Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ບໍລິສັດປະກັນໄພຂອງຈີນໃຫ້ການປະກັນໄພແກ່ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍກ່ອນທີ່ຈະຮັບເງິນທຶນສຳລັບໂຄງການ BRI, ໂດຍສະເພາະສຳລັບການພັດທະນາໂຄງສ້າງພື້ນຖານທີ່ມີຂະໜາດໃຫຍ່, ມີຄວາມຊັບຊ້ອນ, ມີມູນຄ່າສູງ ແລະ/ຫຼື ມີຄວາມສ່ຽງສູງ. ຜູ້ສະໜອງທຶນອາດຕັດສິນທີ່ຈະບໍ່ການສະໜອງທຶນແກ່ໂຄງການໃດໜຶ່ງ ຖ້າບໍລິສັດປະກັນໄພບໍ່ເຫັນດີທີ່ຈະຄຸ້ມຄອງໂຄງການເຫຼົ່ານັ້ນ. 

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງບໍລິສັດປະກັນໄພຂອງຈີນ:

  • ດຳເນີນການກວດສອບວິເຄາະສະຖານະໃນເບື້ອງຕົ້ນ.
  • ຮັບຜິດຊອບສຳລັບປະເພດຕ່າງໆຂອງຄວາມສ່ຽງ ເຊິ່ງລວມເຖິງຄວາມສ່ຽງການຄ້າ, ສິ່ງແວດລ້ອມ, ສັງຄົມ, ການເມືອງ ແລະ ຊື່ສຽງຂອງໂຄງການ BRI.
  • ຄຸ້ມຄອງອຸປະຕິເຫດທີ່ເກີດຂຶ້ນໃນລະຫວ່າງໄລຍະການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ ແລະ ຄວາມຮັບຜິດອື່ນໆ.
  • ຄຸ້ມຄອງຄ່າໃຊ້ຈ່າຍທີ່ເກີດຂຶ້ນຈາກການຊັກຊ້າໂຄງການ; ການຍົກເລີກ; ຫຼື ຄວາມລົ້ມເຫຼວຂອງນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍໃນການຈ່າຍຄືນເງິນກູ້ຢືມ.