Skip to main content
ຮຽນຮູ້ເພີ່ມເຕີມ
ກ່ຽວກັບຊຸດເຄື່ອງມືນີ້

ໂຄງການລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ (BRI) ຂອງຈີນ ລວມມີບັນດາ ໂຄງການ ພື້ນຖານໂຄງລ່າງທົ່ວໂລກ ເຊິ່ງໂຄງການຂະໜາດ​ໃຫຍ່ນີ້​ສາມາດ​ສ້າງ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ ຫຼື​ ຜົນ​ເສຍ​ຫາຍ​ຕໍ່​ປະຊາຊົນ​ຫຼາຍ​ສິບ​ລ້ານ​ຄົນ, ຂຶ້ນກັບ​ວ່າ​ໂຄງການ​ເຫຼົ່າ​ນີ້​ຖືກ​ອອກ​ແບບ, ສະໜອງ​ທຶນ, ປະຕິບັດ ​ແລະ ດຳ​ເນີນ​ງານ​ໄດ້​ດີ​ປານ​ໃດ. ຫຼາຍໂຄງການທີ່ປະເທດເຈົ້າພາບ ມີກຸ່ມປະຊາກອນທີ່ມີ ຄວາມບອບບາງ  ທີ່ການອອກສິດອອກສຽງ ແລະ ຄວາມກັງວົນຂອງຕົນອາດຈະຖືກມອງຂ້າມ ແລະ ຜູ້ທີ່ອາດຈະປະສົບກັບບັນຫາທີ່ບໍ່ສົມສ່ວນກັບໜຶ່ງ ຫຼື ຫຼາຍໂຄງການ BRI. ນອກຈາກນັ້ນ, ຜູ້ສະໜອງທຶນຂອງຈີນ, ຜູ້ພັດທະນາ ແລະ ຜູ້ຮັບເໝົາ ກໍອາດຈະຍັງບໍ່ຄຸ້ນເຄີຍກັບສິ່ງແວດລ້ອມ, ພາສາ ຫຼື ວັທະນະທຳຂອງທ້ອງຖິ່ນອີກດ້ວຍ. 

