Skip to main content
ລາຍການກວດກາ
06

ການທົບທວນຄືນ ແລະ ການຕັດສິນໃຈກ່ຽວກັບ ESIA ແລະ ESMP

ຄຳອະທິບາຍ

ຜູ້ມີອຳນາດສຳລັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ຄວນທົບທວນ ແລະ ດຳເນີນການຕັດສິນໃຈກ່ຽວກັບລາຍງານ ESIA ແລະ ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP) ໃນລັກສະນະທີ່ຄອບຄຸມ, ກວມລວມ ແລະ ໂປ່ງໃສ. ໃນປະເທດເຈົ້າພາບ BRI ບາງປະເທດ, ລັດຖະບານຂອງປະເທດເຈົ້າພາບອາດຍອມມອບຄວາມຮັບຜິດຊອບໃນການກວດສອບ ESIA ໃຫ້ກັບຜູ້ມີອຳນາດສຳລັບ ESIA ອິດສະຫຼະ ໂດຍມີຂໍ້ມູນໃຫ້ແກ່ສາທາລະນະກ່ຽວກັບຂັ້ນຕອນທີ່ດຳເນີນການຢ່າງເປັນປົກກະຕິຂອງຜູ້ຊ່ຽວຊານ. ເຖິງຢ່າງໃດກໍຕາມ, ໃນປະເທດອື່ນໆ, ລັດຖະບານຂອງປະເທດເຈົ້າພາບອາດຮຽກຮ້ອງໃຫ້ໜ່ວຍງານລັດຖະບານດຳເນີນການທົບທວນ ໂດຍອາດຮ່ວມມືກັບຕົວແທນຂອງໜ່ວຍງານອື່ນໆຂອງລັດຖະບານ ຫຼື ຜູ້ຊ່ຽວຊານທາງເຕັກນິກທີ່ກ່ຽວຂ້ອງ. ຍ້ອນຂະບວນການນີ້ມີຄວາມແຕກຕ່າງກັນໃນແຕ່ລະປະເທດ ແລະ ຂຶ້ນກັບລັກສະນະຂອງຜູ້ມີອຳນາດສຳລັບ ESIA, ມັນຈຶ່ງເປັນເລື່ອງສຳຄັນທີ່ຈະທົບທວນກົດໝາຍ ແລະ ລະບຽບການຫຼ້າສຸດຂອງປະເທດເຈົ້າພາບ BRI ແຕ່ລະປະເທດ.

ໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ, ຜູ້ມີອຳນາດສຳລັບ ESIA ຄວນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO), ສື່, ນັກວິໄຈ/ຜູ້ຊ່ຽວຊານ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆມີເວລາພຽງພໍເພື່ອສົ່ງຄຳຄິດເຫັນ. ແມ່ນແຕ່ຄຳຕິຊົມ ແລະ ເອກະສານຂອງຜູ້ຖືຜົນປະໂຫຍດຮ່ວມຈາກນັກພັດທະນາ ແລະ ຜູ້ຮັບເໝົາກ່ຽວກັບການກຳຈັດຖິ້ມຂອງພວກເຂົາ, ຕົວແທນຂອງຜູ້ມີອຳນາດສຳລັບ ESIA ອາດເລືອກຕັ້ງສຳລັບການດຳເນີນການປະເມີນປະກອບເສີມເພື່ອພິສູດຢືນຢັນຂໍ້ມູນຄົ້ນພົບ ແລະ ຂໍ້ສະເໜີໃນລາຍງານ ESIA ແລະ ESMP. ຜູ້ມີອຳນາດສຳລັບ ESIA ໃນປະເທດເຈົ້າພາບຮັກສາອຳນາດໃນການອະນຸຍາດໃຫ້ໂຄງການດຳເນີນການຕາມທີ່ມີການນໍາສະເນີໂດຍນັກພັດທະນາ ແລະ ຜູ້ຮັບເໝົາ, ຮ້ອງຂໍຂໍ້ມູນເມື່ອມີຊ່ອງວ່າງ, ຮຽກຮ້ອງໃຫ້ມີການປ່ຽນແປງຫຼາຍ ຫຼື ເລັກນ້ອຍຕໍ່ໂຄງການ ຫຼື ບັງຄັບໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາຍົກເລີກໂຄງການຍ້ອນເຫດຜົນໃດໜຶ່ງ.

ໂດຍເປັນສ່ວນໜຶ່ງຂອງການກວດສອບວິເຄາະສະຖານະຂອງສິ່ງແວດລ້ອມ ແລະ ສັງຄົມທີ່ເຂັ້ມແຂງຂອງພວກເຂົາເອງ, ຜູ້ສະໜອງທຶນຄວນມີສ່ວນຮ່ວມກັບຜູ້ຊ່ຽວຊານໃນການກວດສອບລາຍງານ ESIA ແລະ ESMP ແຕ່ລະສະບັບ, ໂດຍເປັນອິດສະຫຼະຈາກຂະບວນການຜູ້ມີອຳນາດສຳລັບ ESIA ໃນປະເທດເຈົ້າພາບ. ຜູ້ສະໜອງທຶນອາດຕັດສິນໃຈທີ່ຈະຮອງຮັບໂຄງການສຳລັບການສະໜອງທຶນ, ຮ້ອງຂໍຂໍ້ມູນເພີ່ມເຕີມ, ລະບຸການປ່ຽນແປງສຳລັບໂຄງການທີ່ມີສິດສຳລັບການສະໜອງທຶນ ຫຼື ປະຕິເສດການຊ່ວຍເຫຼືອທາງການເງິນສຳລັບໂຄງການທີ່ມີຜົນກະທົບທາງລົບຮ້າຍແຮງ ແລະ ບໍ່ສາມາດແກ້ກັບໄດ້ຕໍ່ສັງຄົມໃນທ້ອງຖິ່ນ, ເສດຖະກິດ ແລະ ສິ່ງແວດລ້ອມ.

ການທົບທວນສາທາລະນະຂອງລາຍງານ ESIA ແລະ ESMP ແຕ່ລະສະບັບຈະຮັບປະກັນວ່າຜູ້ມີອຳນາດສຳລັບ ESIA ແລະ ຜູ້ສະໜອງທຶນສາມາດບັນລຸການຕັດສິນໃຈໂດຍໄດ້ຮັບຂໍ້ມູນຢ່າງສົມບູນກ່ຽວກັບໂຄງການທີ່ກ່ຽວຂ້ອງ. ການຈັດຕັ້ງພື້ນວິທີການທີ່ພ້ອມໃຫ້ເຂົ້າເຖິງໄດ້, ມີຄວາມອ່ອນໄຫວໃນເລື່ອງເພດ ແລະ ແທດເໝາະກັບວັດທະນະທຳສຳລັບການສອບຖາມ/ຄວາມກັງວົນ/ຄຳຕິຊົມຈາກປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆ, ຈະອະນຸຍາດໃຫ້ຜູ້ມີອຳນາດສຳລັບ ESIA ແລະ ຜູ້ສະໜອງທຶນສາມາດສ້າງຄວາມເຂົ້າໃຈທີ່ສົມບູນຍິ່ງຂຶ້ນກ່ຽວກັບຜົນກະທົບ ແລະ ຄວາມສ່ຽງຂອງໂຄກງານ, ພ້ອມທັງມາດຕະການຫຼຸດຜ່ອນ ແລະ ຕິດຕາມທີ່ສອດຄ່ອງກັນ. ເມື່ອໄດ້ພັດທະນາຊ່ອງທາງການສື່ສານຕະຫຼອດໄລຍະການວາງແຜນກ່ອນໂຄງການ, ນັກພັດທະນາ ແລະ ຜູ້ຮັບເໝົາສາມາດແບ່ງປັນຂໍ້ມູນໂດຍກົງກັບຜູ້ຖືຜົນປະໂຫຍດຮ່ວມຫຼັກກ່ຽວກັບຂະບວນການຂອງຜູ້ມີອຳນາດສຳລັບ ESIA ແລະ ຜູ້ສະໜອງທຶນສຳລັບການທົບທວນ ແລະ ການຕັດສິນໃຈໃນ ESIA ແລະ ESMP. ເມື່ອມີການເປີດເຜີຍການຕັດສິນໃຈຂອງພວກເຂົາ, ທັງຜູ້ມີອຳນາດສຳລັບ ESIA ແລະ ຜູ້ສະໜອງທຶນຄວນອະນຸຍາດໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກຍື່ນຄຳອຸທອນສຳລັບການທົບທວນເພື່ອຕິດຕາມ.

ມັນເຮັດວຽກແນວໃດ?

