ນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍຂອງຈີນ ແມ່ນບໍລິສັດທີ່ອອກແບບ, ກໍ່ສ້າງ ແລະ ດຳເນີນໂຄງການ BRI. ການປະສົມປະສານລະຫວ່າງວິສາຫະກິດທີ່ລັດເປັນເຈົ້າຂອງ (SOE) ແລະ ວິສາຫະກິດທີ່ເອກະຊົນເປັນເຈົ້າຂອງ (POE) ເຮັດໜ້າທີ່ເປັນນັກພັດທະນາ ແລະ ຜູ້ຮັບເໝົາ ແລະ ໃນບາງກໍລະນີກໍເປັນຜູ້ຮັບເໝົາຍ່ອຍສຳລັບໂຄງການພື້ນຖານພາຍໃຕ້ຄັນຮົ່ມຂອງ BRI. ວິສາຫະກິດສ່ວນກາງທີ່ລັດເປັນເຈົ້າຂອງ (CSOE) ແມ່ນບໍລິສັດຂະໜາດໃຫຍ່ທີ່ມີຫຼັກຊັບການລົງທຶນຂອງໂຄງການຂະໜາດໃຫຍ່ທັງພາຍໃນ ແລະ ນອກປະເທດຈີນ. ໃນຂະນະທີ່ CSOE ຖືກຕິດຕາມກວດກາໂດຍ State-owned Assets and Supervision and Administration Commission (SASAC) ຂອງລັດຖະບານຈີນ ແລະ ກົມການຈັດຕັ້ງສ່ວນກາງຂອງພັກກອມມູນິດແຫ່ງປະເທດຈີນ (CCP), ກົມຂັ້ນແຂວງ ແລະ ເທດສະບານຂອງ SASAC ມີສິດທິຕິດຕາມກວດກາການປະຕິບັດງານຂອງ 100,000 SOE ພາຍໃນປະເທດໂດຍກົງ.
ທັງ SOE ແລະ POE ສາມາດເປັນບໍລິສັດຂະໜາດໃຫຍ່ທີ່ມີສາຂາ ຫຼື ສາຂາປະຈຳແຂວງ, ແຕ່ພວມັນຍັງສາມາດເປັນບໍລິສັດຂະໜາດນ້ອຍທີ່ມີສັກກະຍາພາບຈຳກັດ. ຂະໜາດຂອງບໍລິສັດຈີນຈະມີຜົນກະທົບຕໍ່ຄວາມສາມາດຂອງພວກເຂົາໃນການຮັກສາເວັບໄຊ ແລະ ບັນຊີສື່ສັງຄົມ; ຜະລິດ ແລະ ເປີດເຜີຍຄວາມຮັບຜິດຊອບຂອງວິສາຫະກິດຕໍ່ສັງຄົມ (CSR) ແລະ ລາຍງານ ຫຼື ຖະແຫຼງການກ່ຽວກັບຄວາມຍືນຍົງ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບໂຄງການ; ດຳເນີນການກວດສອບວິເຄາະສະຖານະທີ່ເໝາະສົມ; ແລະ ພົວພັນກັບຊຸມຊົນທ້ອງຖິ່ນໃນປະເທດເຈົ້າພາບ BRI. ບົດບາດ ແລະ ຄວາມຮັບຜິດຊອບຂອງບໍລິສັດເຫຼົ່ານີ້, ເຊິ່ງຄວນຖືກກຳນົດໄວ້ຢ່າງຊັດເຈນໃນຂໍ້ຕົກລົງການສະໜອງທຶນ ແລະ ສັນຍາຂອງໂຄງການ, ແມ່ນຈະມີຄວາມແຕກຕ່າງກັນສຳລັບສັນຍາກໍ່ສ້າງ-ດຳເນີນການ-ຖ່າຍໂອນ (BOT), ສັນຍາກໍ່ສ້າງ-ເປັນເຈົ້າຂອງ-ດຳເນີນການ (BOO), ສັນຍາກໍ່ສ້າງ-ເປັນເຈົ້າຂອງ-ດຳເນີນການ-ຖ່າຍໂອນ (BOOT), ສັນຍາອອກແບບ-ກໍ່ສ້າງ-ສະໜອງທຶນ-ດຳເນີນການ (DBFO), ສັນຍາອອກແບບ-ກໍ່ສ້າງ-ສະໜອງທຶນ-ດຳເນີນການ-ບຳລຸງຮັກສາ (DBFOM) ແລະ ສັນຍາວິສະວະກຳ-ການຈັດຊື້-ການກໍ່ສ້າງ (EPC), ພ້ອມທັງການລົງທຶນໃນຮຸ້ນທຶນ ແລະ ການຮັບເໝົາລາຍຍ່ອຍ.
ບົດບາດ ແລະ ຄວາມຮັບຜິດຊອບຫຼັກຂອງນັກພັດທະນາຈີນ:
- ຮັບເອົາ ການປະກັນໄພຈາກບໍລິສັດປະກັນໄພ ແລະ ການສະໜອງທຶນ ຈາກຜູ້ສະໜອງທຶນສຳລັບແຕ່ລະໂຄງການ.