ໃນປີ 2019, ສະຖາບັນນະໂຍບາຍປະຊາຄົມອາຊີ (ASPI) ໄດ້ຈັດພິມບົດລາຍງານ, ມຸ່ງໄປເຖິງໂຄງການລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ, ເຊິ່ງໄດ້ກຳນົດບັນຫາ ແລະ ຂໍ້ສະເໜີແນະຂັ້ນສູງ ເພື່ອແນໃສ່ຊ່ວຍໃຫ້ບັນດາໂຄງການ BRI ບັນລຸຜົນປະໂຫຍດ ແລະ ຍືນຍົງ. ASPI ເຫັນວ່າມີຫຼາຍໂຄງການ BRI ຍັງບໍ່ໄດ້ມີການແກ້ໄຂສິດການນຳໃຊ້ທີ່ດິນ, ສຸຂະພາບ ແລະ ຄວາມປອດໄພຂອງຊຸມຊົນ (H&S), ບົດບາດຍິງຊາຍ, ມາດຕະຖານແຮງງານ ແລະບັນຫາສຳຄັນອື່ນໆ ຢ່າງພຽງພໍ. ການຄົ້ນຄວ້າວິໄຈ ກໍຍັງໄດ້ສະແດງໃຫ້ເຫັນວ່າ ຂໍ້ມູນທີ່ຊັດເຈນ ແລະ ສາມາດເຂົ້າເຖິງໄດ້ກ່ຽວກັບບັນດາໂຄງການ BRI ແລະ ຜົນກະທົບຂອງມັນ ຍັງບໍ່ໄດ້ມີການສະໜອງໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບ ແລະ ຍັງບໍ່ໄດ້ສ້າງກົນໄກຢ່າງເປັນທາງການຂຶ້ນມາ ເພື່ອໃຫ້ປະຊາຊົນໃນທ້ອງຖິ່ນສາມາດຊອກຫາທາງແກ້ໄຂບັນຫາທີ່ເປັນຜົນມາຈາກໂຄງການເຫຼົ່ານີ້. ບົດລາຍງານຂອງ ASPI ໄດ້ໃຫ້ຄໍາແນະນໍາທີ່ສໍາຄັນສອງປະການ ຄື: ປະການທີໜຶ່ງ, ຜູ້ວາງແຜນໂຄງການ BRI ຄວນດໍາເນີນ ການປະເມີນຜົນກະທົບຕໍ່ສັງຄົມ (SIA), ຢ່າງລະອຽດ ແລະ ປະການທີສອງ, ສະມາຊິກຊຸມຊົນ ແລະ ຜູ້ມີສ່ວນກ່ຽວຂ້ອງຂອງປະເທດເຈົ້າພາບຄວນໄດ້ຮັບການແຈ້ງໃຫ້ຊາບ, ປຶກສາຫາລື ແລະ ມີສ່ວນຮ່ວມຕະຫຼອດໄລຍະຂອງແຕ່ລະໂຄງການພື້ນຖານໂຄງລ່າງ. ຊຸດເຄື່ອງມືນີ້ ຖືກອອກແບບມາເພື່ອຊ່ວຍໃຫ້ປະຊາກອນໃນທ້ອງຖິ່ນທັງ ໃນ ແລະ ອ້ອມແອ້ມໂຄງການ BRI ແລະ ຜູ້ຮັບເໝົາ, ຜູ້ພັດທະນາ ແລະ ຜູ້ສະໜອງທຶນຂອງຈີນ ສາມາດຮັບມືກັບສິ່ງທ້າທາຍເຫຼົ່ານີ້ໄດ້ດີຂຶ້ນ ແລະ ຈັດຕັ້ງປະຕິບັດບັນດາຄຳແນະນຳດັ່ງກ່າວ. 

ASPI ໄດ້ດໍາເນີນການຄົ້ນຄ້ວາວິໄຈໃນທົ່ວອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້, ໂດຍສຸມໃສ່ໂດຍສະເພາະໃນກໍາປູເຈຍ, ລາວ ແລະ ອິນໂດເນເຊຍ. ສາມ​ປະ​ເທດ​ນີ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ບັນດາ​ໂຄງການ BRI ຂະໜາດ​ໃຫຍ່; ພວກ​ເຂົາ​ເຈົ້າ​ແມ່ນ​ຢູ່ໃນ​ບັນ​ດາ​ປະເທດ​ທໍາ​ອິດ​ທີ່​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ​ໃນ​ປີ 2013​ ແລະ ​ເຂົາ​ເຈົ້າ​ຢູ່​ໃນ​ໄລ​ຍະ​ທີ່​ແຕກ​ຕ່າງ​ກັນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​. ເຖິງວ່າຊຸດເຄື່ອງມືດັ່ງກ່າວ ຈະມີຂໍ້ມູນສະເພາະບາງປະເທດ ແລະ ຈະມີເປັນພາສາແຫ່ງຊາດຂອງສາມປະເທດເຫຼົ່ານີ້ເທົ່ານັ້ນກໍຕາມ, ແຕ່ ກໍມີປະໂຫຍດຕໍ່ບັນດາຊຸມຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ BRI ຢູ່ບ່ອນອື່ນໃນອາຊີ ແລະ ທົ່ວໂລກ. ສະບັບພາສາຈີນ (ແບບງ່າຍ) ແມ່ນເປັນປະໂຫຍດໃນການຊ່ວຍເຫຼືອເຈົ້າໜ້າທີ່ຈີນ, ຜູ້ສະໜອງທຶນ, ຜູ້ພັດທະນາ ແລະ ຜູ້ຮັບເໝົາທີ່ກ່ຽວຂ້ອງກັບໂຄງການ BRI, ໂດຍສະເພາະໃນອາຊີຕາເວັນອອກສຽງໃຕ້. 

​ໃນ​ການ​ດຳ​ເນີນ​ການ​ຄົ້ນ​ຄ້ວາ​ນີ້, ASPI ​ໄດ້​ສ້າງ​ຕັ້ງ​ກຸ່ມ​ທີ່​ປຶກສາ​ຜູ້​ຊ່ຽວຊານ​ຈີນ ແລະ ສາກົນອື່ນໆ ​ທີ່​ມີ​ປະສົບ​ການ​ໃນ​ການ​ຕິດຕາມ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ, ພັດທະນາ​ນະ​ໂຍບາຍ​ສິ່ງ​ແວດ​ລ້ອມ​ ແລະ ​ສັງຄົມ, ສ້າງ​ຍຸດ​ທະ​ສາດ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກສ່ວນ​ກ່ຽວຂ້ອງ ​ແລະ ​ຊຸກຍູ້​ການ​ພັດທະນາ​ແບບ​ລວມສູນ​ ແລະ ​ຍືນ​ຍົງ ລວມທັງສິດ ແລະ ຄວາມຈຳເປັນຂອງບັນດາຊຸມຊົນໃນທ້ອງຖິ່ນ. ນອກຈາກນັ້ນ ASPI ຍັງໄດ້ຮ່ວມມືກັບຄູ່ຮ່ວມພັດທະນາຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ໃນຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້ ທີ່ຊ່ວຍດໍາເນີນການພາກສະໜາມ ແລະ ຈັດຕັ້ງການສໍາພາດຜູ້ມີສ່ວນກ່ຽວຂ້ອງ ແລະ ກອງປະຊຸມໂຕະມົນ. 

ເປົ້າໝາຍຂອງ ASPI ແມ່ນເພື່ອຢາກໃຫ້ຊຸດເຄື່ອງມືນີ້ຖືກນຳໃຊ້ໂດຍຜູ້ມີສ່ວນກ່ຽວຂ້ອງໃນທ້ອງຖິ່ນທີ່ມີໂຄງການ BRI ທີ່ກຳລັງວາງແຜນ, ກຳລັງດຳເນີນການ ຫຼື ຫາກໍ່ສ້າງສຳເລັດໃໝ່ ເພື່ອໃຫ້ເຂົ້າໃຈເຖິງຂະບວນການ, ຂັ້ນຕອນ ແລະ ຜູ້ມີສ່ວນຮ່ວມໄດ້ດີຂຶ້ນ. ເຂົ້າໃຈດີຂຶ້ນໂດຍບັນດາພາກສ່ວນກ່ຽວຂ້ອງທັງໝົດສາມາດປ້ອງກັນບັນຫາ ແລະ ຫຼຸດຜ່ອນຄວາມຂັດແຍ້ງ. ນອກຈາກນັ້ນ, ເຄື່ອງມືອາດຈະຖືກນໍາໃຊ້ເພື່ອຮຽນຮູ້ກ່ຽວກັບການປະຕິບັດແລະ ມາດຕະຖານທີ່ດີທີ່ສຸດຂອງຈີນ ແລະ ສາກົນ, ເຊັ່ນດຽວກັນກັບການກໍານົດພາລະບົດບາດ ແລະ ຄວາມຮັບຜິດຊອບຂອງອົງການຕ່າງໆທີ່ກ່ຽວຂ້ອງກັບໂຄງການ BRI. ​ຊຸດ​ເຄື່ອງມື​ໄດ້​ອະທິບາຍ​ເຖິງ​ຂັ້ນ​ຕອນ​ທີ່​ຜູ້​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ທ້ອງ​ຖິ່ນ ​ແລະ ບັນດາ​ກຸ່ມ​ສາມາດ​ດຳ​ເນີນ​ການ​ຖາມ​ຄຳ​ຖາມ, ​ແບ່ງປັນ​ຄວາມ​ຄິດ, ​ເຂົ້າ​ຮ່ວມ​ການ​ໂຄສະນາ​ຫາ​ສຽງ​ສາທາລະນະ, ດຳ​ເນີນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ​ແລະ ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຊຸມ​ຊົນ. 