ສຳລັບໂຄງການຢູ່ຕ່າງປະເທດ: 

ນັກພັດທະນາ ແລະ ຜູ້ຮັບເໝົາຄວນ:

  • ຍື່ນລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA) ເພື່ອຮັບການອະນຸມັດຈາກຜູ້ມີອຳນາດສຳລັບ ESIA ໃນທ້ອງຖິ່ນຕາມກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບ.1

 

ລັດຖະບານຈີນ ແລະ ຜູ້ສະໜອງທຶນ ຄວນ:2

  • ປະກອບຂໍ້ມູນສິ່ງແວດລ້ອມຂອງບໍລິສັດເຂົ້າໃສ່ຖານຂໍ້ມູນສິນເຊື່ອທາງການເງິນ. ແບ່ງປັນຂໍ້ມູນເພື່ອສະໜັບສະໜູນຂະບວນການສຳລັບເງິນກູ້ຢືມ ແລະ ການຕັດສິນໃຈໃນການລົງທຶນ.
  • ນໍາສະເໜີຂໍ້ສະເໜີ ແລະ ຊີ້ແຈ້ງຂໍ້ກຳນົດສຳລັບການກວດສອບວິເຄາະສະຖານະໂດຍອີງໃສ່ກົດໝາຍຂອງປະເທດຈີນ, ພ້ອມທັງເງື່ອນໄຂ ແລະ ປະສົບການລະຫວ່າງປະເທດຂອງປະເທດເຈົ້າພາບ.

 

ສຳນັກງານຂອງChina Banking and Insurance Regulatory Commission (CBIRC) ໃນທ້ອງຖິ່ນຄວນ:3

  • ອຳນວຍຄວາມສະດວກໃຫ້ກັບການສືບສວນຂອງຜູ້ສະໜອງທຶນໃນຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງນັກພັດທະນາ ແລະ ຜູ້ຮັບເໝົາ.

 

ຜູ້ສະໜອງທຶນ ຄວນ:

  • ຮຽກຮ້ອງໃຫ້ນັກພັດທະນາ (ແລະ ຜູ້ຮັບເໝົາ) ຍື່ນ ESIA ຫຼື “ເອກະສານກວດສອບຄວາມສອດຄ່ອງກົດລະບຽບ” ອື່ນໆທີ່ແກ້ໄຂຜົນກະທົບຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ, ພ້ອມທັງມາດຕະການຂອງບໍລິສັດເພື່ອສື່ສານກັບຊຸມຊົນ, ສື່ ແລະ CSO/NGO ສິ່ງແວດລ້ອມໃນທ້ອງຖິ່ນ.4
  • ດຳເນີນການກວດສອບວິເຄາະສະຖານະທາງສິ່ງແວດລ້ອມ ແລະ ສັງຄົມເຊີງເລິກໂດຍອີງໃສ່ ESIA ກ່ອນທີ່ຈະປ່ອຍເງິນກູ້ຢືມ.5
    • ທົບທວນ “ຄວາມຖືກຕ້ອງ, ການເປັນຕົວແທນ, ຄວາມສອດຄ່ອງ [ຂະບວນການ] … ແລະ ຄວາມມີເຫດຜົນໃນການມີສ່ວນຮ່ວມຂອງຊຸມຊົນ” ຢ່າງໃກ້ຊິດ.6
    • ພິຈາລະນາປັດໄຈການອະນຸລັກຊັບພະຍາກອນ ແລະ ການປົກປ້ອງສິ່ງແວດລ້ອມຢ່າງສົມບູນເມື່ອກຳລັງໃຫ້ການຊ່ວຍເຫຼືອທາງສິນເຊື່ອ.7
    • ຄົ້ນຫາວິທີການເພື່ອດຳເນີນການທົດສອບຄວາມກົດດັນຕໍ່ສິ່ງແວດລ້ອມສຳລັບການຕັດສິນໃຈລົງທຶນ.8
  • ຄັດຄ້ານການຈັດສິນທຶນໃຫ້ກັບໂຄງການທີ່ບໍ່ສາມາດບັນລຸຂໍ້ກຳນົດທາງສິ່ງແວດລ້ອມ ແລະ ສັງຄົມ.9
    • ປະກອບປັດໄຈສິ່ງແວດລ້ອມ, ສັງຄົມ ແລະ ການປົກຄອງ (ESG) ເຂົ້າໃສ່ການປະເມີນຄວາມສ່ຽງດ້ານສິນເຊື່ອ ແລະ ການຕັດສິນໃຈລົງທຶນ.10
    • ລະງັບ ຫຼື ຖອນຄຳໝັ້ນສັນຍາທີ່ຈະສະໜອງທຶນຈາກໂຄງການທີ່ນໍາສະເໜີເຊິ່ງມີຄວາມສ່ຽງ ຫຼື ອັນຕະລາຍຫຼາຍ.
  • ເປີດເຜີຍຂໍ້ສະຫຼຸບຜົນກະທົບຕໍ່ສິ່ງແວດລ້ອມກ່ອນທີ່ຈະລົງທຶນໃນແຕ່ລະໂຄງການ.11
  • ປະກອບຄວາມຮັບຜິດຊອບທາງສິ່ງແວດລ້ອມ ແລະ ສັງຄົມເຂົ້າໃສ່ສັນຍາກູ້ຢືມກັບນັກພັດທະນາ ແລະ ຜູ້ຮັບເໝົາ.12

ສຳລັບໂຄງການຢູ່ພາຍໃນປະເທດຈີນ: 

Ministry of Ecology and Environment (MEE) ແລະ ກົມປົກປ້ອງສິ່ງແວດລ້ອມ ຄວນ:

  • ກະກຽມ ແລະ ກຳນົດເນື້ອຫາ ແລະ ຮູບແບບຂອງແບບຟອມຄຳຄິດເຫັນຈາກສາທາລະນະ.13
  • ແຈ້ງການໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆຮັບຊາບເຖິງສິດທິຂອງພວກເຂົາໃນການຮ້ອງຂໍໃຫ້ມີການຮັບຟັງພິຈາລະນາກ່ອນທີ່ຈະຍອມຮັບລາຍງານ EIA ແຕ່ລະສະບັບ.14
  • ກວດສອບລາຍງານ EIA ໂດຍນໍາໃຊ້ເກນເງື່ອນໄຂດັ່ງຕໍ່ໄປນີ້, ເຖິງລວມເຖິງ:15
    • ໂຄງການ, ພ້ອມທັງການຄັດເລືອກພາກສະໜາມຂອງໂຄງການ, ແຜນຜັງ ແລະ ຂະໜາດ, ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວກັບການປົກປ້ອງສິ່ງແວດລ້ອມ ແລະ ການນໍາໃຊ້ຊັບພະຍາກອນ.
    • ຄຸນນະພາບສິ່ງແວດລ້ອມຂອງພາກສະໜາມຂອງໂຄງການຕ້ອງບັນລຸຕາມຂໍ້ກຳນົດການຈັດເຂດ ແລະ ການຄວບຄຸມການປ່ອຍສານມົນລະພິດ, ພ້ອມທັງເປົ້າໝາຍການປັບປຸງຄຸນນະພາບສິ່ງແວດລ້ອມໃນພາກພື້ນ.
    • ສາມາດປັບໃຊ້ມາດຕະການຄວບຄຸມມົນລະພິດເພື່ອບັນລຸມາດຕະຖານລະດັບຊາດ ແລະ ຂັ້ນທ້ອງຖິ່ນ.
    • ໄດ້ນໍາສະເໜີມາດຕະການປ້ອງກັນທີ່ມີປະສິດທິພາບ.
    • ຄຸນນະພາບ ແລະ ເນື້ອຫາຂອງລາຍງານ EIA ຕ້ອງບັນລຸຂ້ໍກຳນົດອື່ນໆ.

 

ນັກພັດທະນາ ແລະ ຜູ້ຮັບເໝົາຄວນ:

  • ເປີດເຜີຍຂໍ້ມູນກ່ຽວກັບວິທີການ ຫຼື ຊ່ອງທາງທີ່ເປັນທາງການເພື່ອໃຫ້ສາທາລະນະໄດ້ສົ່ງຄຳຄິດເຫັນຫຼັງຈາກທີ່ MEE ຍອມຮັບລາຍງານ EIA ເພື່ອທົບທວນ.16
    • ແບ່ງປັນລິ້ງໄປຫາແບບຟອມຄຳຄິດເຫັນຈາກສາທາລະນະ; ຂອບເຂດຄຳຄິດເຫັນຂອງສາທາລະນະ; ແລະ ວິທີການ, ຫຼັກການ ແລະ ກອບເວລາສຳລັບການໃຫ້ຂໍ້ມູນ.17

 

ລັດຖະບານທ້ອງຖິ່ນຄວນ:

  • ດຳເນີນ EIA ປະກອບເສີມສຳລັບໂຄງການທີ່ກ່ຽວຂ້ອງກັບການນໍາໃຊ້ທີ່ດິນ, ພື້ນທີ່ລະບາຍນໍ້າ ຫຼື ພື້ນທີ່ໃນທະເລ.18
    • ປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ.
    • ກະກຽມລາຍງານທີ່ເປັນລາຍລັກອັກສອນ, ເຊິ່ງຄວນປະກອບມີການວິເຄາະ ແລະ ການປະເມີນຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ, ມາດຕະການຫຼຸດຜ່ອນ ແລະ ຂໍ້ສະຫຼຸບ.
    • ສົ່ງລາຍງານທີ່ເປັນລາຍລັກອັກສອນເຫຼົ່ານີ້ເພື່ອໃຫ້ຜູ້ມີອຳນາດຄົນອື່ນໆໄດ້ທົບທວນ ແລະ ອະນຸມັດ.

