCPF) and BioCF Initiative for Sustainable Forest Landscapes (ISFL), September 2021, View the PDF.
1 State-owned Assets Supervision and Administration Commission of the State Council (SASAC), “Measures for the Supervision and Administration of Overseas Investment by Central Enterprises,” 2017.
2 Ibid.
3 Ministry of Environment and Ecology (MEE), “Guiding Opinions on Promoting Investment and Financing to Address Climate Change,” 2020.
4 Ministry of Commerce (MOFCOM) and MEE, “New Guidelines for Green Development in Overseas Investment and Cooperation,” July 2021.
5 China Banking Regulatory Commission (CBRC) and China Insurance Regulatory Commission (CIRC) (now China Banking and Insurance Regulatory Commission (CBIRC)), “Key Performance Indicators of Green Credit Implementation,” 2014.
6 The following policies specifically refer to audits or assessments: Export-Import Bank of China (China Exim Bank), “White Paper on Green Finance and Social Responsibility,” 2019; China Banking Association (CBA), “Corporate Social Responsibility Guidelines,” January 2009; CBRC, “Notice of the China Banking Regulatory Commission on Issuing the Green Credit Guidelines,” 2012. The following policy broadly refers to environmental and social risk monitoring: CBRC and CIRC, “Guidelines on Regulating the Banking Industry in Serving Enterprises’ Overseas Development and Strengthening Risk Control,” January 2017.
7 Bank of China (Hong Kong) (BOCHK), “Sustainability Policy,” 2021.
8 CBRC and CIRC, “General Office of the China Banking Regulatory Commission Opinions on Green Credit Implementation,” 2013.
9 China Exim Bank, “White Paper;” China Exim Bank, “Guidelines for Environmental and Social Impact Assessment for Project Loans of the China Export and Import Bank,” 2007.
10 CBRC and CIRC, “Opinions on Green Credit.”
11 China Exim Bank, “White Paper.”
12 China Chamber of Commerce Metals, Minerals and Chemicals Importers & Exporters (CCCMC), “Guidelines for Social Responsibility in Outbound Mining Investments,” 2017; State Forestry and Grassland Administration (SFGA), "Guidelines for Sustainable Silviculture for Chinese Companies Overseas," 2007; Sinohydro, “Occupational Health, Safety and Environmental Policy Statement,” 2013.
13 CCCMC, “Outbound Mining Investments.”
14 SynTao and China International Contractors Association (CHINCA), “Community Engagement Handbook for Chinese International Contractors-北京商道纵横信息科技有限责任公司,” 2021.
15 Sinohydro, “Occupational Health.”
16 CHINCA, “Guide on Social Responsibility for Chinese International Contractors,” September 2012; SFGA, "Silviculture for Chinese Companies."
17 SFGA, "Silviculture for Chinese Companies."
18 CHINCA, “Draft Revisions to Guide on Social Responsibility for Chinese International Contractors,” July 2021.
19 CCCMC, “Chinese Due Diligence Guidelines for Responsible Mineral Supply Chains,” 2015.
20 CCCMC, “Outbound Mining Investments.”
21 Sinohydro, “Environmental Protection Policy Statement,” 2017.
22 CCCMC et al., “Guidance for Sustainable Natural Rubber,” 2017.
23 SFGA, "Silviculture for Chinese Companies."
24 MOFCOM and MEE, “Guidelines for Environmental Protection in Foreign Investment and Cooperation,” 2013.
25 Sinohydro, “Occupational Health.”
26 SFGA, "Silviculture for Chinese Companies.”
27 CCCMC, “Chinese Due Diligence.”
28 CCCMC et al., “Sustainable Natural Rubber.”
29 CCCMC, “Chinese Due Diligence.”
30 National Development and Reform Commission (NDRC), “Code of Conduct for the Operation of Overseas Investments by Private Enterprises,” December 2017; CCCMC et al., “Sustainable Natural Rubber.”
31 CCCMC et al., “Sustainable Natural Rubber.”
32 SynTao and CHINCA, “Community Engagement Handbook.”
33 Standing Committee of the National People's Congress, “Environmental Impact Assessment Law of the People's Republic of China,” October 2002.
34 Standing Committee of the National People's Congress, “Revision of Environmental Protection Law of the People's Republic of China,” 2014.
35 Ibid.
36 State Council, “Regulations on Open Government Information of the People's Republic of China,” January 2007.
37 Standing Committee, “Revision of Environmental.”
38 Standing Committee, “Environmental Protection Law.”
39 Standing Committee, “Revision of Environmental.”
40 Standing Committee, “Environmental Protection Law.
41 MEE, “Amendment to the Regulations on Environmental Protection Management for Construction Projects,” November 2020.
42 Standing Committee, “Environmental Protection Law.”
43 State Environmental Protection Administration of China (SEPA) (now MEE), “Measures on Open Environmental Information,” 2007.
44 Ministry of Environmental Protection (MEP) (now MEE), “Notice on Further Strengthening the Disclosure of Environmental Protection Information,” October 2012.
45 Ibid.
46 Ibid.
47 "The Intergovernmental Panel on Climate Change," View the Website.
48 International Best Practice is based on Asian Development Bank (ADB), "Safeguard Policy Statement," 2009; Asian Infrastructure Investment Bank (AIIB), "Environmental and Social Framework," 2021; AIIB, “Policy on Public Information,” September 2018; World Bank, "Environmental and Social Framework," 2018; Mekong Partnership for the Environment, "Guidelines on Public Participation in Environmental Impact Assessment in the Mekong Region," First Edition, 2017.