- ສຳລັບບາງໂຄງການ BOT, ນັກພັດທະນາ ແລະ ຜູ້ຮັບເໝົາລາຍໃຫຍ່ອາດ ນໍາໃຊ້ທຶນຂອງພວກເຂົາເອງ ແທນທີ່ຈະນໍາໃຊ້ເງິນປ່ອຍກູ້.
- ຈັດການງົບປະມານຂອງແຕ່ລະໂຄງການ.
- ເຮັດວຽກກັບບໍລິສັດອື່ນໆຜ່ານການຮ່ວມລົງທຶນ (JV) ຫຼື ກຸ່ມບໍລິສັດ.
- ນໍາຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍສຳລັບການຈັດຕັ້ງປະຕິບັດໂຄງການ ແລະ ການປະຕິບັດງານ, ໂດຍສະເພາະສຳລັບໂຄງການໂຄງສ້າງພື້ນຖານຂະໜາດໃຫຍ່ ແລະ ມີຄວາມຊັບຊ້ອຍສູງກວ່າ.
- ຕິດຕາມກວດກາການອອກແບບ, ການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ BRI.
- ຈ້າງ ຜູ້ໃຫ້ຄຳປຶກສາສຳລັບ ESIAເພື່ອດຳເນີນການກຳນົດຂອບເຂດໃນເບື້ອງຕົ້ນຂອງໂຄງການທີ່ສະເໜີ ແລະ ລະບຸປະຊາຊົນທີ່ອາດໄດ້ຮັບຜົນກະທົບ, ກະກຽມ ແລະ ຈັດຕັ້ງປະຕິບັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ແລະ ກະກຽມແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP).
- ເປີດເຜີຍ ESIA ແລະ ESMP ຢູ່ເວັບໄຊຂອງພວກເຂົາ.
- ແບ່ງປັນເອກະສານເປັນພາສາທ້ອງຖິ່ນກັບປະຊາຊົນທີ່ໄດ້ຮັບຜົນກະທົບ.
- ສະໜັບສະໜູນ — ແລະ ອາດມີສ່ວນຮ່ວມໃນຂະບວນການສຳລັບການຮັບເອົາທີ່ດິນ ແລະ ການ — ໃຫ້ການຊົດເຊີຍທີ່ພຽງພໍ, ການຍົກຍ້າຍຈັດສັນ ແລະ ການຊ່ວຍເຫຼືອເພື່ອການຟື້ນຟູຊີວິດການເປັນຢູ່ໃຫ້ກັບຊຸມຊົນທ້ອງຖິ່ນຂອງລັດຖະບານຂອງປະເທດເຈົ້າພາບ.
- ຈ້າງ ຜູ້ຊ່ຽວຊານ/ນັກວິໄຈ ເພື່ອດຳເນີນການແບບລາຍບຸກຄົນ ຫຼື ຮ່ວມກັນ ຫຼື ຢ່າງໜ້ອຍກໍພິສູດຢືນຢັນລາຍງານການຕິດຕາມສິ່ງແວດລ້ອມ ແລະ ສັງຄົມເປັນໄລຍະ.
ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍຂອງຈີນ:
- ຮັກສາເວັບໄຊຫຼາຍພາສາ ແລະ ບັນຊີສື່ສັງຄົມ.
- ຜະລິດ ແລະ ເປີດເຜີຍລາຍງານ ຫຼື ຖະແຫຼງການປະຈຳປີ ກ່ຽວກັບ CSR ແລະ ຄວາມຍືນຍົງ.
- ແຈ້ງການ, ປຶກສາຫາລື ແລະ ຮ່ວມມືຢ່າງເປັນປະຈຳກັບປະຊາຊົນທີ່ອາດໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ.
- ປຶກສາຫາລືກັບຄົນພື້ນເມືອງ ແລະ ຮັບເອົາການຍິນຍອມໂດຍສະໝັກໃຈ, ເກີດຂຶ້ນກ່ອນລ່ວງໜ້າ ແລະ ໄດ້ຮັບຂໍ້ມູນ (FPIC).
- ປະເມີນ ແລະ ທົບທວນປະເພດຕ່າງໆຂອງຄວາມສ່ຽງ ເຊິ່ງລວມເຖິງຄວາມສ່ຽງທາງການຄ້າ, ສິ່ງແວດລ້ອມ, ສັງຄົມ, ການເມືອງ ແລະ ຊື່ສຽງກ່ອນເລີ່ມຕົ້ນແຕ່ລະໂຄງການ ແລະ ຕະຫຼອດວົງຈອນຊີວິດຂອງໂຄງການ.
- ປະຕິບັດຕາມຂໍ້ກຳນົດທີ່ກຳນົດໄວ້ໃນຂໍ້ຕົກລົງການສະໜອງທຶນໃຫ້ກັບໂຄງການ, ສັນຍາ ແລະ ເອກະສານອື່ນໆ.
- ຈັດຕັ້ງ ແລະ ຮັກສາກົນໄກການຮ້ອງທຸກເພື່ອໃຫ້ຊຸມຊົນທ້ອງຖິ່ນສາມາດສະເໜີການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກສຳລັບແຕ່ລະໂຄງການ.
- ຄັດເລືອກ ແລະ ຈ້າງຜູ້ເຮັດວຽກໃນທ້ອງຖິ່ນ ແລະ ປົກປ້ອງສິດທິຂອງພວກເຂົາ.