 

ກົມປົກປ້ອງສິ່ງແວດລ້ອມຄວນ:

  • ສ້າງ ແລະ ເຜີຍແຜ່ໜັງສືລາຍຊື່ EIA ສຳລັບໂຄງການກໍ່ສ້າງ.19
  • ຮັບປະກັນວ່າທີ່ປຶກສາ EIA ຫຼື ນັກພັດທະນາອິດສະຫຼະຈະບໍ່ມີຂໍ້ຂັດແຍ່ງຜົນປະໂຫຍດໃດໆກັບກົມຂອງພວກເຂົາ.20
  • ຈັດການປະຊຸມສາທິດ ຫຼື ການຮັບຟັງພິຈາລະນາ ແລະ ເກັບກຳຄຳຄິດເຫັນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ, ຜູ້ຊ່ຽວຊານ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆໃນກໍລະນີທີ່ໂຄງການທີ່ນໍາສະເໜີສາມາດສ້າງຄວາມເສຍຫາຍຕໍ່ສິ່ງແວດລ້ອມ ແລະ ທຳລາຍສິດທິ ແລະ ຜົນປະໂຫຍດຂອງສາທາລະນະ.21
    • ລະບຸເຫດຜົນສຳລັບການຍອມຮັບ ຫຼື ການປະຕິເສດຄຳຄິດເຫັນ ແລະ ຂໍ້ສະເໜີທີ່ຜູ້ຊ່ຽວຊານ ແລະ ສາທາລະນະສະເໜີຂຶ້ນໂດຍເປັນສ່ວນໜຶ່ງໃນການທົບທວນຂອງພວກເຂົາ.
  • ທົບທວນ EIA ສຳລັບໂຄງການກໍ່ສ້າງປະເພດດັ່ງຕໍ່ໄປນີ້:
    • ໂຄງການທີ່ມີລັກສະນະພິເສດ.
    • ໂຄງການທີ່ແຜ່ກະຈາຍໄປທົ່ວຫຼາກພາກພື້ນ.
    • ໂຄງການທີ່ຢູ່ໃນການກວດສອບ ແລະ ການອະນຸມັດໂດຍ State Council.
    • ໂຄງການທີ່ຢູ່ໃນການກວດສອບ ແລະ ການອະນຸມັດໂດຍກົມທີ່ໄດ້ຮັບອຳນາດຈາກ State Council.22
  • ເຕົ້າໂຮມກຸ່ມກວດສອບຂອງຜູ້ຊ່ຽວຊານທີ່ຖືກສຸ່ມເລືອກຈາກລາຍຊື່ອະນຸມັດລ່ວງໜ້າເພື່ອກວດສອບລາຍງານ EIA.23
    • ຕັດສິນໃຈກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມຂອງແຕ່ລະໂຄງການ ແລະ ຄຳຄິດເຫັນທີ່ກ່ຽວຂ້ອງຫຼັງຈາກການກວດສອບຂອງພວກເຂົາ.
  • ປະຕິເສດໂຄງການກໍ່ສ້າງທີ່ບໍ່ສາມາດ:24
    • ປະຕິບັດຕາມກົດໝາຍ ແລະ ລະບຽບການປົກປ້ອງສິ່ງແວດລ້ອມ.
    • ບັນລຸມາດຕະຖານການປ່ອຍມົນລະພິດໃນທ້ອງຖິ່ນ ແລະ ລະດັບຊາດ.
    • ດຳເນີນມາດຕະການເພື່ອປ້ອງກັນຄວາມເສຍຫາຍຕໍ່ສິ່ງແວດລ້ອມ.
    • ລາຍງານຂໍ້ມູນໃດໜຶ່ງກ່ຽວກັບຜົນກະທົບທາງສິ່ງແວດລ້ອມ ຫຼື ພິສູດຂໍ້ຜິດພາດໃນຂໍ້ມູນນີ້.
  • ກະກຽມການຕັດສິນໃຈທີ່ເປັນລາຍລັກອັກສອນພາຍໃນກອບເວລາດັ່ງຕໍ່ໄປນີ້:25
    • 60 ມື້ຫຼັງຈາກທີ່ໄດ້ຮັບລາຍງານ EIA.
    • 30 ມື້ຫຼັງຈາກທີ່ໄດ້ຮັບແບບຟອມ EIA.
  • ເປີດເຜີຍເອກະສານ EIA, ເຊັ່ນ: ເອກະສານການຍອມຮັບ EIA, ເວີຊັນຫຍໍ້ຂອງ EIA ແລະ ຜົນການອະນຸມັດ, ຫຼັງຈາກທີ່ສຳເລັດການທົບທວນແຕ່ລະຄັ້ງ.26

 

ນັກພັດທະນາ ແລະ ຜູ້ຮັບເໝົາຄວນ:

  • ຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນທີ່ປະກອບໃສ່ໃນຄຳຄິດເຫັນ ແລະ ຂໍ້ສະເໜີຂອງກົມປົກປ້ອງສິ່ງແວດລ້ອມຈາກການກວດສອບ ແລະ ການອະນຸມັດ EIA.27
  • ບໍ່ເລີ່ມຕົ້ນການກໍ່ສ້າງໂຄງການຖ້າ EIA ບໍ່ໄດ້ຮັບການທົບທວນ ແລະ ການອະນຸມັດໂດຍກົມກວດສອບ ແລະ ອະນຸມັດຕາມກົດໝາຍ ຫຼື ຖ້າລາຍງານຖືກປະຕິເສດຫຼັງຈາກການກວດສອບ.28

ໃນລະຫວ່າງໄລຍະການວາງແຜນກ່ອນໂຄງການ, ຜູ້ມີອຳນາດສຳລັບ ESIA ແລະ ຜູ້ສະໜອງທຶນຂອງປະເທດເຈົ້າພາບຄວນ:

  • ເປີດເຜີຍຂໍ້ມູນກ່ຽວກັບວິທີການດຳເນີນຂະບວນການຕັດສິນໃຈ ESIA ຢ່າງເປັນທາງການຂອງພວກເຂົາ ແລະ ບຸກຄົນທີ່ເປັນຜູ້ຕັດສິນໃຈທາງການ (ເຊັ່ນ: ລັດຖະມົນຕີ ຫຼື ຫົວໜ້າທີ່ສະເພາະໃນລັດຖະບານຂອງປະເທດເຈົ້າພາບ ຫຼື ຄະນະຜູ້ສະໜອງທຶນ).
    • ຮັບປະກັນວ່າສາທາລະນະສາມາດຕິດຕາມຂະບວນການທັງໝົດ, ເຊິ່ງລວມເຖິງການຕັດສິນໃຈສຸດທ້າຍ ແລະ ເຫດຜົນ.
  • ຮັບປະກັນວ່າໜ່ວຍງານ/ຜູ້ຊ່ຽວຊານທີ່ກຳລັງທົບທວນລາຍງານ ESIA, ESMP ແລະ ເອກະສານກ່ຽວຂ້ອງບໍ່ມີຂໍ້ຂັດແຍ່ງຜົນປະໂຫຍດ.
    • ຜູ້ມີອຳນາດສຳລັບ ESIA ອິດສະຫຼະໃນປະເທດເຈົ້າພາບຄວນເຕົ້າໂຮມທີມຜູ້ຊ່ຽວຊານວິທະຍາສາດ/ເຕັກນິກ ຫຼື ຄັດເລືອກເອົາຜູ້ຊ່ຽວຊານເພື່ອດຳເນີນການທົບທວນ.
    • ຜູ້ມີອຳນາດສຳລັບ ESIA ທີ່ຢູ່ພາຍໃຕ້ລັດຖະບານຂອງປະເທດເຈົ້າພາບຄວນລະບຸຕົວແທນຈາກໜ່ວຍງານລັດຖະບານທີ່ກ່ຽວ້ຂອງ ແລະ/ຫຼື ຜູ້ຊ່ຽວຊານທີ່ຖືກສຸ່ມເລືອກຈາກລາຍຊື່ອະນຸມັດລ່ວງໜ້າຂອງພວກເຂົາເພື່ອເຂົ້າຮ່ວມໃນຂະບວນການນີ້.
    • ຜູ້ສະໜອງທຶນຄວນມອບໃຫ້ກົມ ຫຼື ທີມຜູ້ຊ່ຽວຊານທາງວິທະຍາສາດ/ເຕັກນິກຮັບຜິດຊອບສຳລັບການທົບທວນ.
  • ເຜີຍແຜ່ການກຳນົດເວລາ ແລະ ຂໍ້ມູນອື່ນໆທີ່ສະເພາະເຈາະຈົງສຳລັບການທົບທວນ ESIA ແລະ ESMP ໃນຊ່ອງທາງສື່ໃນທ້ອງຖິ່ນ.
  • ໂພສການອັບເດດກ່ຽວກັບການທົບທວນຢູ່ເວັບໄຊຂອງພວກເຂົາ ແລະ ບັນຊີສື່ສັງຄົມເປັນພາສາຈີນ, ພາສາອັງກິດ ແລະ ສຳນຽງ ແລະ ພາສາໃນທ້ອງຖິ່ນ.
  • ຄຸ້ມຄອງຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການຢ້ຽມຢາມເສີມໃນພາກສະໜາມ, ການປຶກສາຫາລື, ການປະເມີນ ແລະ ລັກສະນະອື່ນໆຂອງຂະບວນການທົບທວນ ແລະ ການຕັດສິນໃຈ.

