Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

ໂຄງການ BRI ມີທ່າແຮງທີ່ຈະສົ່ງຜົນກະທົບຕໍ່ຊຸມຊົນໃນທ້ອງຖິ່ນ, ເຊິ່ງລວມເຖິງຄົນພື້ນເມືອງ, ຄົນກຸ່ມນ້ອຍ, ແມ່ຍິງ, ຜູ້ສູງອາຍຸ, ໄວໜຸ່ມ ແລະ ຄົນພິການໃນປະເທດເຈົ້າພາບ. ເຖິງແມ່ນວ່າຄົນທີ່ໄດ້ຮັບຜົນກະທົບອາດໃຊ້ຊີວິດໃນສະຖານທີ່ໂຄງການທີ່ສະເໜີໂດຍກົງ, ໂຄງການໂຄງສ້າງພື້ນຖານຍັງສາມາດມີຜົນກະທົບທີ່ຮ້າຍແຮງ ແລະ ໃນເວລາດຽວກັນກໍສະສົມ ແລະ ຂ້າມຊາຍແດນ ຕໍ່ປະຊາຊົນທີ່ອາໄສຢູ່ໃກ້ຄຽງ ຫຼື ໄກຈາກສະຖານທີ່ໂຄງການ. ເຖິງແມ່ນຄົນເຫຼົ່ານີ້ອາດບໍ່ໄດ້ອາໄສຢູ່ໃນຂອບເຂດໂຄງການໂດຍກົງ, ພວກເຂົາຈະຖືວ່າເປັນຜູ້ຖືຜົນປະໂຫຍດຮ່ວມພາຍໃນພື້ນທີ່ອິດທິພົນຂອງໂຄງການ. ຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບຄວນດຳເນີນການກວດສອບວິເຄາະສະຖານະຢ່າງເໝາະສົມເພື່ອປະເມີນຜົນກະທົບທີ່ກວ້າງຂຶ້ນ ແລະ ແຈ້ງການ, ພົວພັນ ແລະ ປຶກສາຫາລືກັບຄົນເຫຼົ່ານີ້. 

 

ມັນເປັນສິ່ງຈຳເປັນທີ່ຈະສົນໃຈເປັນພິເສດຕໍ່ມຸມມອງ, ຄວາມຕ້ອງການ ແລະ ການປະຕິບັດຂອງຄົນກຸ່ມນ້ອຍ, ແມ່ຍິງ, ຜູ້ສູງອາຍຸ, ໄວໜຸ່ມ, ຄົນພິການ ແລະ ກຸ່ມຄົນອື່ນໆທີ່ບອບບາງ, ບໍ່ພຽງແຕ່ທັດສະນະຄະຕິຂອງຜູ້ນໍາຊຸມຊົນ, ນາຍບ້ານ ແລະ ຫົວໜ້າຄົວເຮືອນ. ຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບຕ້ອງສົ່ງເສີມສິດທິຂອງຄົນພື້ນເມືອງຕໍ່ການຍິນຍອມໂດຍສະໝັກໃຈ, ເກີດຂຶ້ນກ່ອນລ່ວງໜ້າ ແລະ ໄດ້ຮັບຂໍ້ມູນ (FPIC)

 

ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ: 

  • ຮັບເອົາຂໍ້ມູນກ່ຽວຂ້ອງກັບໂຄງການ ຈາກຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ. 
  • ເຂົ້າຮ່ວມການປະຊຸມກ່ຽວຂ້ອງກັບໂຄງການ ທີ່ຈັດຂຶ້ນໂດຍຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ, ລັດຖະບານຂອງປະເທດເຈົ້າພາບ, ຜູ້ໃຫ້ຄຳປຶກສາສຳລັບ ESIA, ເຈົ້າໜ້າທີ່ ESIA ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ. 
  • ພົວພັນ, ປຶກສາຫາລື ແລະ ຮ່ວມມືກັບຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ ແລະ ເຈົ້າໜ້າທີ່ຈາກລັດຖະບານຂອງປະເທດເຈົ້າພາບ. 
  • ໃຫ້ຂໍ້ມູນທີ່ເປັນປົກກະຕິ ແລະ ມີຄວາມໝາຍ ກ່ຽວກັບບັນຫາສິ່ງແວດລ້ອມ ແລະ ສັງຄົມ, ເຊິ່ງລວມເຖິງແຕ່ບໍ່ຈຳກັດພຽງການຮັບເອົາທີ່ດິນ, ການຊົດເຊີຍ, ການຍົກຍ້າຍຈັດສັນ, ການສະໜັບສະໜູນເພື່ອການຟື້ນຟູຊີວິດການເປັນຢູ່ ແລະ ການຈ້າງງານໃນທ້ອງຖິ່ນ.  
  • ໃຫ້ ຫຼື ລະງັບ FPIC ກ່ອນທີ່ຈະສາມາດສະຫຼຸດບການຕັດສິນໃຈໃນໂຄງການ, ໃນກໍລະນີທີ່ເປັນຄົນພື້ນເມືອງ. 
  • ຍື່ນ ການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກຫາຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ, ນັກພັດທະນາ, ຜູ້ສະໜອງທຶນ ແລະ ລັດຖະບານຂອງປະເທດເຈົ້າພາບ. 
  • ເຂົ້າຮ່ວມໃນການປະຊຸມຄະນະກຳມະການປະສານງານຊຸມຊົນ ແລະ/ຫຼື ສະພາຮ່ວມມືຕິດຕາມ.  
  • ສະໜັບສະໜູນກິດຈະກຳຕິດຕາມ ແລະ ແບ່ງປັນຂໍ້ມູນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງແຕ່ລະໂຄງການ. 

ອີກທາງເລືອກໜຶ່ງ, ພິສູດຢືນຢັນຜົນໄດ້ຮັບຂອງລາຍງານການຕິດຕາມເປັນໄລຍະທີ່ສ້າງຂຶ້ນໂດຍນັກວິໄຈ/ຜູ້ຊ່ຽວຊານ ຫຼື ຜູ້ຮັບເໝົາຍ່ອຍ, ຜູ້ຮັບເໝົາ ແລະ ນັກພັດທະນາ.