Skip to main content
ລາຍການກວດກາ
02

ການກຳນົດຂອບເຂດໂຄງການ

ຄຳອະທິບາຍ

ຜູ້ສະໜອງທຶນຄວນກຳນົດໃຫ້ນັກພັດທະນາ (ແລະ ຜູ້ຮັບເໝົາ) ດຳເນີນການປະເມີນຂອບເຂດໃນເບື້ອງຕົ້ນສຳລັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ຂອງແຕ່ລະໂຄງການ. ນັກພັດທະນາ ແລະ (ຜູ້ຮັບເໝົາ) ຄວນຈ້າງທີ່ປຶກສາ ESIA ເພື່ອປະເມີນຂອບເຂດຂອງແຕ່ລະໂຄງການ, ພັດທະນາແຜນການມີສ່ວນຮ່ວມຂອງຜູ້ຖືກຜົນປະໂຫຍດຮ່ວມ, ໃຫ້ການຊ່ວຍເຫຼືອແກ່ບໍລິສັດໃນການມີສ່ວນຮ່ວມ ແລະ ການແຈ້ງການໃຫ້ຜູ້ຖືຜົນປະໂຫຍດຮ່ວມຮັບຊາບ ແລະ ສ້າງຂອບເຂດຂອງງານ (ToR) ສຳລັບລາຍງານ ESIA ໃນທີ່ສຸດ. ເພື່ອຮັບປະກັນຄວາມກົງໄປກົງມາຂອງຂະບວນການ ESIA, ທີ່ປຶກສາ ESIA ຄວນເປັນຜູ້ຊ່ຽວຊານທີ່ມີຄຸນສົມບັດ, ມີປະສົບການ ແລະ ມີອິດສະຫຼະ. ຫຼັງຈາກທີ່ໄດ້ກະກຽມສະບັບຮ່າງ ແລະ ສະບັບສຸດທ້າຍຂອງ ການສຶກສາຂອບເຂດ, ToR, ເງື່ອນໄຂອ້າງອີງ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມໂດຍທີ່ປຶກສາ ESIA, ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນແບ່ງປັນເອກະສານເຫຼົ່ານີ້ກັບຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ, ພ້ອມທັງຜູ້ຖືຜົນປະໂຫຍດຮ່ວມຫຼັກ, ເຊິ່ງລວມເຖິງປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO), ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານ ສຳລັບການພິຈາລະນາ, ການທົບທວນ ແລະ ການອະນຸມັດ.  

ຜູ້ສະໜອງທຶນຄວນກຳນົດໃຫ້ນັກພັດທະນາ (ແລະ ຜູ້ຮັບເໝົາ) ດຳເນີນການປະເມີນຂອບເຂດໃນເບື້ອງຕົ້ນສຳລັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ຂອງແຕ່ລະໂຄງການ. ນັກພັດທະນາ ແລະ (ຜູ້ຮັບເໝົາ) ຄວນຈ້າງທີ່ປຶກສາ ESIA ເພື່ອປະເມີນຂອບເຂດຂອງແຕ່ລະໂຄງການ, ພັດທະນາແຜນການມີສ່ວນຮ່ວມຂອງຜູ້ຖືກຜົນປະໂຫຍດຮ່ວມ, ໃຫ້ການຊ່ວຍເຫຼືອແກ່ບໍລິສັດໃນການມີສ່ວນຮ່ວມ ແລະ ການແຈ້ງການໃຫ້ຜູ້ຖືຜົນປະໂຫຍດຮ່ວມຮັບຊາບ ແລະ ສ້າງຂອບເຂດຂອງງານ (ToR) ສຳລັບລາຍງານ ESIA ໃນທີ່ສຸດ. ເພື່ອຮັບປະກັນຄວາມກົງໄປກົງມາຂອງຂະບວນການ ESIA, ທີ່ປຶກສາ ESIA ຄວນເປັນຜູ້ຊ່ຽວຊານທີ່ມີຄຸນສົມບັດ, ມີປະສົບການ ແລະ ມີອິດສະຫຼະ. ຫຼັງຈາກທີ່ໄດ້ກະກຽມສະບັບຮ່າງ ແລະ ສະບັບສຸດທ້າຍຂອງ ການສຶກສາຂອບເຂດ, ToR, ເງື່ອນໄຂອ້າງອີງ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມໂດຍທີ່ປຶກສາ ESIA, ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນແບ່ງປັນເອກະສານເຫຼົ່ານີ້ກັບຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ, ພ້ອມທັງຜູ້ຖືຜົນປະໂຫຍດຮ່ວມຫຼັກ, ເຊິ່ງລວມເຖິງປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO), ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານ ສຳລັບການພິຈາລະນາ, ການທົບທວນ ແລະ ການອະນຸມັດ.  

 

ການສຶກສາຂອບເຂດຊ່ວຍໃຫ້ທີ່ປຶກສາ ESIA ສາມາດເກັບກຳ ແລະ ວິເຄາະຂໍ້ມູນສິ່ງແວດລ້ອມ ແລະ ສັງຄົມເສັ້ນຖານເພື່ອກະກຽມການສືບສວນເຊີງເລິກທີ່ຈະຖືກດຳເນີນການພາຍຫຼັງໃນໄລຍະການວາງແຜນກ່ອນໂຄງການ. ນອກຈາກການກຳນົດຜົນກະທົບໃຫຍ່ໆທີ່ອາດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການສຶກສາຂອບເຂດຄວນເນັ້ນຢໍ້າຄວາມພະຍາຍາມຂອງນັກພັດທະນາ, ຜູ້ຮັບເໝົາ ແລະ ທີ່ປຶກສາ ESIA ເພື່ອມີສ່ວນຮ່ວມກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານ, ພ້ອມທັງແຜນການຂອງພວກເຂົາເພື່ອລະບຸ ແລະ ປຶກສາຫາລື ກັບຜູ້ຖືຜົນປະໂຫຍດເພີ່ມເຕີມສຳລັບລາຍງານ ESIA. ການມີສ່ວນຮ່ວມໂດຍກົງກັບຜູ້ຖືຜົນປະໂຫຍດຮ່ວມຫຼັກໃນລັກສະນະທີ່ກວມລວມ, ມີຄວາມອ່ອນໄຫວໃນເລື່ອງເພດ ແລະ ແທດເໝາະກັບວັດທະນະທຳສາມາດຕິດຕາມການປະຊຸມເພື່ອກັ່ງຕອງສາທາລະນະໃນລະຫວ່າງການຈັດໝວດໝູ່ໂຄງການ ແລະ ການກັ່ງຕອ. ເຖິງຢ່າງໃດກໍຕາມ, ຖ້າການປະຊຸມເພື່ອກັ່ງຕອງບໍ່ໄດ້ຖືກເປີດຕໍ່ສາທາລະນະໃນກ່ອນໜ້າ, ນັກພັດທະນາ, ຜູ້ຮັບເໝົາ ແລະ ທີ່ປຶກສາ ESIA ຄວນຮ່ວມກັນຈັດແຈງການປະຊຸມໃນເບື້ອງຕົ້ນທີ່ກ່ຽວຂ້ອງກັບໂຄງການທີ່ຈະບໍ່ເພື່ອແຈ້ງການ ແລະ ປຶກສາຫາລືຜູ້ຖືຜົນປະໂຫຍດຮ່ວມ ແຕ່ຍັງພັດທະນາຄວາມເຂົ້າໃຈຮ່ວມກ່ຽວກັບແຕ່ລະໂຄງການທີ່ນໍາສະເໜີໃນບັນດາປະຊາຊົນທ້ອງຖິ່ນ.  

ມັນເຮັດວຽກແນວໃດ?

ສຳລັບໂຄງການຢູ່ຕ່າງປະເທດ: 

ໃນປີ 2017, Ministry of Ecology and Environment (MEE)1

  • ກຳນົດແຜນການເພື່ອນໍາແນະມາດຕະຖານສຳລັບຜູ້ສະໜອງທຶນ, ນັກພັດທະນາ ແລະ ຜູ້ຮັບເໝົາ ເພື່ອດຳເນີນ “ການກຳນົດຂອບເຂດໂຄງການສີຂຽວ” ຕາມ BRI.

 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ: 

  • ດຳເນີນການປະເມີນຂອບເຂດ ແລະ ສົ່ງຂໍ້ມູນກ່ຽວກັບການປະເມີນນີ້ພາຍໃນແຜນການສຳລັບ ESIA ພື້ນຖານຕໍ່ຜູ້ມີອຳນາດສຳລັບ ESIA ໃນແຕ່ລະປະເທດທີ່ເປັນເຈົ້າພາບ.2
    • ດຳເນີນການຕິດຕາມ ແລະ ການປະເມີນສິ່ງແວດລ້ອມເພື່ອທີ່ຈະເຂົ້າໃນສະພາບການເສັ້ນຖານຂອງພື້ນທີ່ ແລະ ຂອບເຂດໂຄງການ.  
    • ລະບຸພື້ນທີ່ທີ່ມີຄວາມອ່ອນໄຫວຕໍ່ສິ່ງແວດລ້ອມ ແລະ ບອບບາງ.3
    • ບັນທຶກຜົນຈາກການຕິດຕາມ ແລະ ການປະເມີນກ່ອນການກໍ່ສ້າງ.4
  • ຈ້າງທີ່ປຶກສາ ESIA ທີ່ຄວນເປັນພາກສ່ວນທີສາມອິດສະຫຼະທີ່ມີຄຸນສົມບັດ ແລະ ໜ້າເຊື່ອຖື.5
    • ຊົດໃຊ້ ຫຼື ຈ່າຍເງິນສຳລັບຄ່າໃຊ້ຈ່າຍຂອງການປະເມີນຂອບເຂດແບບອິດສະຫຼະ. 

 

ທີ່ປຶກສາ ESIA ຄວນ:6

  • ດຳເນີນການປະເມີນຂອບເຂດແບບອິດສະຫຼະ. 
    • ປະເມີນສະພາບແວດລ້ອມຂອງພື້ນທີ່ໂຄງການ ແລະ ບໍລິເວນອ້ອມແອ້ມຜ່ານການສຳຫຼວດ, ການຕິດຕາມ ແລະ ການປະເມີນກ່ອນການກໍ່ສ້າງ. ເກັບຜົນເຂົ້າເປັນແຟ້ມເພື່ອອ້າງອີງໃນອະນາຄົດ.7
    • ດຳເນີນການກວດສອບວິເຄາະສະຖານະທີ່ເໝາະສົມຕໍ່ມົນລະພິດທີ່ມີຢູ່ ແລະ ຮອຍຕີນສິ່ງແວດລ້ອມຢູ່ພາກສະໜາມທີ່ນໍາສະເໜີຂອງໂຄງການ.8
  • ສົ່ງເອກະສານກຳນົດຂອບເຂດ ESIA ໃຫ້ນັກພັດທະນາ (ແລະ ຜູ້ຮັບເໝົາ). 

 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ:9

  • ສົ່ງເອກະສານກຳນົດຂອບເຂດ ESIA ໃຫ້ຜູ້ມີອຳນາດສຳລັບ ESIA

 

ຜູ້ສະໜອງທຶນຄວນ:10

  • ຈັດຕັ້ງ ແລະ ປັບປຸງນະໂຍບາຍການຄຸ້ມຄອງຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESRM). ອ້າງອີງໃສ່ຫຼັກປະຕິບັດທີ່ດີສຸດລະຫວ່າງປະເທດ.
  • ດຳເນີນຄວາມຮັບຜິດຊອບໃນການກວດສອບວິເຄາະສະຖານະສຳລັບນັກພັດທະນາ, ຜູ້ຮັບເໝົາ ແລະ ໂຄງການແຕ່ລະໝວດໝູ່. ເບິ່ງ ການກຳນົດໝວດໝູ່ໂຄງການ ແລະ ການກັ່ງຕອສຳລັບຂໍ້ມູນກ່ຽວກັບໝວດໝູ່ທີ່ແນະນໍາ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງຂອງChina Banking and Insurance Regulatory Commission (CBIRC).  
  • ກະຕຸ້ນໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາເສີມສ້າງ ESRM. ຮັບປະກັນວ່ານັກພັດທະນາ ແລະ ຜູ້ຮັບເໝົາປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວກັບ ການປົກປ້ອງສິ່ງແວດລ້ອມຂອງ ປະເທດເຈົ້າພາບ.  
  • ພິຈາລະນາທີ່ຈະຈ້າງພາກສ່ວນທີສາມທີ່ເປັນມືອາຊີບ ແລະ ເປັນອິດສະຫຼະເພື່ອປະເມີນຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ສຳລັບໂຄງການຢູ່ພາຍໃນປະເທດຈີນ: 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ: 