 

ຜູ້ຊ່ຽວຊານທີ່ໄດ້ຮັບການແຕ່ງຕັ້ງໂດຍຜູ້ມີອຳນາດສຳລັບ ESIA ຫຼື ໜ່ວຍງານກ່ຽວຂ້ອງຄວນ:

  • ດຳເນີນການຢ້ຽມຢາມ ແລະ ການກວດກາໃນພາກສະໜາມຂອງໂຄງການ.
    • ແຈ້ງການໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆຮັບຊາບເຖິງການຢ້ຽມຢາມ ແລະ ການກວດກາຂອງພວກເຂົາກ່ອນລ່ວງໜ້າຢ່າງໜ້ອຍສອງອາທິດໂດຍສົ່ງຈົດໝາຍທາງການ, ປະກາດເວົ້າໃນວິທະຍຸຂອງຊຸມຊົນໃນທ້ອງຖິ່ນ, ຕິດປະກາດຂໍ້ຄວາມໃນກະດານໂຄສະນາຂອງຊຸມຊົນ ຫຼື ແບ່ງປັນຂໍ້ຄວາມຢູ່ກະດານຂ່າວຂັ້ນບ້ານ/ເຂດເມືອງ/ເມືອງ/ແຂວງ.
    • ແຈ້ງໃຫ້ຜູ້ຖືຜົນປະໂຫຍດຮ່ວມເຫຼົ່ານີ້ຮັບຊາບເຖິງຈຸດປະສົງໃນການທົບທວນຂອງພວກເຂົາ. ກຳນົດຂະບວນການສຳລັບ ຜູ້ມີອຳນາດສຳລັບ ESIA ເພື່ອດຳເນີນການຕັດສິນໃຈກ່ຽວກັບລາຍງານ ESIA ແລະ ESMP.
    • ມີສ່ວນຮ່ວມກັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆ. ອະນຸຍາດໃຫ້ຜູ້ຖືຜົນປະໂຫຍດຮ່ວມຫຼັກສົນທະນາກ່ຽວກັບລາຍງານ ESIA ແລະ ESMP ແລະ ແບ່ງປັນມຸມມອງຂອງພວກເຂົາ.
    • ຮັບປະກັນວ່າປະຊາຊົນທີ່ໄດ້ຮັບຜົນກະທົບຈະບໍ່ພຽງແຕ່ມີສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍຂອງ ESIA ແລະ ESMP ໃນປັດຈຸບັນ, ແຕ່ຍັງເຂົ້າເຖິງຂໍ້ມູນຄົ້ນພົບ, ການວິເຄາະ ແລະ ຂໍ້ສະເໜີໃນເອກະສານເຫຼົ່ານີ້.
    • ຮັກສາການບັນທຶກທີ່ຜູ້ຖືຜົນປະໂຫຍດຮ່ວມປຶກສາຫາລືໃນລະຫວ່າງການຢ້ຽມຢາມເຫຼົ່ານີ້.
  • ເຂົ້າຮ່ວມການນຳສະເໜີລາຍງານ ESIA ແລະ ESMP ຕໍ່ສາທາລະນະ. ເບິ່ງການເປີດເຜີຍ ESIA ແລະ ESMP ສະບັບຮ່າງ ແລະ ສະບັບສຸດທ້າຍສຳລັບຂໍ້ມູນກ່ຽວກັບການນໍາສະເໜີຂອງພວກເຂົາ.
    • ບັນທຶກທັງຄຳຄິດເຫັນທີ່ເປັນລາຍລັກອັກສອນ ແລະ ທາງວາຈາຈາກການປະຊຸມເພື່ອນໍາສະເໜີ.
    • ສະຫຼຸບຄຳຄິດເຫັນທັງໝົດເຫຼົ່ານີ້ສຳລັບການທົບທວນສາທາລະນະ. ເປີດເຜີຍຄຳຕິຊົມທັງໝົດນີ້ເປັນພາສາທ້ອງຖິ່ນຢູ່ໃນເວັບໄຊຂອງຜູ້ມີອຳນາດສຳລັບ ESIA.
  • ຮັບປະກັນວ່າລາຍງານສະຫຼຸບທີ່ບໍ່ເປັນເຕັກນິກ, ລາຍງານ ESIA, ESMP, ການຊົດເຊີຍ ແລະ ແຜນການການຍົກຍ້າຍຈັດສັນ່, ການສຶກສາຂອບເຂດ, ຂອບເຂດຂອງງານ (ToR) ທີ່ອະນຸມັດ ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືກຜົນປະໂຫຍດຮ່ວມໄດ້ຖືກແບ່ງປັນກັບປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆ.
    • ເຊີນຊວນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ໆຢ່າງເປັນທາງການເພື່ອສົ່ງຄວາມກັງວົນ/ຄຳຮ້ອງທຸກ/ການສອບຖາມກ່ຽວກັບການນໍາສະເໜີໂຄງການ, ESIA ແລະ ESMP, ຂໍ້ສະເໜີການຊົດເຊີຍ ແລະ ລັກສະນະອື່ນໆຂອງແຕ່ລະໂຄງການ.
    • ໃຫ້ຜູ້ຖືຜົນປະໂຫຍດຮ່ວມມືເວລາທີ່ພຽງພໍເພື່ອທົບທວນເອກະສານເຫຼົ່ານີ້ຢ່າງລະມັດລະວັງ ແລະ ພິຈາລະນາເນື້ອຫາຂອງພວກມັນ.
    • ສະເໜີຫຼາຍວິທີການ, ເຊິ່ງລວມເຖິງແຕ່ບໍ່ສະເພາະພຽງການຮັບຟັງພິຈາລະນາ ແລະ ກົນໄກການຮ້ອງທຸກ, ເພື່ອໃຫ້ຜູ້ຖືຜົນປະໂຫຍດຮ່ວມໄດ້ສົ່ງຄວາມກັງວົນ/ຄຳຮ້ອງທຸກ/ການສອບຖາມ. ຮັບປະກັນວ່າຄົນພື້ນເມືອງ, ຄົນກຸ່ມນ້ອຍ, ແມ່ຍິງ, ຜູ້ອາວຸໂສ ແລະ ກຸ່ມຄົນທີ່ບອບບາງອື່ນໆສາມາດເຂົ້າເຖິງກົນໄກເຫຼົ່ານີ້ໄດ້.
    • ເປີດເຜີຍຄວາມກັງວົນ/ຄຳຮ້ອງທຸກ/ການສອບຖາມແຕ່ລະຢ່າງທີ່ບໍ່ລະບຸຕົວຕົນຢູ່ໃນເວັບໄຊຂອງຜູ້ມີອຳດນາສຳລັບ ESIA.
    • ໂຕ້ຕອບຄວາມກັງວົນ/ຄຳຮ້ອງທຸກ/ການສອບຖາມແຕ່ລະຢ່າງ. ເຮັດວຽກກັບລ່າມແປພາສາເພື່ອແປພາສາການໂຕ້ຕອບເຫຼົ່ານີ້ເປັນພາສາ ແລະ ສຳນຽງໃນທ້ອງຖິ່ນ.
      • ແບ່ງປັນການໂຕ້ຕອບໂດຍກົງກັບຜູ້ຮ້ອງທຸກເມື່ອພວກເຂົາໃຫ້ຂໍ້ມູນຕິດຕໍ່ຂອງພວກເຂົາ.
  • ໃຊ້ເວລາທີ່ພຽງພໍເພື່ອທົບທວນລາຍງານ ESIA ແລະ ESMP ຕາມກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບສຳລັບແຕ່ລະໂຄງການ.
