Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ນັກວິໄຈ/ຜູ້ຊ່ຽວຊານ ສາມາດໃຫ້ຄວາມຊຳນານທີ່ລໍ້າຄ່າເພື່ອຍົກລະດັບຄຸນນະພາບຂອງໂຄງການ BRI. ນັກວິໄຈ/ຜູ້ຊ່ຽວຊານທີ່ມີຄຸນສົມບັດ ແລະ ປະສົບການ, ເຊິ່ງມັກເປັນຢູ່ໃນຄະນະວິໄນ, ສະຖາບັນການວິໄຈ ຫຼື ການສຶກສາ ແລະ ບໍລິສັດໃຫ້ຄຳປຶກສາ ອາດຖືກເຊີນຊວນໃຫ້ເຂົ້າຮ່ວມໂຄງການ BRI ຢ່າງເປັນທາງການ. ຖ້ານັກວິໄຈ/ຜູ້ຊ່ຽວຊານມີອິດສະຫຼະຈາກຜູ້ສະເໜີໂຄງການ ເຊິ່ງສາມາດລວມເຖິງຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາຍ່ອຍ, ລັດຖະບານຈີນ ແລະ ລັດຖະບານຂອງປະເທດເຈົ້າພາບ, ການເຂົ້າຮ່ວມທີ່ຫ້າວຫັນຂອງພວກເຂົາໃນການປະເມີນສິ່ງແວດລ້ອມ ແລະ ສັງຄົມ, ການຄຸ້ມຄອງ ແລະ ການຕິດຕາມອາດສາມາດຮັບປະກັນໄດ້ວ່າຂະບວນການເຫຼົ່ານີ້ຖືກຕ້ອງ, ກົງໄປກົງມາ ແລະ ຄົບຖ້ວນສົມບູນ. 

 

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງນັກວິໄຈ/ຜູ້ຊ່ຽວຊານ: 

  • ດຳເນີນການວິໄຈພາກສະໜາມ ພາຍໃນພື້ນທີ່ອິດທິພົນຂອງໂຄງການ.  
    • ຂຽນກ່ຽວກັບມຸມມອງ ແລະ ປະສົບການ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆຫຼັງຈາກການສຳພາດ ເຊິ່ງອາດມີການບັນທຶກ ຫຼື ບໍ່ມີກໍໄດ້.  
  • ຕິດຕາມການພັດທະນານະໂຍບາຍກ່ຽວກັບ BRI ຢູ່ປະເທດຈີນ, ປະເທດເຈົ້າພາບ ແລະ ປະເທດອື່ນໆທົ່ວໂລກ. 
  • ຈັດພິມລາຍງານ, ບົດຄວາມ ແລະ ໜັງສື ກ່ຽວກັບສະຖານະຂອງໂຄງການ, ກິດຈະກຳ, ທ່າອ່ຽງ, ກົດໝາຍ, ລະບຽບການ ແລະ ຄູ່ມືກ່ຽວກັບ BRI.  
  • ພັດທະນາການສະເໜີນະໂຍບາຍ ສຳລັບຜູ້ສະໜອງທຶນ, ນັກພັດທະນາ, ຜູ້ຮັບເໝົາ, ຜູ້ຮັບເໝົາຍ່ອຍ, ລັດຖະບານຂອງປະເທດເຈົ້າພາບ, ລັດຖະບານຈີນ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ.  
  • ເຮັດໜ້າທີ່ເປັນ ຜູ້ໃຫ້ຄຳປຶກສາສຳລັບ ESIA ອາດຈະເປັນແບບລາຍບຸກຄົນ ຫຼື ຮ່ວມກັນຢູ່ໃນຄະນະອິດສະຫຼະ ເພື່ອແຈ້ງການ ແລະ ປຶກສາຫາລືກັບປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ. 
    • ຈັດການປະຊຸມປົກກະຕິ ໃຫ້ໄວສໍ່າການກັ່ງຕອງໂຄງການ, ດຳເນີນການກຳນົດຂອບເຂດໂຄງການ ແລະ ກະກຽມຂອບເຂດຂອງງານ (ToR), ກະກຽມ ແລະ ຈັດຕັ້ງປະຕິບັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA), ກະກຽມແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP) ແລະ ນໍາສະເໜີ ESIA ແລະ ESMP ຕໍ່ສາທາລະນະຊົນ.  
    • ອີກທາງເລືອກໜຶ່ງ, ພິສູດຢືນຢັນຜົນໄດ້ຮັບຂອງລາຍງານ ESIA, ພ້ອມທັງມາດຕະການທີ່ສະເໜີໃນ ESMP. 
  • ຕິດຕາມເປັນລາຍບຸກຄົນ ຫຼື ຮ່ວມກັນ ແລະ ລາຍງານຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງແຕ່ລະໂຄງການໃນລະຫວ່າງໄລຍະການຈັດຕັ້ງປະຕິບັດໂຄງການ ແລະ ການປະຕິບັດງານຂອງໂຄງການ.  
    • ອີກທາງເລືອກໜຶ່ງ, ພິສູດຢືນຢັນຜົນໄດ້ຮັບຂອງລາຍງານການຕິດຕາມເປັນໄລຍະທີ່ສ້າງຂຶ້ນໂດຍນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍ.