Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ສະຖານທູດ, ສະຖານກົງສຸນ ແລະ ຄະນະຜູ້ແທນຖາວອນຂອງຈີນຊ່ວຍສົ່ງເສີມ, ປະສານງານ ແລະ ຕິດຕາມໂຄງການ BRI ແລະ ການລົງທຶນອື່ນໆຂອງຈີນຢູ່ຕ່າງປະເທດ, ໂດຍສະເພາະຜ່ານຕົວແທນຂອງ Ministry of Commerce (MOFCOM) ໃນສຳນັກງານຜູ້ໃຫ້ຄຳປຶກສາທາງເສດຖະກິດ ແລະ ການຄ້າໃນປະເທດເຈົ້າພາບ BRI.  

 

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງສະຖານທູດ, ສະຖານກົງສຸນ ແລະ ຄະນະຜູ້ແທນຖາວອນຂອງຈີນ:  

  • ຕິດຕາມກິດຈະກຳຢູ່ຕ່າງປະເທດ ຂອງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍຂອງຈີນ.  
  • ໃຫ້ຂໍ້ມູນກ່ຽວກັບບໍລິບົດທ້ອງຖິ່ນ ແລະ ວັດທະນະທຳຂອງປະເທດເຈົ້າພາບຕໍ່ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍ. 
  • ຊ່ວຍໃຫ້ຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍດຳເນີນການບໍລິການສ່ວນນອກຕໍ່ຊຸມຊົນໃນທ້ອງຖິ່ນ.  
  • ສ້າງຕັ້ງຊ່ອງທາງການສື່ສານທາງການ ເພື່ອພົວພັນກັບປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ.  
  • ຈັດຕັ້ງ ແລະ ຮັກສາກົນໄກການຮ້ອງທຸກເພື່ອສະເໜີການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກກ່ຽວກັບການບໍ່ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງປະເທດຈີນທີ່ມີຜົນບັງຄັບໃຊ້ຕໍ່ MOFCOM ແລະ Ministry of Foreign Affairs (MFA)

 

ສາມາດພົບເຫັນຂໍ້ມູນກ່ຽວກັບສະຖານທູດ, ສະຖານກົງສຸນ ແລະ ຄະນະຜູ້ແທນຖາວອນຂອງຈີນທົ່ວໂລກຢູ່ໃນເວັບໄຊຂອງ MFA: https://www.fmprc.gov.cn/mfa_eng/wjb_663304/zwjg_665342/