    • ຮັບປະກັນວ່າເອກະສານເຫຼົ່ານີ້ຈະຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບການສຶກສາຂອບເຂດ, ເງື່ອນໄຂອ້າງອີງ, ToR, ແລະ ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ.
    • ປະເມີນລະດັບ ແລະ ຄຸນນະພາບຂອງການມີສ່ວນຮ່ວມຂອງຜູ້ຖືກຜົນປະໂຫຍດຮ່ວມທີ່ດຳເນີນການໃນໄລຍະການວາງແຜນກ່ອນໂຄງການ ແລະ ກຳລັງຖືກນໍາສະເໜີສຳລັບໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ.
    • ກວດສອບວິທີການທີ່ນັກພັດທະນາ ແລະ ທີ່ປຶກສາ ESIA ນໍາສະເໜີມຸມມອງຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆພາຍໃນລາຍງານ ESIA ແລະ ESMP ຢ່າງຊັດແຈ້ງ.
    • ລະບຸວ່າຊຸມຊົນໄດ້ໃຫ້ການຍິນຍອມຢ່າງເປັນທາງການຂອງພວກເຂົາ ຫຼື ເຫັນດີຮ່ວມກັນກ່ຽວກັບລາຍງານ ESIA ແລະ ESMP ຫຼື ບໍ່.
      • ຖ້າໂຄງການມີຜົນກະທົບ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນຕໍ່ຄົນພື້ນເມືອງ, ຮັບປະກັນວ່າຊຸມຊົນເຫຼົ່ານີ້ໄດ້ໃຫ້ການຍິນຍອມໂດຍສະໝັກໃຈ, ເກີດຂຶ້ນກ່ອນລ່ວງໜ້າ ແລະ ໄດ້ຮັບຂໍ້ມູນ (FPIC) ສຳລັບເອກະສານທັງສອງ.
    • ທົບທວນວິທີການ, ຂໍ້ມູນ, ການຕີຄວາມໝາຍ, ມາດຕະການ ແລະ ຂໍ້ສະຫຼຸບຂອງທີ່ປຶກສາ ESIA ຢ່າງລະມັດລະວັງ. ວິເຄາະຊ່ອງວ່າງໃນອົງປະກອບເຫຼົ່ານີ້ທີ່ຢູ່ພາຍໃນລາຍງານ ESIA ແລະ ESMP.
      • ເອກະສານທີ່ເພິ່ງພໍໃຈຄວນລະບຸບັນຫາທັງໝົດຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ສະເໜີມາດຕະການຫຼຸດຜ່ອນທີ່ເໝາະສົມ; ນໍາໃຊ້ການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ ແລະ ການປຶກສາຫາລືແບບກວມລວມ; ແລະ ປະກອບວິທີການທີ່ເໝາະສົມ, ຂໍ້ມູນທີ່ຖືກຕ້ອງ ແລະ ການຕີຄວາມໝາຍທີ່ຊັດເຈນພ້ອມທັງຂໍ້ສະຫຼຸບ.
    • ກຳນົດປະສິດທິພາບຂອງມາດຕະການຫຼຸດຜ່ອນໃນການແກ້ໄຂຜົນກະທົບທາງລົບ ແລະ ຄວາມສ່ຽງ.
    • ປະເມີນເອກະສານຄັດຕິດ ESMP, ເຊັ່ນ: ແຜນການເອົາທີ່ດິນ ແລະ ການຍົກຍ້າຍຈັດສັນ່ (LARP), ແຜນການຟື້ນຟູຊີວິດການເປັນຢູ່ (LRP) ແລະ ແຜນການສຳລັບຄົນພື້ນເມືອງ (IPP) ທີ່ສົ່ງໃຫ້ໂດຍນັກພັດທະນາ, ທີ່ປຶກສາ ESIA ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບ.
    • ພິຈາລະນາຄຸນຄ່າຜົນປະໂຫຍດຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກຄຳໝັ້ນສັນຍາໂຄງການທີ່ນໍາສະເໜີໃນລາຍງານ ESIA ແລະ ESMP.
  • ຮ້ອງຂໍຂໍ້ມູນເພີ່ມເຕີມກ່ຽວກັບຜົນກະທົບຂອງໂຄງການ, ມາດຕະການຫຼຸດຜ່ອນ ແລະ ແຜນການອື່ນໆຈາກນັກພັດທະນາ ແລະ ທີ່ປຶກສາ ESIA.
    • ເລື່ອນການຕັດສິນໃຈຈົນກວ່າຈະມີລາຍລະອຽດທີ່ຈຳເປັນຂອງໂຄງການໃນລາຍງານ ESIA ຫຼື ESMP.
  • ດຳເນີນ ESIA ແຍກຕ່າງຫາກເພື່ອພິສູດຢືນຢັນເນື້ອຫາຂອງລາຍງານ ESIA ແລະ ESMP ທີ່ສົ່ງໃຫ້ໂດຍນັກພັດທະນາສຳລັບແຕ່ລະໂຄງການ.
  • ກະກຽມຂໍ້ສະເໜີກ່ຽວກັບການຕັດສິນໃຈສຳລັບແຕ່ລະໂຄງການທີ່ສະຫຼຸບ:
    • ບັນຫາໃນລາຍງານ ESIA ແລະ ESMP ຂອງນັກພັດທະນາ.
    • ລະດັບ ແລະ ຄຸນນະພາບການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດໂດຍນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ໃຫ້ຄຳປຶກສາ ESIA.
    • ລັກສະນະທີ່ມຸມມອງຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆຈະບໍ່ພຽງແຕ່ປະກອບໃສ່ໃນລາຍງານ ESIA ແລະ ESMP, ແຕ່ຍັງປະກອບໃສ່ໃນການທົບທວນໂດຍລວມ ແລະ ການຕັດສິນໃຈກ່ຽວກັບ ESIA ແລະ ESMP.
    • ຂະບວນການປະສານງານການທົບທວນສາທາລະນະ ແລະ ການເກັບກຳຄຳຕິຊົມຂອງຜູ້ຖືຜົນປະໂຫຍດຮ່ວມຫຼັກ.
    • ໃນກໍລະນີທີ່ເປັນໄປໄດ້, ວິທີການທີ່ເປັນໄປໄດ້ເພື່ອໃຫ້ນັກພັດທະນາໄດ້ແກ້ໄຂຊ່ອງວ່າງໃນຄວາມສອດຄ່ອງ ແລະ/ຫຼື ດຳເນີນການປ່ຽນແປງຕໍ່ລາຍງານ ESIA ແລະ ESMP.
  • ແບ່ງປັນຂໍ້ສະເໜີນີ້ກັບຜູ້ດຳເນີນການຕັດສິນໃຈໃນຜູ້ມີອຳນາດສຳລັບ ESIA ສຳລັບແຕ່ລະໂຄງການ.

 

ຜູ້ຊ່ຽວຊານທີ່ໄດ້ຮັບການແຕ່ງຕັ້ງໂດຍຜູ້ສະໜອງທຶນ ຄວນ:

  • ທົບທວນລາຍງານ ESIA, ESMP ແລະ ເອກະສານກ່ຽວຂ້ອງອື່ນໆທີ່ສະໜອງໃຫ້ໂດຍນັກພັດທະນາ ແລະ ຜູ້ຮັບເໝົາສຳລັບແຕ່ລະໂຄງການເພື່ອກຳນົດວ່າ:
    • ໄດ້ລະບຸຄວາມສ່ຽງ ແລະ ຜົນກະທົບທັງໝົດທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມແລ້ວ ຫຼື ບໍ່.
    • ໄດ້ປະກອບມາດຕະການຫຼຸດຜ່ອນທີ່ມີປະສິດທິພາບເຂົ້າໃສ່ການອອກແບບສຸດທ້າຍຂອງໂຄງການ ແລະ ESMP ແລ້ວ ຫຼື ບໍ່.
    • ນັກພັດທະນາ ແລະ ຜູ້ຮັບເໝົາໄດ້ສະແດງຄວາມເຂົ້າໃຈ, ການອຸທິດຕົນ ແລະ ສັກກະຍາພາບສຳລັບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຫຼື ບໍ່.
    • ໄດ້ກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ຖືຜົນປະໂຫຍດຫຼັກລາຍອື່ນໆໃນ ESMP ຢ່າງສົມບູນແລ້ວ ຫຼື ບໍ່.
    • ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ຮັບແຈ້ງການຢ່າງຖືກຕ້ອງ ແລະ ໄດ້ມີການປຶກສາຫາລືຕະຫຼອດຂະບວນການ ESIA ຫຼື ບໍ່.
    • ເອກະສານສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບ, ພ້ອມທັງນະໂຍບາຍພາຍໃນ ແລະ ຫຼັກປະຕິບັດທີ່ດີສຸດລະຫວ່າງປະເທດແລ້ວ ຫຼື ບໍ່.
    • ໄດ້ອະທິບາຍຄວາມຮັບຜິດຊອບຂອງສະຖາບັນ ແລະ ຄ່າໃຊ້ຈ່າຍສຳລັບມາດຕະການຫຼຸດຜ່ອນ, ການຕິດຕາມ ແລະ ການລາຍງານແລ້ວ ຫຼື ບໍ່.
    • ໄດ້ກຳນົດກິດຈະກຳການຫຼຸດຜ່ອນ, ການຕິດຕາມ ແລະ ການລາຍງານຢ່າງເໝາະສົມໃນຕາຕະລາງການຈັດຕັ້ງປະຕິບັດແລ້ວ ຫຼື ບໍ່.
  • ປະເມີນຂະໜາດຂອງຊ່ອງວ່າງໃນຂໍ້ມູນສຳລັບການສຳເລັດການກວດສອບວິເຄາະສະຖານະຂອງພວກເຂົາເອງ.
    • ຮ້ອງຂໍຂໍ້ມູນເພີ່ມເຕີມກ່ຽວກັບຜົນກະທົບຂອງໂຄງການ, ມາດຕະການຫຼຸດຜ່ອນ ແລະ ແຜນການອື່ນໆຈາກນັກພັດທະນາ (ແລະ ຜູ້ຮັບເໝົາ).
    • ພິຈາລະນາຄວາມສ່ຽງທີ່ອາດເກີດຂຶ້ນໃນຊ່ອງວ່າງເຫຼົ່ານີ້ຕໍ່ການຈັດຕັ້ງປະຕິບັດ ແລະ ການປະຕິບັດານຂອງໂຄງການ.
    • ປະກອບການວິເຄາະຊ່ອງວ່າງໃນເອກະສານໂຄງການ ແລະ ຂໍ້ຕົກລົງ.
  • ຖ້າເອກະສານຂອງໂຄງການບໍ່ບັນລຸກັບບົດບັນຍັດຂອງປະເທດເຈົ້າພາບ, ພາຍໃນ ແລະ ລະຫວ່າງປະເທດຢ່າງພຽງພໍ, ກຳນົດໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາດຳເນີນກິດຈະກຳດັ່ງຕໍ່ໄປນີ້ບາງສ່ວນ ຫຼື ທັງໝົດພາຍໃນກອບເວລາທີ່ກຳນົດໄວ້:
    • ປະຕິບັດ ESIA ປະກອບເສີມ.
    • ເສີມສ້າງ ESIA ທີ່ມີຢູ່ດ້ວຍການເກັບກຳ ຫຼື ການພິສູດຢືນຢັນຂໍ້ມູນເພີ່ມເຕີມ.
    • ຍົກລະດັບຄວາມລະອຽດຂອງລາຍງານ ESIA ແລະ/ຫຼື ESMP.
    • ຈັດການປະຊຸມເພີ່ມເຕີມເພື່ອແຈ້ງການ ແລະ ປຶກສາຫາລືກັບຜູ້ຖືຜົນປະໂຫຍດຮ່ວມ, ອາດມີການປະກອບສ່ວນຂອງຕົວແທນຂອງຜູ້ສະໜອງທຶນ.
    • ຈ້າງຜູ້ຊ່ຽວຊານທີ່ມີຄຸນສົມບັດ ແລະ ມີປະສົບການທີ່ສະເໜີໂດຍຜູ້ສະໜອງທຶນເພື່ອໃຫ້ການຊ່ວຍເຫຼືອໃນກິດຈະກຳເຫຼົ່ານີ້.
  • ປະເມີນຄວາມສ່ຽງ ແລະ ຜົນກະທົບຂອງແຕ່ລະໂຄງການທີ່ນໍາສະເໜີໂດຍອີງໃສ່ຂໍ້ມູນທີ່ສະໜອງໃຫ້ໂດຍນັກພັດທະນາ, ປະເພດ ແລະ ບໍລິບົດຂອງໂຄງການ ແລະ ຄວາມສາມາດຂອງນັກພັດທະນາ ແລະ ຜູ້ຮັບເໝົາໃນການຈັດຕັ້ງປະຕິບັດໂຄງການຕາມ ESMP.
    • ສະເໜີການຊີ້ນໍາໃຫ້ກັບນັກພັດທະນາ ແລະ ຜູ້ຮັບເໝົາກ່ຽວກັບການປັບປຸງມາດຕະການຫຼຸດຜ່ອນ, ການຕິດຕາມ ແລະ ການລາຍງານໃນ ESMP.
  • ຮວບຮວມ ແລະ ກະກຽມເອກະສານດັ່ງຕໍ່ໄປນີ້ຕາມຄວາມຈຳເປັນເພື່ອສົ່ງໃຫ້ຜູ້ດຳເນີນການຕັດສິນໃຈທີ່ເປັນທາງການຂອງຜູ້ສະໜອງທຶນສຳລັບແຕ່ລະໂຄງການ:
    • ການຈັດໝວດໝູ່ສິ່ງແວດລ້ອມ ແລະ ສັງຄົມໃນເບື້ອງຕົ້ນ.
    • ຄຳອະທິບາຍຂໍ້ກຳນົດສິ່ງແວດລ້ອມ ແລະ ສັງຄົມທີ່ມີຜົນບັງຄັບໃຊ້ໃນກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບ ແລະ ນະໂຍບາຍພາຍໃນ.
    • ຂໍ້ສະຫຼຸດການກວດສອບວິເຄາະສະຖານະຂອງພວກເຂົາເອງສຳລັບການປະເມີນ ແລະ ການປະເມີນ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESAM).
    • ການປະເມີນສັກກະຍາພາບຂອງນັກພັດທະນາ ແລະ ຜູ້ຮັບເໝົາເພື່ອຄຸ້ມຄອງຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
    • ຄຳອະທິບາຍກ່ຽວກັບວິທີການທີ່ນັກພັດທະນາ (ແລະ ຜູ້ຮັບເໝົາ) ປະກອບຄຳຄິດເຫັນ ແລະ ຄວາມກັງວົນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆເຂົ້າໃສ່ລາຍງານ ESIA, ESMP, ການອອກແບບ, ຂໍ້ຕົກລົງ ແລະ ເອກະສານກ່ຽວຂ້ອງອື່ນໆຂອງໂຄງການ.
    • ຄຳອະທິບາຍກ່ຽວກັບວິທີການທີ່ລະບົບ ESAM ຂອງນັກພັດທະນາ ແລະ ຜູ້ຮັບເໝົາແຕກຕ່າງຈາກນະໂຍບາຍພາຍໃນ ແລະ ຫຼັກປະຕິບັດທີ່ດີສຸດລະຫວ່າງປະເທດ. 
    • ແຜນການນໍາສະເໜີມາດຕະການເພື່ອເຕີມເຕັມຊ່ອງວ່າງໃນລະບົບ ESAM.
    • ແຜນການນໍາສະເໜີສຳລັບການຕິດຕາມສິ່ງແວດລ້ອມ ແລະ ສັງຄົມ.

 

ຜູ້ມີອຳນາດສຳລັບ ESIA ແລະ ຜູ້ສະໜອງທຶນ ຄວນ:

  • ດຳເນີນການທົບທວນຄັ້ງສຸດທ້າຍສຳລັບເອກະສານທີ່ມີທັງໝົດ.
    • ຮ້ອງຂໍຂໍ້ມູນເພີ່ມເຕີມໃນກໍລະນີທີ່ຍັງມີຊ່ອງວ່າງໃນເນື້ອຫາ.
  • ຕັດສິນໃຈທີ່ຈະອະນຸມັດ, ຮຽກຮ້ອງໃຫ້ປ່ຽນແປງ ຫຼື ປະຕິເສດລາຍງານ ESIA ແລະ ESMP.
  • ເຜີຍແຜການຕັດສິນໃຈຂອງພວກເຂົາກ່ຽວກັບລາຍງານ ESIA ແລະ ESMP ໃນຊ່ອງທາງສື່ໃນທ້ອງຖິ່ນ.
  • ຕິດປະກາດການອັບເດດກ່ຽວກັບການຕັດສິນໃຈຂອງພວກເຂົາຢູ່ໃນເວັບໄຊຂອງພວກເຂົາ ແລະ ບັນຊີສື່ສັງຄົມເປັນພາສາຈີນ, ພາສາອັງກິດ ແລະ ສຳນຽງ ແລະ ພາສາໃນທ້ອງຖິ່ນ.
  • ເປີດເຜີຍຂໍ້ສະຫຼຸບທີ່ອະທິບາຍເຖິງການຕັດສິນໃຈຂອງພວກເຂົາ ແລະ ເຫດຜົນຢູ່ໃນເວັບໄຊຂອງພວກເຂົາໃນຫໍຂ່າວປະຈຳບ້ານ/ເຂດເມືອງ/ນະຄອນ/ເມືອງ/ແຂວງ.
    • ສຳລັບ ESIA ທີ່ໄດ້ຮັບການອະນຸມັດ ຫຼື ຈຳເປັນຕ້ອງມີການປ່ຽນແປງສຳລັບການອະນຸມັດ, ອະທິບາຍສະພາບການໂດຍແນບຕິດໃສ່ການອະນຸມັດນີ້.
    • ແຈ້ງການໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆຮັບຊາບໂດຍກົງກ່ຽວກັບການຕັດສິນໃຈຂອງພວກເຂົາ.
  • ສະເໜີຂະບວນການອຸທອນສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ຜູ້ຊ່ຽວຊານ ແລະ ສະມາຊິກຄົນອື່ນໆຂອງສາທາລະຊະເພື່ອສົ່ງຄວາມກັງວົນ/ຄຳຮ້ອງທຸກ/ການສອບຖາມກ່ຽວກັບການຕັດສິນໃຈຂອງຜູ້ມີອຳນາດສຳລັບ ESIA.
  • ສະເໜີຂະບວນການອຸທອນແກ່ນັກພັດທະນາ ແລະ ຜູ້ຮັບເໝົາ ຖ້າ ESIA ຖືກປະຕິເສດ.
    • ອະນຸຍາດໃຫ້ນັກພັດທະນາ ແລະ ຜູ້ຮັບເໝົາກວດແກ້ລາຍງານ ESIA ແລະ ESMP.
    • ຮັບປະກັນວ່າປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ສະມາຊິກຄົນອື່ນໆຂອງສາທາລະນະມີສ່ວນຮ່ວມໃນຂະບວນການກວດແກ້.

 

ນັກພັດທະນາ (ແລະ ຜູ້ຮັບເໝົາ) ຄວນ:

  • ໂຕ້ຕອບການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກຈາກປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ຜູ້ຊ່ຽວຊານ, ຜູ້ມີອຳນາດສຳລັບ ESIA, ຜູ້ສະໜອງທຶນ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆ.
  • ສຳລັບລາຍງານ ESIA ແລະ ESMP ທີ່ຈຳເປັນຕ້ອງມີການປ່ຽນແປງ, ດຳເນີນການກວດແກ້ຕາມຄຳຄິດເຫັນຈາກປະຊາຊົນທີ່ໄດ້ຮັບຜົນກະທົບ, CSO/NGO, ຜູ້ຊ່ຽວຊານ, ຜູ້ມີອຳນາດສຳລັບ ESIA, ຜູ້ສະໜອງທຶນ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆ.
  • ສຳລັບລາຍງານ ESIA ແລະ ESMP ທີ່ຖືກປະຕິເສດ, ຕັດສິນໃຈທີ່ຈະຍົກເລີກໂຄງການ ຫຼື ສົ່ງການອຸທອນຫາຜູ້ມີອຳນາດສຳລັບ ESIA.
    • ມີສ່ວນຮ່ວມກັບປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມຫຼັກລາຍອື່ນໆຕະຫຼອດຂະບວນການອຸທອນ ແລະ ການກວດແກ້ລາຍງານ.

 

ໜ່ວຍງານກ່ຽວຂ້ອງຂອງລັດຖະບານຂອງປະເທດເຈົ້າພາບຄວນ:

  • ສ້າງໃບຢັ້ງຢືນຄວາມສອດຄ່ອງຕາມກົດລະບຽບສິ່ງແວດລ້ອມ ແລະ ສັງຄົມ, ໃບອະນຸຍາດທີ່ຈຳເປັນ ຫຼື ເອກະສານອື່ນໆທີ່ຈຳເປັນສຳລັບແຕ່ລະໂຄງການທີ່ໄດ້ຮັບອະນຸມັດຕາມກົດໝາຍ ແລະ ລະບຽບການຂອງປະເທດເຈົ້າພາບ.

 

ຜູ້ສະໜອງທຶນ ຄວນ:

  • ກະກຽມຂໍ້ຕົກລົງການສະໜອງທຶນໃຫ້ກັບໂຄງການ ແລະ ເອກະສານກ່ຽວຂ້ອງສຳລັບໂຄງການທີ່ໄດ້ຮັບອະນຸມັດເຊິ່ງປະກອບດ້ວຍຂໍ້ມູນດັ່ງຕໍ່ໄປນີ້:
    • ການທີ່ຜູ້ສະໜອງທຶນປະເມີນລາຍງານ ESIA, ESMP ແລະ ໂຄງການໂດຍລວມ.
    • ການຈັດກຽມທີ່ສະເພາະ, ເຊິ່ງລວມເຖິງຄ່າໃຊ້ຈ່າຍໂດຍຄາດຄະເນ ແລະ ກອບເວລາ, ສຳລັບກິດຈະກຳ ESAM ທີ່ຈຳເປັນຕ້ອງມີ.
    • ການແກ້ໄຂຊົດເຊີຍສຳລັບການທີ່ນັກພັດທະນາ ແລະ ຜູ້ຮັບເໝົາບໍ່ປະຕິບັດຕາມກົດລະບຽບ.29
ທ່ານຈະສາມາດເຮັດຫຍັງໄດ້?
  • ຄົ້ນຫາໃນເວັບໄຊຂອງຜູ້ສະໜອງທຶນ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA (ຖ້າເປັນອິດສະຫຼະ) ສຳລັບຂໍ້ມູນກ່ຽວກັບກົດໝາຍ, ລະບຽບການ ແລະ ຂັ້ນຕອນຂອງພວກເຂົາເອງສຳລັບການທົບທວນ ແລະ ການຕັດສິນໃຈໃນລາຍງານ ESIA ແລະ ESMP ຂອງໂຄງການທີ່ນໍາສະເໜີ.
    • ທົບທວນການບັນທຶກຄຳຄິດເຫັນສາທາລະນະທີ່ຕິດປະກາດຢູ່ອອນລາຍ, ພ້ອມທັງການຕອບກັບຈາກຜູ້ມີອຳນາດສຳລັບ ESIA.
    • ຖ້າບໍ່ມີຂໍ້ມູນໃດໜຶ່ງ, ຂໍໃຫ້ຜູ້ສະໜອງທຶນ ແລະ ເຈົ້າໜ້າທີ່ຈາກລັດຖະບານຂອງປະເທດເຈົ້າພາບເປີດເຜີຍລາຍລະອຽດສະເພາະເປັນພາສາທ້ອງຖິ່ນຂອງທ່ານຕໍ່ສາທາລະນະ.
    • ຖ້າທ່ານບໍ່ສາມາດຕິດຕໍ່ກັບຜູ້ສະໜອງທຶນ ແລະ/ຫຼື ລັດຖະບານຂອງປະເທດເຈົ້າພາບໂດຍກົງ, ໃຫ້ພົວພັນກັບຜູ້ນໍາຊຸມຊົນ ຫຼື CSO/NGO ເພື່ອຂໍຄວາມຊ່ວຍເຫຼືອ. ເບິ່ງຜູ້ຖືຜົນປະໂຫຍດຮ່ວມເພື່ອລະບຸວິທີການຕິດຕໍ່ບາງຢ່າງທີ່ມີໃຫ້.
  • ຄົ້ນຫາໃນເວັບໄຊຂອງຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ, ຜູ້ມີອຳນາດສຳລັບ ESIA ແລະ ລັດຖະບານຂອງປະເທດເຈົ້າພາບສຳລັບສຳເນົາດິຈິຕໍຂອງສະບັບຮ່າງ ແລະ ສະບັບສຸດທ້າຍຂອງແຜນທີ່, ພາບວາດ, ຕາຕະລາງ, ແຜນຜັງ, ໃບປິວ, ການສຶກສາຂອບເຂດ, ແຜນການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມ, ລາຍງານ ESIA ແລະ ເອກະສານເຕັກນິກອື່ນໆ, ພ້ອມທັງຄຳຄິດເຫັນສາທາລະນະ, ທີ່ເປັນພາສາທ້ອງຖິ່ນຂອງທ່ານ.
    • ຈົ່ງເວລາສຳລັບການສົນທະນາກ່ຽວກັບເນື້ອຫາກັບສະມາຊິກຊຸມຊົນຄົນອື່ນໆ ແລະ CSO/NGO ແລະ ຜູ້ຊ່ຽວຊານທີ່ເໝາະສົມ.
    • ເຫັນດີຮ່ວມກັນ, ຮ້ອງຂໍໃຫ້ປ່ຽນແປງ ຫຼື ປະຕິເສດລາຍງານ ESIA ແລະ ESMP ໃນຖານະຊຸມຊົນ. ສຳລັບຄົນພື້ນເມືອງ, ໃຫ້ ຫຼື ລະງັບ FPIC ສຳລັບລາຍງານ ESIA ແລະ ESMP ຂອງໂຄງການ.
    • ໃຫ້ຄຳຕິຊົມໂດຍກົງ ຫຼື ໃນລັກສະນະທີ່ບໍ່ເປີດເຜີຍຕົວຕົນຕໍ່ຜູ້ສະໜອງທຶນ ແລະ ຜູ້ມີອຳນາດສຳລັບ ESIA. ເບິ່ງຜູ້ຖືຜົນປະໂຫຍດຮ່ວມເພື່ອລະບຸວິທີການຕິດຕໍ່ບາງຢ່າງທີ່ມີໃຫ້.
      • ເວົ້າຊໍ້າບັນຫາທີ່ສຳຄັນ, ເພີ່ມຄວາມເຂົ້າໃຈເພີ່ມເຕີມ ຫຼື ສະເໜີຈຸດຄັດຄ້ານ. ຮ້ອງຂໍການໂຕ້ຕອບ.
      • ຮັກສາການບັນທຶກເນື້ອຫາ, ວັນທີ ແລະ ເວລາການສົ່ງຂອງທ່ານ.
    • ຖ້າບໍ່ມີຂໍ້ມູນໃດໜຶ່ງເປັນພາສາທ້ອງຖິ່ນຂອງທ່ານ, ຂໍສຳເນົາສະບັບແຂງ ແລະ/ຫຼື ດິຈິຕໍສຳລັບເນື້ອຫາທີ່ມີການແປພາສາແລ້ວຈາກຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ລັດຖະບານຂອງປະເທດເຈົ້າພາບ.
  • ກວດສອບເວັບໄຊຂອງຜູ້ສະໜອງທຶນ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA (ຖ້າເປັນອິດສະຫຼະ) ຢູ່ເປັນປະຈຳສຳລັບການອັບເດດກ່ຽວກັບຂະບວນການຕັດສິນໃຈຂອງພວກເຂົາ.
    • ທົບທວນການຕັດສິນໃຈທີ່ເດັດຂາດ.
    • ຖ້າບັນຫາທີ່ທ່ານນໍາສະເໜີຍັງບໍ່ໄດ້ຮັບການແກ້ໄຂ, ກະກຽມການອຸທອນໂດຍຮ່ວມມືກັບຊຸມຊົນຂອງທ່ານ, CSO/NGO ແລະ ຜູ້ຊ່ຽວຊານໃຫ້ທັນເວລາ.
  • ຫຼັງຈາກທີ່ໄດ້ເປີດເຜີຍການຕັດສິນໃຈແລ້ວ, ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ມີອຳນາດສຳລັບ ESIA ກັບນະໂຍບາຍ, ຂັ້ນຕອນ ແລະ ແນວທາງຂອງລັດຖະບານ, ສະເພາະອຸດສາຫະກຳ ແລະ ພາຍໃນສຳລັບການທົບທວນວິເຄາະສະຖານະ ແລະ ການຕັດສິນໃຈໃນການລົງທຶນ.
    • ທົບທວນຄວາມສອດຄ່ອງຂອງຜູ້ສະໜອງທຶນໃສ່ “ຄວາມຄິດເຫັນຕໍ່ການຈັດຕັ້ງປະຕິບັດສິນເຊື່ອສີຂຽວ” ຂອງ CBIRC ແລະ “ແນວທາງສຳລັບການຈັດຕັ້ງລະບົບການເງິນສີຂຽວຂອງPeople's Bank of China (PBOC) ແລະ ຄະນະ. ສົ່ງຄວາມກັງວົນ/ຄຳຮ້ອງທຸກກ່ຽວກັບການທີ່ຜູ້ສະໜອງທຶນບໍ່ປະຕິບັດຕາມແນວທາງເຫຼົ່ານີ້ຕໍ່ CBIRC ແລະ PBOC.
    • ສົ່ງການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຕາມນະໂຍບາຍ, ຂັ້ນຕອນ ຫຼື ແນວທາງອື່ນໆຕໍ່ຜູ້ດຳເນີນນະໂຍບາຍທີ່ເໝາະສົມ.
What Would It Accomplish or Prevent?
ຊັບພະຍາກອນ
  • International Institute for Sustainable Development (IISD), “Step 6: Review and Licensing,” in The 7 Steps to an EIA, View the Website.
  • United Nations Environment Programme (UNEP), “Topic 9: Review of EIA Quality,” in Environmental Impact Assessment Training Resource Manual, 2002, View the PDF.
  • United Nations Environment Programme (UNEP), “Topic 10: Decision-making,” Environmental Impact Assessment Training Resource Manual, 2002, View the PDF.
  • Environmental Law Alliance Worldwide (ELAW), “EIA Procedure,” View the Website.
  • Environmental Law Alliance Worldwide (ELAW), “EIA Access to Information,” View the Website.
  • Environmental Law Alliance Worldwide (ELAW), “Public Participation,” View the Website.

1 China International Contractors Association (CHINCA) and Dagong Global Credit Rating, “Guidelines of Sustainable Infrastructure for Chinese International Contractors (SIG),” 2017.

2 People's Bank of China (PBOC) et al., “Guidelines for Establishing the Green Financial System,” August 2016.

3 China Banking Regulatory Commission (CBRC) and China Insurance Regulatory Commission (CIRC) (now China Banking and Insurance Regulatory Commission (CBIRC)), “General Office of the China Banking Regulatory Commission Opinions on Green Credit Implementation,” 2013.

4 Export-Import Bank of China (China Exim Bank), “White Paper on Green Finance and Social Responsibility,” 2019.

5 Green Finance Committee (GFC) of China Society for Finance and Banking et al., “Environmental Risk Management Initiative for China’s Overseas Investment,” 2017; CBRC and CIRC, “Opinions on Green Credit;" Green Finance Initiative and GFC, “Green Investment Principles (GIP) for the Belt and Road,” 2018; Bank of China Hong Kong (BOCHK), “Sustainability Policy,” 2021.

6 China Exim Bank, “White Paper.”

7 China Exim Bank, “Guidelines for Environmental and Social Impact Assessment for Project Loans of the China Export and Import Bank,” 2007.

8 Green Finance Initiative and GFC, “Green Investment Principles.”

9 China Exim Bank, “White Paper;” CBIRC, “Key Performance Indicators of Green Credit Implementation,” 2014.

10 GFC et al., “Environmental Risk Management;” PBOC, “Green Financial System;” Green Finance Initiative and GFC, “Green Investment Principles.”

11 GFC et al., “Environmental Risk Management.”

12 China Exim Bank, “Environmental and Social Impact Assessment.”

13 MEE, “Measures for Public Participation in Environmental Impact Assessments,” 2018.

14 MEE, “Regulations on the Approval Procedures for Environmental Impact Assessment Reports (forms) of Construction Projects,” November 2020.

15 Ibid.

16 Ibid.

17 MEE, “Measures for Public Participation.”

18 Standing Committee of the National People's Congress, “Amendment to the Environmental Impact Assessment Law of the People's Republic of China,” 2016; Standing Committee of the National People's Congress, “Environmental Impact Assessment Law of the People's Republic of China,” 2002.

19 State Council, “Decision of the State Council on Amending the Regulations on Environmental Protection Management of Construction Projects,” 2017.

20 Standing Committee, “Environmental Impact Assessment.”

21 Ibid; Standing Committee, “Amendment to the Environmental.”

22 Standing Committee, “Environmental Impact Assessment;” Standing Committee of the National People's Congress, “Environmental Protection Law of the People's Republic of China,” 1989.

23 Standing Committee, “Environmental Impact Assessment.”

24 State Council, “Amending the Regulations,” 2017.

25 Ibid.

26 Ministry of Environmental Protection (MEP) (now MEE), "Notice on Further Strengthening the Disclosure of Environmental Protection Information," October 2012; State Environmental Protection Administration of China (SEPA) (now MEE), "Measures on Open Environmental Information," February 2007.

27 Standing Committee, “Environmental Impact Assessment.”

28 Standing Committee, “Amendment to the Environmental.”

29 International Best Practice is based on Asian Development Bank (ADB), "Safeguard Policy Statement," 2009; Asian Infrastructure Investment Bank (AIIB), "Environmental and Social Framework," 2021; World Bank, "Environmental and Social Framework," 2018; Mekong Partnership for the Environment, "Guidelines on Public Participation in Environmental Impact Assessment in the Mekong Region," First Edition, 2017.