  • ເປີດເຜີຍຂໍ້ມູນດັ່ງຕໍ່ໄປນີ້ຢູ່ໃນເວັບໄຊຂອງພວກເຂົາເອງພາຍໃນເຈັດມື້ເຮັດວຽກຫຼັງຈາກທີ່ກຳນົດທີ່ປຶກສາການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA). ສົ່ງຂໍ້ມູນນີ້ໃຫ້ສື່, ພ້ອມທັງກະຊວງ/ກົມ/ສຳນັກງານທີ່ສະເພາະຂອງລັດຖະບານຂອງປະເທດເຈົ້າພາບໃນພື້ນທີ່ຂອງໂຄງການ, ເພື່ອປະກາດໃນເວັບໄຊຂອງພວກເຂົາ:11
    • ຊື່, ສະຖານທີ່ນຳສະເໜີ, ຂອບເຂດການກໍ່ສ້າງ ແລະ ຂໍ້ມູນໂຄງການພື້ນຖານອື່ນໆ. 
    • ຄຳອະທິບາຍສະພາບການປົກປ້ອງວິສະວະກຳ ແລະ ສິ່ງແວດລ້ອມໃນປັດຈຸບັນສຳລັບໂຄງການການຟື້ນຟູ, ການຂະຫຍາຍ ແລະ ການຍ້າຍສະຖານທີ່
    • ຊື່ ແລະ ຂໍ້ມູນຕິດຕໍ່ຂອງນັກພັດທະນາ (ແລະ ຜູ້ຮັບເໝົາ). 
    • ຊື່ຂອງທີ່ປຶກສາ ESIA
    • ລິ້ງໄປຫາ “ແບບຟອມຄວາມຄິດເຫັນສາທາລະນະ” ທີ່ກະກຽມໂດຍ MEE, ພ້ອມທັງຂໍ້ມູນກ່ຽວກັບວິທີການທີ່ຜູ້ຖືຜົນປະໂຫຍດຮ່ວມຫຼັກສາມາດນໍາໃຊ້ ແລະ ສົ່ງແບບຟອມຄຳຄິດເຫັນ ESIA ນີ້. 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ: 

  • ປຶກສາຫາລືກັບຜູ້ສະໜອງທຶນເພື່ອກຳນົດຂະບວນການສຳລັບການກຳນົດຂອບເຂດຂອງໂຄງການ, ການລະບຸ ແລະ ການປຶກສາຫາລືກັບຜູ້ຖືຜົນປະໂຫຍດຮ່ວມ ແລະ ການປະເມີນ ແລະ ການແກ້ໄຂບັນຫາທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມ. 
  • ຈ້າງຜູ້ຊ່ຽວຊານທີ່ມີຄຸນສົມບັດ ແລະ ມີປະສົບການທີ່ບໍ່ໄດ້ກະກຽມການອອກແບບທາງວິສະວະກຳສຳລັບແຕ່ລະໂຄງການທີ່ນໍາສະເໜີ, ເວັ້ນເສຍແຕ່ນັກພັດທະນາ ແລະ ຜູ້ຮັບເໝົາຈະສາມາດສະແດງວ່າບໍ່ມີຂໍ້ຂັດແຍ່ງຜົນປະໂຫຍດ, ເພື່ອເຮັດໜ້າທີ່ເປັນທີ່ປຶກສາ ESIA. ຮັບປະກັນໃຫ້ທີ່ປຶກສາ ESIA ຄືຜູ້ຊ່ຽວຊານອິດສະຫຼະສຳລັບໂຄງການທີ່ມີຄວາມສ່ຽງສູງຂຶ້ນ. 
  • ຈ້າງລ່າມແປພາສາທີ່ມີຄວາມຊຳນານໃນສຳນຽງ ແລະ ພາສາໃນທ້ອງຖິ່ນ, ເຊິ່ງລວມເຖິງພາສາຂອງຄົນກຸ່ມນ້ອຍ ແລະ ຄົນພື້ນເມືອງ, ເພື່ອໃຫ້ການຊ່ວຍເຫຼືອໃນການແປການສື່ສານເປັນວາຈາ ແລະ/ຫຼື ລາຍລັກອັກສອນ.  
  • ຈັດແຈງການປະຊຸມເພື່ອນໍາສະເໜີປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆໃນ ແລະ ບໍລິເວນພາກສະໜາມຂອງແຕ່ລະໂຄງການໃຫ້ກັບທີ່ປຶກສາ ESIA ແລະ ໃຫ້ຂໍ້ມູນກ່ຽວກັບໂຄງການ.  
    • ແຈ້ງໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກຮັບຊາບເຖິງການປະຊຸມຢ່າງໜ້ອຍສອງອາທິດກ່ອນລ່ວງໜ້າໂດຍສົ່ງຈົດໝາຍທາງການ, ເວົ້າປະກາດຢູ່ໃນວິທະຍຸຂອງຊຸມຊົນທ້ອງຖິ່ນ, ຕິດປະກາດຂໍ້ຄວາມໃນກະດານຂ່າວໂຄສະນາຊອງຊຸມຊົນ ແລະ/ຫຼື ແບ່ງປັນຂໍ້ຄວາມໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ.  
  • ທົບທວນແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ສະບັບຮ່າງ ແລະ ສະບັບສຸດທ້າຍຂອງການສຶກສາຂອບເຂດ, ToR, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ເອກະສານເຕັກນິກອື່ນໆທີ່ກະກຽມໂດຍທີ່ປຶກສາ ESIA
    • ສົ່ງສະບັບຮ່າງ ແລະ ສະບັບສຸດທ້າຍຂອງເນື້ອຫາເຫຼົ່ານີ້ໃຫ້ຜູ້ສະໜອງທຶນ ແລະ ຜູ້ມີອຳນາດສຳລັບ ESIA.  
    • ແບ່ງປັນສະບັບຮ່າງ ແລະ ສະບັບສຸດທ້າຍຂອງເນື້ອຫາເຫຼົ່ານີ້ກັບຜູ້ຮັບເໝົາ (ແລະ ຜູ້ຮັບເໝົາລາຍຍ່ອຍ) ສຳລັບການອ້າງອີງຂອງພວກເຂົາ. 
  • ຄຸ້ມຄອງຄ່າໃຊ້ຈ່າຍສະຖານທີ່, ເນື້ອຫາທີ່ຕີພິມ, ການເດີນທາງສຳລັບຜູ້ເຂົ້າຮ່ວມ, ການຊ່ວຍເຫຼືອໃນການດູແລສຸຂະພາບເດັກ ແລະ ເຄື່ອງດື່ມສົດຊື່ນສຳລັບການປະຊຸມທີ່ກ່ຽວຂ້ອງກັບແຕ່ລະໂຄງການ.  

 

ໂດຍມີການສະໜັບສະໜູນ ແລະ ການປະກອບສ່ວນຂອງນັກພັດທະນາ, ຜູ້ຮັບເໝົາ ແລະ ເຈົ້າໜ້າທີ່ລັດຖະບານໃນລະດັບປະເທດ ແລະ/ຫຼື ລະດັບຍ່ອຍພາຍໃນປະເທດ, ທີ່ປຶກສາ ESIA ຄວນ:  

  • ດຳເນີນການທົບທວນເທິງໂຕະເພື່ອພັດທະນາຄວາມເຂົ້າໃຈກ່ຽວກັບສະຖານະການສັງຄົມ, ວັດທະນະທຳ, ເສດຖະກິດ ແລະ ສິ່ງແວດລ້ອມສຳລັບປະຊາຊົນໃນທ້ອງຖິ່ນ.  
  • ກຳນົດຂອບເຂດການສຶກສາ, ເຊິ່ງລວມເຖິງ: 
    • ພາກສະໜາມຫຼັກຂອງໂຄງການ ແລະ ຊູມຊົນທີ່ອາດໄດ້ຮັບຜົນກະທົບຜົນກະທົບທາງກົງ ແລະ ທາງອ້ອມຂອງແຕ່ລະໂຄງການ. 
    • ພາກສະໜາມຫຼັກຂອງໂຄງການ, ພ້ອມທັງລະບຽງການຖ່າຍອຳນາດ, ທໍ່, ຄອງ, ອຸບໂມງ, ຖະໜົນເຂົ້າເຖິງ, ຂຸມຝັງ ແລະ ພື້ນທີ່ກຳຈັດ, ຄ້າຍກໍ່ສ້າງ ແລະ ສະຖານທີ່ອຳນວຍຄວາມສະດວກແຫ່ງອື່ນໆທີ່ກ່ຽວຂ້ອງເຊິ່ງຖືກຄວບຄຸມໂດຍນັກພັດທະນາ ແລະ ຜູ້ຮັບເໝົາ
    • ສະຖານທີ່ອຳນວຍຄວາມສະດວກທີ່ກ່ຽວຂ້ອງທີ່ມີສິນຄ້າ ຫຼື ການບໍລິການແມ່ນຈຳເປັນສຳລັບການປະຕິບັດງານຂອງໂຄງການໄດ້ຢ່າງສຳເລັດ. 
    • ພື້ນທີ່ ແລະ ຊູມຊົນທີ່ອາດໄດ້ຮັບຜົນກະທົບຈາກຜົນກະທົບສະສົມຈາກການພັດທະນາໃນອະນາຄົດທີ່ກ່ຽວຂ້ອງກັບໂຄງການ, ແຫຼ່ງຜົນກະທົບທີ່ຄ້າຍຄືກັນ ແລະ ໂຄງການ ຫຼື ສະພາບການທີ່ມີຢູ່. 
    • ພື້ນທີ່ ແລະ ຊຸມຊົນທີ່ອາດໄດ້ຮັບຜົນກະທົບຈາກການພັດທະນາທີ່ບໍ່ມີການວາງແຜນແຕ່ຍັງຄາດເດົາໄດ້ ເຊິ່ງເກີດຂຶ້ນຈາກໂຄງການທີ່ອາດເກີດຂຶ້ນໃນພາຍຫຼັງ ຫຼື ນອກພາກສະໜາມໃນເບື້ອງຕົ້ນຂອງໂຄງການ. 
  • ເກັບກຳຂໍ້ມູນພື້ນຖານທາງປະຊາກອນສາດ ແລະ ສິ່ງແວດລ້ອມໂດຍປັບໃສ່ແຕ່ລະໂຄງການ, ເຊິ່ງລວມເຖິງສະຖານທີ່ຕັ້ງ, ການອອກແບບ, ການປະຕິບັດງານ ແລະ ມາດຕະການຫຼຸດຜ່ອນ. ຮັບປະກັນວ່າແຫຼ່ງທີ່ມີຖືກຕ້ອງ, ໄວ້ໃຈໄດ້ ແລະ ເປັນຂໍ້ມູນປັດຈຸບັນ. ລະບຸຊ່ອງວາງ ແລະ ຄວາມບໍ່ແນ່ນອນທີ່ມີຢູ່ໃນຂໍ້ມູນພື້ນຖານເພື່ອນໍາສະເໜີໃນ ESIA. 
    • ດຳເນີນການສຳຫຼວດປະຊາກອນລະດັບຄົວເຮືອນ ຫຼື ການສຳຫຼວດສັງຄົມ-ເສດຖະກິດເພື່ອລະບຸປະຊາຊົນທີ່ໄດ້ຮັບຜົນກະທົບ (ເຊິ່ງລວມເຖິງຄົນທີ່ມີສິດສຳລັບ ການຊົດເຊີຍ ແລະ/ຫຼື ການຊ່ວຍເຫຼືອສຳລັບການຍົກຍ້າຍຈັດສັນ່ ແລະ ກຸ່ມຄົນທີ່ບອບບາງ); ທີ່ດິນ/ເຮືອນ/ໂຄງສ້າງ/ຊັບສິນ/ການບໍລິການສ່ວນບຸກຄົນ, ຂອງຄົວເຮືອນ, ຂອງຊຸມຊົນ, ສາທາລະນະ ແລະ ຂອງເອກະຊົນ; ແລະ ສະພາບການເສັ້ນຖານສຳລັບການປຽບທຽບໃນອະນາຄົດຕໍ່ຜົນການຕິດຕາມໂຄງການ.  
    • ກຳນົດຂະໜາດຜົນກະທົບທີ່ອາດເກີດຂຶ້ນ.  
    • ດຳເນີນການປະເມີນເບື້ອງຕົ້ນສຳລັບທີ່ດິນ/ໂຄງສ້າງ/ຊັບສິນ/ການບໍລິການທີ່ໄດ້ຮັບຜົນກະທົບ.  
    • ອະທິບາຍຄຸນລັກສະນະຂອງຄົນພື້ນເມືອງທີ່ໄດ້ຮັບຜົນກະທົບ ແລະ/ຫຼື ຄົນກຸ່ມນ້ອຍພາຍໃນພື້ນທີ່ຂອງໂຄງການ, ເຊິ່ງລວມເຖິງຂໍ້ມູນກ່ຽວກັບທີ່ດິນ/ດິນແດນ/ຊັບພະຍາກອນທຳມະຊາດທີ່ພວກເຂົາໄດ້ຄອບຄອງຕັ້ງແຕ່ດັ້ງເດີມ ແລະ ນໍາໃຊ້ ຫຼື ຄອບຄອງຕາມປະເພນີ.  
  • ລະບຸຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງແຕ່ລະໂຄງການ, ພື້ນທີ່ຈຳເປັນສຳລັບການເກັບກຳຂໍ້ມູນໃນລະຫວ່າງ ESIA, ເກນເງື່ອນໄຂທີ່ ESIA ຄວນຄອບຄຸມ, ທາງເລືອກຂອງໂຄງການ, ມາດຕະການຫຼຸດຜ່ອນ ແລະ ແຜນການສຳລັບການມີສ່ວນຮ່ວມກັບຜູ້ຖືຜົນປະໂຫຍດຮ່ວມ. ປະກອບຂໍ້ມູນນີ້ໃນການສຶກສາຂອບເຂດຮ່າງ, ຮ່າງ TORສຳລັບ ESIA ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດສະບັບຮ່າງສຳລັບແຕ່ລະໂຄງການ. 
    • ພິຈາລະນາຜົນກະທົບສະສົມຂອງໂຄງການພ້ອມກັບການພັດທະນາຢ່າງຕໍ່ເນື່ອງ ຫຼື ນໍາສະເໜີພາຍໃນພື້ນທີ່ອິດທິພົນຂອງໂຄງການ. 
  • ກະກຽມແຜນທີ່ໃໝ່ ຫຼື ປັບປຸງ, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ ແລະ/ຫຼື ເອກະສານເຕັກນິກທີ່ອະທິບາຍແຕ່ລະໂຄງການ ເຊິ່ງລວມເຖິງປະຫວັດຂອງມັນ, ບໍລິບົດ, ຄວາມສຳຄັນ, ຜົນປະໂຫຍດທີ່ອາດມີຕໍ່ເສດຖະກິດ ແລະ ສັງຄົມ, ເຂດແດນ ແລະ ຂີດຈຳກັດ. ປຽບທຽບຂໍ້ມູນຫຼ້າສຸດກ່ຽວກັບທາງເລືອກທີ່ອາດເປັນໄປໄດ້, ມາດຕະການຫຼຸດຜ່ອນທີ່ນໍາສະເໜີ, ໄລຍະການກໍ່ສ້າງ ແລະ ກອບເວລາ, ຄວາມກັງວົນເບື້ອງຕົ້ນ, ຂະບວນການສຳລັບການດຳເນີນ ESIA, ແຜນການສຳລັບການລະບຸຜູ້ຖືຜົນປະໂຫຍດຮ່ວມ ແລະ ການປຶກສາຫາລື, ໂຄງຮ່າງຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ເຊິ່ງລວມເຖິງຜົນກະທົບສະສົມ) ແລະ ທີ່ດິນທີ່ຕ້ອງການ.  
    • ຈັດແຈງຜູ້ຊ່ຽວຊານຄົນອື່ນໆທີ່ເໝາະສົມເພື່ອໃຫ້ການຊ່ວຍເຫຼືອໃນການອະທິບາຍຂໍ້ມູນທາງວິທະຍາສາດ ແລະ ເຕັກນິກ.  
    • ຈ້າງລ່າມແປພາສາເພື່ອແປເນື້ອຫາທີ່ເປັນລາຍລັກອັກສອນໃຫ້ເປັນພາສາ ແລະ ສຳນຽງໃນທ້ອງຖິ່ນ ແລະ ຕາມຄວາມຕ້ອງການເພື່ອສື່ສານທາງວາຈາ ແລະ ພາບເບິ່ງເຫັນ.  
  • ຈັດການປະຊຸມນໍາສະເໜີໃກ້ພາກສະໜາມຂອງໂຄງການທີ່ນໍາສະເໜີເພື່ອສົນທະນາເນື້ອຫາເຫຼົ່ານີ້.  
    • ຈັດໃຫ້ມີສຳເນົາສະບັບແຂງຂອງເນື້ອຫາເຫຼົ່ານີ້ເປັນພາສາ ແລະ ສຳນຽງໃນທ້ອງຖິ່ນເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ເກັບຮັກສາໄວ້.  
    • ສົ່ງເນື້ອຫາເຫຼົ່ານີ້ໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາ, ພ້ອມທັງລັດຖະບານຂອງປະເທດເຈົ້າພາບໃນລະດັບປະເທດ ແລະ ລະດັບຍ່ອຍພາຍໃນປະເທດ. 
    • ຮັບປະກັນໃຫ້ ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານໄດ້ຮັບຮູ້ເຖິງການສະເໜີໂຄງການ, ຂະບວນການ ESIA, ແຜນການສຳລັບການປະຊຸມໃນອະນາຄົດ ແລະ ວິທີການທີ່ເປັນໄປໄດ້ເພື່ອໃຫ້ຄຳຕິຊົມຢ່າງສົມບູນ.  
    • ຮັກສາການບັນທຶກບັນຫາໃນການປະຊຸມເພື່ອປະກອບໃສ່ການສຶກສາຂອບເຂດ, ພ້ອມທັງລາຍຊື່ຂອງຜູ້ເຂົ້າຮ່ວມທີ່ຈະປະກອບໃສ່ໃນແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ.  
  • ກຳນົດວັນທີ, ເວລາ ແລະ ສະຖານທີ່ທີ່ເປັນໄປໄດ້ສຳລັບການປະຊຸມໃນອະນາຄົດ (ເຊິ່ງລວມເຖິງການສຳມະນາ, ເວທີປາໄສ ແລະ/ຫຼື ການສົນທະນາກຸ່ມສຳຄັນ) ເພື່ອສົນທະນາການສຶກສາຂອບເຂດຮ່າງຂອງແຕ່ລະໂຄງການ, ToR ສະບັບຮ່າງ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດສະບັບຮ່າງ.  
