ຜູ້ຖືຜົນປະໂຫຍດຮ່ວມ
ເຈົ້າໜ້າທີ່ໃນລະດັບປະເທດ ແລະ ພາຍໃນປະເທດໃນກະຊວງ ແລະ ກົມໃນລັດຖະບານຂອງປະເທດເຈົ້າພາບຈະຕິດຕາມກວດກາໂຄງການ BRI ແລະ ໃນບາງຄັ້ງກໍເຮັດໜ້າທີ່ເປັນນັກພັດທະນາສຳລັບການລົງທຶນເຫຼົ່ານີ້.
ບົດບາດ ແລະ ຄວາມຮັບຜິດຊອບທີ່ເປັນໄປໄດ້ຂອງລັດຖະບານຂອງປະເທດເຈົ້າພາບ:
- ກັ່ງຕອງ ແລະ ຈັດໝວດໝູ່ໂຄງການຕາມຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
- ເຮັດວຽກກັບນັກພັດທະນາຂອງຈີນ ຜ່ານ ການຮ່ວມລົງທຶນ (JV) ຫຼື ກຸ່ມບໍລິສັດ.
- ຕິດຕາມກວດກາການອອກແບບ, ການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງໂຄງການ BRI.
- ແຈ້ງການ, ປຶກສາຫາລື ແລະ ຮ່ວມມືຢ່າງເປັນປະຈຳກັບປະຊາຊົນທີ່ອາດໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆ.
- ປຶກສາຫາລືກັບຄົນພື້ນເມືອງ ແລະ ຮັບເອົາການຍິນຍອມໂດຍສະໝັກໃຈ, ເກີດຂຶ້ນກ່ອນລ່ວງໜ້າ ແລະ ໄດ້ຮັບຂໍ້ມູນ (FPIC).
- ໃນປະເທດເຈົ້າພາບ BRI ເຊິ່ງເປັນບ່ອນທີ່ຄະນະອິດສະຫຼະເຮັດໜ້າທີ່ເປັນເຈົ້າໜ້າທີ່ ESIA, ໃຫ້ຄະນະດັ່ງກ່າວຮັບຜິດຊອບໃນການເຕົ້າໂຮມຄະນະວິຊາການທາງເຕັກນິກ ຫຼື ການເລືອກຜູ້ຊ່ຽວຊານສະເພາະເພື່ອທົບທວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA), ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP) ແລະ ລາຍງານການຕິດຕາມສິ່ງແວດລ້ອມ ແລະ ສັງຄົມເປັນໄລຍະສຳລັບແຕ່ລະໂຄງການ.
- ໃນປະເທດເຈົ້າພາບອື່ນໆ, ໃຫ້ເຮັດໜ້າທີ່ເປັນເຈົ້າໜ້າທີ່ ESIA. ພົວພັນກັບຕົວແທນຂອງໜ່ວຍງານລັດຖະບານທີ່ກ່ຽວຂ້ອງເພື່ອດຳເນີນການທົບທວນ ESIA, ESMP ແລະ ລາຍງານການຕິດຕາມເປັນໄລຍະຢ່າງຄອບຄຸມ.
- ເປີດເຜີຍຂໍ້ມູນກ່ຽວຂ້ອງກັບໂຄງການ, ເຊິ່ງລວມເຖິງ ESIA ແລະ ESMP, ຢູ່ເວັບໄຊຂອງໜ່ວຍງານລັດຖະບານ ແລະ ໃນກອງປະຊຸມສາທາລະນະ.
- ແບ່ງປັນເອກະສານກ່ຽວຂ້ອງກັບໂຄງການເປັນພາສາທ້ອງຖິ່ນກັບປະຊາຊົນທີ່ໄດ້ຮັບຜົນກະທົບ.
- ຄຸ້ມຄອງຂະບວນການສຳລັບການຮັບເອົາທີ່ດິນ ແລະ ການໃຫ້ການຊົດເຊີຍທີ່ພຽງພໍ, ການຍົກຍ້າຍຈັດສັນ ແລະ ການຊ່ວຍເຫຼືອເພື່ອການຟື້ນຟູຊີວິດການເປັນຢູ່ໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບ.
- ຈັດຕັ້ງ ແລະ ຮັກສາກົນໄກການຮ້ອງທຸກສຳລັບລັກສະນະທີ່ສະເພາະຂອງໂຄງການໂຄງສ້າງພື້ນຖານ ເຊັ່ນ: ການປະເມີນ ແລະ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESAM), ການຮັບເອົາທີ່ດິນ ແລະ ບັນຫາການຈ້າງງານ.
- ສົ່ງເສີມ ແລະ ສະໜັບສະໜູນການຄັດເລືອກ ແລະ ການຈ້າງງານຜູ້ເຮັດວຽກໃນທ້ອງຖິ່ນ.