Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ຜູ້ສະໜອງທຶນຂອງຈີນ ໃຫ້ເງິນກູ້ຢືມ, ເງິນຊ່ວຍເຫຼືອ ຫຼື ຄວາມເທົ່າທຽມເພື່ອສະໜອງທຶນໃຫ້ກັບການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ BRI. ເຖິງແມ່ນບາງໂຄງການອາດພົວພັນກັບຜູ້ສະໜອງທຶນໜຶ່ງຄົນເທົ່ານັ້ນ, ໂດຍທົ່ວໄປແລ້ວ ໂຄງການໃຫຍ່ໆຈະພົວພັນກັບກຸ່ມທະນາຄານທີ່ອາດກະຈາຍຄວາມສ່ຽງທີ່ກ່ຽວຂ້ອງກັບການລົງທຶນຜ່ານຄ່າທຳນຽມການກູ້ຢືມຮ່ວມ. ໂດຍມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປັກກິ່ງ, ທະນາຄານນະໂຍບາຍຂອງຈີນແມ່ນສະຖາບັນການເງິນຂະໜາດໃຫຍ່ທີ່ດຳເນີນການໂດຍລັດເຊິ່ງສະໜັບສະໜູນ ແລະ ສົ່ງເສີມຈຸດປະສົງທາງນະໂຍບາຍຂອງລັດຖະບານຈີນ. ທະນາຄານທຸລະກິດມີຄວາມແຕກຕ່າງກັນໃນຂະໜາດ ແລະ ຂອບເຂດ. ທະນາຄານໃຫຍ່ຫ້າແຫ່ງ ເຊິງລວມເຖິງ Industrial and Commercial Bank of China (ICBC), Bank of China (BoC), Agricultural Bank of China (ABC), China Construction Bank (CCB) ແລະ Bank of Communications (BoCom) ແມ່ນມີການເຄື່ອນໄຫວສູງຢູ່ຕ່າງປະເທດ. ທະນາຄານຂະໜາດໃຫຍ່ກວ່າ ເຊັ່ນ: ທະນາຄານໃຫຍ່ຫ້າແຫ່ງ ແມ່ນມັກມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປັກກິ່ງ, ພ້ອມທັງສາຂາຢູ່ແຂວງຂອງຈີນ, ຮົງກົງ ແລະ ປະເທດເຈົ້າພາບ BRI. ໂດຍໜູນຫຼັງໂດຍລັດຖະບານຈີນ, ກອງທຶນເພື່ອການລົງທຶນຂອງຈີນ, ເຊັ່ນ: ກອງທຶນ Silk Road Fund, ແມ່ນສະໜອງທຶນໃຫ້ກັບລັກສະນະໃດໜຶ່ງຂອງໂຄງການ BRI.

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງຜູ້ສະໜອງທຶນຂອງຈີນ:

  • ຮັບການສະໝັກຂໍການສະໜອງທຶນໃຫ້ກັບໂຄງການຈາກນັກພັດທະນາ ແລະ ຜູ້ຮັບເໝົາ.
  • ກວດສອບ ແລະ ຈັດໝວດໝູ່ໂຄງການຕາມຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
  • ດຳເນີນການກວດສອບວິເຄາະສະຖານະເພື່ອລະບຸ, ປະເມີນ ແລະ ຄຸ້ມຄອງຄວາມສ່ຽງທາງການຄ້າ, ສິ່ງແວດລ້ອມ, ສັງຄົມ, ການມືອງ ແລະ ຊື່ສຽງ.
  • ໃຫ້ການສະໜອງທຶນແກ່ໂຄງການຕ່າງໆ.
  • ກຳນົດເງື່ອນໄຂໃນຂໍ້ຕົກລົງການສະໜອງທຶນໃຫ້ກັບໂຄງການສຳລັບນັກພັດທະນາ, ຜູ້ຮັບເໝົາ ແລະ ຜູ້ຮັບເໝົາຍ່ອຍເພື່ອດຳເນີນການກວດສອບວິເຄາະສະຖານະຢ່າງເໝາະສົມ; ແຈ້ງການ ແລະ ພົວພັນກັບປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ; ສ້າງຕັ້ງກົນໄກການຮ້ອງທຸກ; ປະເມີນ, ຄຸ້ມຄອງ ແລະ ຕິດຕາມຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ແລະ ນໍາໃຊ້ ແລະ ປົກປ້ອງຜູ້ເຮັດວຽກໃນທ້ອງຖິ່ນ.
  • ແບ່ງປັນການອັບເດດກ່ຽວກັບສະຖານະໂຄງການຢູ່ເວັບໄຊຂອງພວກເຂົາ ແລະ ໃນກອງປະຊຸມສາທາລະນະອື່ນໆ.
  • ເປີດເຜີຍເອກະສານທີ່ກ່ຽວຂ້ອງກັບໂຄງການ ເຊັ່ນ: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ແລະ ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP) ຢູ່ເວັບໄຊຂອງພວກເຂົາ ແລະ ໃນກອງປະຊຸມສາທາລະນະອື່ນໆ.

ໃນຂະນະທີ່ຊຸດເຄື່ອງມືນີ້ເນັ້ນຢໍ້າທີ່ຜູ້ສະໜອງທຶນຂອງຈີນ 11 ລາຍໃຫຍ່, ໂຄງການ BRI ສາມາດໄດ້ຮັບການສະໜອງທຶນຈາກຜູ້ສະໜອງທຶນຂອງຈີນລາຍອື່ນໆ, ພ້ອມທັງຜູ້ສະໜອງທຶນໃນທ້ອງຖິ່ນ, ພາກພື້ນ ຫຼື ລະຫວ່າງປະເທດ, ເຊິ່ງອາດປະຕິບັດງານ ຫຼື ມີຕົວຕົນໃນປະເທດເຈົ້າພາບ.

ຜູ້ສະໜອງທຶນຂອງຈີນ
ຜູ້ສະໜອງທຶນຂອງຈີນ