    • ແຈ້ງໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກຮັບຊັບກ່ຽວກັບການປະຊຸມຢ່າງໜ້ອຍສອງອາທິດກ່ອນລ່ວງໜ້າ. 
    • ຈັດແຈງການປະຊຸມແຍກຕ່າງຫາກສຳລັບແມ່ຍິງ, ຄົນພື້ນເມືອງ, ຄົນກຸ່ມນ້ອຍ ແລະ ກຸ່ມຄົນອື່ນໆທີ່ບອບບາງ. 
    • ສົ່ງຂໍ້ມູນໃນປັດຈຸບັນກ່ຽວກັບການອອກແບບໂຄງການທີ່ນໍາສະເໜີ, ເຊິ່ງລວມເຖິງສຳເນົາການສຶກສາຂອບເຂດຮ່າງ, ToR ສະບັບຮ່າງ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືກຜົນປະໂຫຍດຮ່ວມສະບັບຮ່າງ, ຕໍ່ນັກພັດທະນາ ແລະ ຜູ້ຮັບເໝົາ, ພ້ອມທັງລັດຖະບານຂອງປະເທດເຈົ້າພາບໃນລະດັບປະເທດ ແລະ ລະດັບຍ່ອຍພາຍໃນປະເທດ. 
    • ຈັດໃຫ້ມີສຳເນົາສະບັບແຂງຂອງເນື້ອຫາເຫຼົ່ານີ້ເປັນພາສາ ແລະ ສຳນຽງໃນທ້ອງຖິ່ນເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ເກັບຮັກສາໄວ້.  
    • ປຶກສາຫາລືກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ສື່ ແລະ ນັກວິໄຈ/ຜູ້ຊ່ຽວຊານກ່ຽວກັບການອອກແບບຂອງໂຄງການ, ການເກັບກຳຂໍ້ມູນພື້ນຖານ, ຜົນກະທົບທີ່ເປັນໄປໄດ້ (ໂດຍສະເພາະບັນຫາໃນຊຸມຊົນ, ຊີວິດການເປັນຢູ່, ສິ່ງແວດລ້ອມ ແລະ ວັດທະນະທຳທີ່ພວກເຂົາຈະຮັບຮູ້ ຫຼື ຄິດວ່າສຳຄັນ) ແລະ ທາງເລືອກໂຄງການ ແລະ ບັນຫາອື່ນໆໃນເອກະສານສະບັບຮ່າງ. ບັນທຶກຄຳຮ້ອງຂໍ, ຄຳຕິຊົມ, ຄວາມກັງວົນ ແລະ ການສອບຖາມຂອງພວກເຂົາ, ພ້ອມທັງຂໍ້ມູນກ່ຽວກັບຄຸນຄ່າໃນທ້ອງຖິ່ນກ່ຽວກັບວັດທະນະທໍາ ແລະ ສິ່ງແວດລ້ອມ, ເພື່ອພິຈາລະນາພາຍໃນ, ປະກອບເຂົ້າໃສ່ເອກະສານກ່ຽວຂ້ອງໂດຍກົງ ແລະ ນໍາສະເໜີໃນລະຫວ່າງການປະຊຸມໃນອະນາຄົດສຳລັບແຕ່ລະໂຄງການ.  
    • ຮັກສາລາຍຊື່ຜູ້ເຂົ້າຮ່ວມເພື່ອປະກອບເຂົ້າໃສ່ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ.  
  • ໃຫ້ຜູ້ມີຜົນປະໂຫຍດຮ່ວມຫຼັກມີເວລາພຽງພໍ (ຢ່າງໜ້ອຍສອງອາທິດ) ເພື່ອສົນທະນາກັນກ່ຽວກັບໂຄງການ ແລະ ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຂໍ້ມູນກ່ອນທີ່ຈະສະຫຼຸບການສຶກສາຂອບເຂດ, ToR, ເງື່ອນໄຂອ້າງອີງ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືກຜົນປະໂຫຍດຮ່ວມສຳລັບແຕ່ໂຄງການ. 
    • ປະກອບຂໍ້ມູນຄົ້ນພົບ ແລະ ຂໍ້ສະເໜີຈາກການປຶກສາຫາລືກັບຜູ້ຖືຜົນປະໂຫຍດຮ່ວມເຂົ້າໃສ່ການສຶກສາຂອບເຂດສຸດທ້າຍ, ToR ສະບັບສຸດທ້າຍ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມສະບັບສຸດທ້າຍ.  
    • ຮັບປະກັນວ່າເອກະສານສົມບູນຄົບຖ້ວນເທົ່າທີ່ເປັນໄປໄດ້. ໂຄງການຍ່ອຍທີ່ມີຄວາມສ່ຽງ ແລະ ຜົນປະໂຫຍດຕໍ່າສຸດ ຫຼື ບໍ່ມີເລີຍຕໍ່ສິ່ງແວດລ້ອມ ຫຼື ສັງຄົມອາດບໍ່ຈຳເປັນຕ້ອງມີ ESIA ຫຼັງຈາກການສຶກສາຂອບເຂດໃນເບື້ອງຕົ້ນ. 
  • ສົ່ງການສຶກສາຂອບເຂດສຸດທ້າຍ, ToR ສະບັບສຸດທ້າຍ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືກຜົນປະໂຫຍດຮ່ວມສະບັບສຸດທ້າຍໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາ, ພ້ອມທັງລັດຖະບານຂອງປະເທດເຈົ້າພາບໃນລະດັບປະເທດ ແລະ ລະດັບຍ່ອຍພາຍໃນປະເທດ. 

