Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ໃນຂະນະທີ່ບໍ່ໄດ້ພົວພັນກັບໂຄງການ BRI ໂດຍກົງ, ສະຖາບັນ ແລະ ໜ່ວຍງານຊ່ວຍເຫຼືອຫຼາຍຝ່າຍ ແລະ ປະເທດທີສາມ ສາມາດເສີມສ້າງຄວາມພະຍາຍາມຂອງອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ແລະ ໃຫ້ການຊ່ວຍເຫຼືອແກ່ຊຸມຊົນໃນທ້ອງຖິ່ນ. ສະຖາບັນ ແລະ ໜ່ວຍງານຫຼາຍຝ່າຍລວມເຖິງ Asian Infrastructure Investment Bank (AIIB) ແລະ ສະຖາບັນການເງິນເພື່ອການພັດທະນາ (DFI) ອື່ນໆ, ພ້ອມທັງໜ່ວຍງານ, ໂປຣແກຣມ ແລະ ສຳນັກງານທີ່ຢູ່ພາຍໃນສະຫະປະຊາຊາດ (UN). ນອກຈາກລັດຖະບານຈີນ ແລະ ລັດຖະບານຂອງປະເທດເຈົ້າພາບ, ລັດຖະບານຂອງພາກສ່ວນທີສາມຈະດຳເນີນການຊ່ວຍເຫຼືອເພື່ອການພັດທະນາຢູ່ຕ່າງປະເທດ (ODA) ໃນປະເທດເຈົ້າພາບ BRI ຫຼາຍປະເທດ. 

 

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງສະຖາບັນ ແລະ ໜ່ວຍງານຊ່ວຍເຫຼືອປະເທດທີສາມ: 

  • ຕິດຕາມການພັດທະນານະໂຍບາຍກ່ຽວກັບ BRI ຢູ່ປະເທດຈີນ, ປະເທດເຈົ້າພາບ ແລະ ປະເທດອື່ນໆທົ່ວໂລກ. 
  • ຈັດພິມລາຍງານ ແລະ ບົດຄວາມ ກ່ຽວກັບສະຖານະຂອງໂຄງການ, ກິດຈະກຳ, ກົດໝາຍ, ລະບຽບການ ແລະ ຄູ່ມືກ່ຽວກັບ BRI.  
  • ພັດທະນາຫຼັກປະຕິບັດລະຫວ່າງປະເທດທີ່ດີທີ່ສຸດ ແລະ ຊັບພະຍາກອນອື່ນໆສຳລັບຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາຍ່ອຍ, ລັດຖະບານຈີນ, ລັດຖະບານຂອງປະເທດເຈົ້າພາບ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ.  
  • ໃຫ້ການບໍລິການ, ຍຸດທະສາດ ຫຼື ຊັບພະຍາກອນ ເພື່ອຊ່ວຍຊຸມຊົນໃນທ້ອງຖິ່ນໂດຍກົງ, ເຊິ່ງລວມເຖິງຄົນພື້ນເມືອງ, ຄົນກຸ່ມນ້ອຍ, ແມ່ຍິງ, ຜູ້ສູງອາຍຸ, ໄວໜຸ່ມ, ຄົນພິການ ແລະ ກຸ່ມຄົນອື່ນໆທີ່ບອບບາງ
  • ສະໜັບສະໜູນຄວາມຕ້ອງການ ແລະ ຜົນປະໂຫຍດຂອງຊຸມຊົນໃນທ້ອງຖິ່ນ, ໂດຍສະເພາະແມ່ນບັນດາກຸ່ມຄົນທີ່ບອບບາງ. 
  • ປົກປ້ອງສິດທິວັດທະນະທຳ, ເສດຖະກິດ, ການເມືອງ ແລະ ສັງຄົມຂອງຊຸມຊົນທ້ອງຖິ່ນ. 
  • ປະສານງານກິດຈະກຳການສ້າງສັກກະຍາພາບສຳລັບຊຸມຊົນໃນທ້ອງຖິ່ນ. 
ສະຖາບັນ ແລະ ໜ່ວຍງານຫຼາຍຝ່າຍ ແລະ ປະເທດທີສາມ
ສະຖາບັນ ແລະ ໜ່ວຍງານຫຼາຍຝ່າຍ ແລະ ປະເທດທີສາມ