 

ຜູ້ສະໜອງທຶນ, ນັກພັດທະນາ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA ຄວນ: 

  • ເປີດເຜີຍເນື້ອຫາດັ່ງຕໍ່ໄປນີ້ເປັນພາສາ ແລະ ສຳນຽງທ້ອງຖິ່ນຢູ່ໃນເວັບໄຊຂອງພວກເຂົາ, ຢູ່ຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ ແລະ ຢູ່ໃນສຳນັກງານຂອງຜູ້ມີອຳນາດສຳລັບ ESIA
    • ແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ ແລະ/ຫຼື ເອກະສານເຕັກນິກ.  
    • ສະບັບຮ່າງຂອງການສຶກສາຂອບເຂດ, ToR, ເງື່ອນໄຂອ້າງອີງ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ.  
    • ສະບັບສຸດທ້າຍຂອງການສຶກສາຂອບເຂດ, ToR, ເງື່ອນໄຂອ້າງອີງ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ.  
  • ຈັດໃຫ້ມີວິທີການສຳລັບຜູ້ຖືຜົນປະໂຫຍດຮ່ວມໃນການໃຫ້ຄຳຕິຊົມທັງທາງກົງ ແລະ ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນ. 
  • ເປີດເຜີຍການຕັດສິນໃຈສຸດທ້າຍຂອງຜູ້ສະໜອງທຶນ ແລະ ຜູ້ມີອຳນາດສຳລັບ ESIA ເປັນພາສາຈີນ, ພາສາອັງກິດ ແລະ ພາສາ ແລະ ສຳນຽງໃນທ້ອງຖິ່ນຢູ່ໃນເວັບໄຊຂອງພວກເຂົາເອງ. 

 

ຜູ້ສະໜອງທຶນ ແລະ ຜູ້ມີອຳນາດສຳລັບ ESIA ຄວນ: 

  • ຮຽກຮ້ອງໃຫ້ມີການກຳນົດຂອບເຂດໃນທັນທີທີ່ກຳລັງພິຈາລະນາໂຄງການສຳລັບການສະໜອງທຶນ.  
  • ທົບທວນການສຶກສາຂອບເຂດສະບັບຮ່າງ ແລະ ສະບັບສຸດທ້າຍ, ToR, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ເອກະສານອື່ນໆທີ່ສົ່ງໃຫ້ໂດຍນັກພັດທະນາ, ໂດຍເປັນສ່ວນໜຶ່ງຂອງຄວາມຮັບຜິດຊອບໃນການກວດສອບວິເຄາະສະຖານະຂອງພວກເຂົາ.  
    • ຮ້ອງຂໍຂໍ້ມູນເພີ່ມເຕີມ ແລະ ກ່ຽວຂ້ອງໃນກໍລະນີທີ່ມີຊ່ອງວ່າງໃນເນື້ອຫາ. 
    • ໃຫ້ການຊີ້ນໍາແກ່ນັກພັດທະນາ ແລະ ຜູ້ຮັບເໝົາກ່ຽວກັບວິທີການພັດທະນາມາດຕະການຫຼຸດຜ່ອນທີ່ເໝາະສົມ ໂດຍສອດຄ່ອງກັບຫຼັກປະຕິບັດທີ່ດີສຸດລະຫວ່າງປະເທດ, ເຊັ່ນ: ການຄຸ້ມກັນສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານເພື່ອການພັດທະນາຫຼາຍຝ່າຍ (MDB)
    • ຕັດສິນໃຈວ່າຈະອະນຸມັດແຕ່ລະໂຄງການທີ່ນໍາສະເໜີ ຫຼື ບໍ່. 12
ທ່ານຈະສາມາດເຮັດຫຍັງໄດ້?
  • ເຂົ້າຮ່ວມການປະຊຸມເພື່ອກຳນົດຂອບເຂດ (ເຊິ່ງລວມເຖິງການສຳມະນາ, ເວທີປາໄສ ແລະ/ຫຼື ການສົນທະນາກຸ່ມສຳຄັນ). 
    • ລົມກັບທີ່ປຶກສາ ESIA ກ່ຽວກັບຄວາມຕ້ອງການຂອງທ່ານ, ພ້ອມທັງທີ່ດິນ/ເຮືອນ/ໂຄງສ້າງ/ຊັບສິນ/ການບໍລິການທີ່ເປັນຂອງທ່ານ, ຄອບຄົວຂອງທ່ານ ຫຼື ຊຸມຊົນຂອງທ່ານ.  
    • ຖາມກ່ຽວກັບການປະຊຸມໃນອະນາຄົດ, ພ້ອມທັງການປະຊຸມແຍກຕ່າງຫາກສຳລັບແມ່ຍິງ, ຄົນພື້ນເມືອງ, ຄົນກຸ່ມນ້ອຍ ແລະ ກຸ່ມຄົນອື່ນໆທີ່ບອບບາງ. 
    • ຂໍໃຫ້ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບໃຊ້ຄືນຄ່າເດີນທາງ ແລະ ຄຸ້ມຄອງຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບການເຂົ້າຮ່ວມ. 
    • ເກັບຮັກສາປະຫວັດການເຂົ້າຮ່ວມ ແລະ ການປະກອບສ່ວນຂອງທ່ານທັງໃນເຈ້ຍ ຫຼື ໂທລະສັບຂອງທ່ານ.  
    • ຂໍໃຫ້ທີ່ປຶກສາ ESIA ມອບສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍຂອງສະບັບຮ່າງ ແລະ ສະບັບສຸດທ້າຍຂອງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ການສຶກສາຂອບເຂດ, ToR, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ເອກະສານເຕັກນິກອື່ນໆເປັນພາສາທ້ອງຖິ່ນຂອງທ່ານ. ທົບທວນເນື້ອຫາເຫຼົ່ານີ້. 
    • ສົນທະນາກ່ຽວກັບກັບສະມາຊິກຄົນອື່ນໆໃນຊຸມຊົນ ແລະ CSO/NGO ທັງໃນລະຫວ່າງ ແລະ ຫຼັງຈາກການປະຊຸມແຕ່ລະຄັ້ງ.  
    • ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຕໍ່ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ,​ ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA. ເບິ່ງຜູ້ຖືຜົນປະໂຫຍດຮ່ວມເພື່ອລະບຸວິທີການຕິດຕໍ່ບາງຢ່າງທີ່ມີໃຫ້. 
  • ຖ້າທ່ານບໍ່ໄດ້ຍິນກ່ຽວກັບການປະຊຸມເພື່ອກຳນົດຂອບເຂດ, ຄົ້ນຫາໃນເວັບໄຊຂອງຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບຂໍ້ມູນກ່ຽວກັບເວລາ ແລະ ສະຖານທີ່ທີ່ຈະຈັດການປະຊຸມໃນອະນາຄົດ, ພ້ອມທັງບຸກຄົນທີ່ເປັນທີ່ປຶກສາ ESIA ແລະ ວິທີການຕິດຕໍ່ກັບພວກເຂົາ.  
    • ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ຜູ້ສະໜອງທຶນ ແລະ ເຈົ້າໜ້າທີ່ຈາກລັດຖະບານຂອງປະເທດເຈົ້າພາບເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ.  
    • ຖ້າທ່ານບໍ່ສາມາດຕິດຕໍ່ກັບຜູ້ສະໜອງທຶນ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບໂດຍກົງ, ໃຫ້ພົວພັນກັບຜູ້ນໍາຊຸມຊົນ ຫຼື CSO/NGO ເພື່ອຂໍຄວາມຊ່ວຍເຫຼືອ. 
  • ຖ້າໄດ້ມີການຈັດການປະຊຸມເພື່ອກຳນົດຂອບເຂດໂຄງການແລ້ວ, ຄົ້ນຫາໃນເວັບໄຊຂອງຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບສຳເນົາດິຈິຕໍຂອງສະບັບຮ່າງ ແລະ ສະບັບສຸດທ້າຍຂອງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ການສຶກສາຂອບເຂດ, ToR, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ເອກະສານເຕັກນິກອື່ນໆ.  
    • ຈົ່ງເວລາສຳລັບການສົນທະນາກ່ຽວກັບເນື້ອຫາກັບສະມາຊິກຊຸມຊົນຄົນອື່ນໆ ແລະ CSO/NGO. 
    • ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຕໍ່ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ.  
    • ຖ້າບໍ່ມີຂໍ້ມູນໃດໜຶ່ງເປັນພາສາທ້ອງຖິ່ນຂອງທ່ານ, ຂໍສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍສຳລັບເນື້ອຫາທີ່ມີການແປພາສາແລ້ວຈາກຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ. 
What Would It Accomplish or Prevent?
ຊັບພະຍາກອນ
  • United Nations Development Programme (UNDP), “Generic Terms of Reference for ESIA/ESMP,” in Social and Environmental Standards Toolkit, October 2016, View the PDF.
  • United Nations Environment Programme (UNEP), “Framework Terms of Reference for environmental assessment of development assistance projects” and “Sample Terms of Reference (ToR) for environmental assessment,” in Environmental Impact Assessment Training Resource Manual, Second Edition, 2002, View the PDF
  • International Institute for Sustainable Development (IISD), “Step 2: Scoping,” in The 7 Steps to an EIA, View the Website
  • International Union for Conservation of Nature (IUCN), "ESMS considerations for project design and social baseline study," Guidance Note, Environmental & Social Management System (ESMS), October 2018, View the PDF.
  • The Regional Environmental Center for Central and Eastern Europe, “Scoping,” in EIA Training Resource Manual for South Eastern Europe, View the PDF
  • United Nations Environment Programme (UNEP), “Topic 3: Public Involvement” and “Topic 5: Scoping,” in Environmental Impact Assessment Training Resource Manual, Second Edition, 2002, View the PDF.
  • Environmental Institute of Australia and New Zealand Inc., "EIANZ Code of Ethics and Professional Conduct," December 2021, View the Website.
  • Environmental Law Alliance Worldwide (ELAW), “Terms of Reference, Public Scoping, Public Review of TOR, Public Participation Opportunities,” in EIA Complete Factors, View the Website.
  • International Association for Impact Assessment (IAIA), "Vision, Mission, Values, Professional Code of Conduct, and Ethical Responsibilities," View the PDF.

1 Ministry of Environmental Protection (MEP) (now Ministry of Ecology and Environment (MEE)), “The Belt and Road Ecological and Environmental Cooperation Plan,” May 2017.

2 Responsible Cobalt Initiative (RCI) and Responsible Minerals Initiative (RMI), “Cobalt Refiner Supply Chain Due Diligence Standard (version 2.0),” 2021; China Chamber of Commerce Metals, Minerals and Chemicals Importers & Exporters (CCCMC), “Chinese Due Diligence Guidelines for Responsible Mineral Supply Chains,” 2015.

3 MEP et al., “Guidance on Promoting Green Belt and Road,” 2017; MEP, “Ecological and Environmental Cooperation,” 2017.

4 Ministry of Commerce (MOFCOM) and MEE, “Guidelines for Environmental Protection in Foreign Investment and Cooperation,” 2013.

5 RCI and RMI, “Cobalt Refiner Supply.”

6 Ibid.

7 MOFCOM and MEE, “Guidelines for Ecological Environmental Protection in Foreign Investment Cooperation and Construction Projects,” January 2022.

8 MOFCOM and MEE, “Investment Cooperation and Construction Projects.”

9 RCI and RMI, “Cobalt Refiner Supply.”

10 China Banking Regulatory Commission (CBRC) (now China Banking and Insurance Regulatory Commission (CBIRC)), “Key Performance Indicators of Green Credit Implementation,” 2014.

11 MEE, “Measures for Public Participation in Environmental Impact Assessments,” 2018.

12 International Best Practice is based on Asian Development Bank (ADB), "Safeguard Policy Statement," 2009; Asian Infrastructure Investment Bank (AIIB), "Environmental and Social Framework," 2021; World Bank, "Environmental and Social Framework," 2018; Mekong Partnership for the Environment, "Guidelines on Public Participation in Environmental Impact Assessment in the Mekong Region," First Edition, 2017.