ສໍາລັບຜູ້ໃຊ້ຊຸດເຄື່ອງມືທີ່ເປັນຄົນຈີນ, ພວກເຮົາອະທິບາຍອົງປະກອບຂອງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ແລະ ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ; ວາງ​ມາດ​ຕະ​ຖານ​ ແລະ​ ແນວທາງປະ​ຕິ​ບັດ​ລະດັບສາ​ກົນ ​ແລະ​ ຈີນ​ທີ່​ກ່ຽວ​ຂ້ອງ​; ສະ​ເໜີ​ຂັ້ນ​ຕອນ​ການ​ເຄື່ອນ​ໄຫວ​ສະ​ເພາະທີ່ບັນດາ​ບໍ​ລິ​ສັດຈີນ,​ ຜູ້ສະໜອງທຶນ ແລະ ​ຜູ້ກ່ຽວຂ້ອງອື່ນໆ​ ສາ​ມາດ​ປະຕິບັດ​ໄດ້; ແລະ ອະທິບາຍວ່າ ມາດຕະການເຫຼົ່ານີ້ຈະຊ່ວຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຄວາມສ່ຽງ, ຫຼີກເວັ້ນບັນຫາ ແລະ ນໍາໄປສູ່ຜົນໄດ້ຮັບທີ່ດີກວ່າຄືແນວໃດ. 

ສໍາລັບຂໍ້ມູນເພີ່ມຕື່ມ ຫຼື ຄໍາຖາມສະເພາະກ່ຽວກັບຊຸດເຄື່ອງມື, ກະລຸນາຕິດຕໍ່ພວກເຮົາໄດ້ທີ່ [email protected]

ກ່ຽວກັບຜູ້ຂຽນ

ທ່ານ Daniel R. Russel ເປັນຮອງປະທານຝ່າຍຄວາມໝັ້ນຄົງສາກົນ ແລະ ການທູດປະຈຳ ASPI. ກ່ອນໜ້ານີ້, ທ່ານໄດ້ຮັບໜ້າທີ່ເປັນນັກການທູດຢູ່ໃນສະຖານທູດ ແລະ ເປັນທູດອາວຸໂສທີ່ ASPI ເປັນໄລຍະໜຶ່ງປີ. ທ່ານເປັນສະມາຊິກດ້ານອາຊີບການງານຂອງ ອົງການບໍລິການຕ່າງປະເທດອາວຸໂສ ຢູ່ ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງສະຫະລັດ, ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ. ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງ​ຢູ່​ທຳນຽບຂາວ​ໃນ​ຖານະ​ເປັນ​ຜູ້​ຊ່ວຍ​ພິ​ເສດ​ຂອງ​ປະທານາທິບໍດີ ​ແລະ ຜູ້​ອຳ​ນວຍ​ການ​ອາວຸ​ໂສ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຝ່າຍ​ອາຊີ, ເຊິ່ງເປັນບ່ອນ​ທີ່​ທ່ານ​ໄດ້​ຊ່ວຍ​ສ້າງ​ຄວາມ​ດຸ່ນດ່ຽງ​ດ້ານ​ຍຸດ​ທະ​ສາດ​ຂອງ​ປະທານາທິບໍດີ ໂອບາມາ ກັບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ, ລວມທັງ​ຄວາມ​ພະຍາຍາມ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຂອງ​ອາ​ເມ​ລິ​ກາ​ກັບ​ບັນດາ​ອົງການ​ຫຼາຍ​ຝ່າຍ ​ແລະ​ ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ. ໃນການດຳລົງຫຼາຍຕຳແໜ່ງ​ຂອງ​ທ່ານ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ໄດ້​ຮັບ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ແລະ ຫົວໜ້າ ສະຖານກົງສຸນໃຫຍ່ສະຫະລັດຢູ່ເມືອງ ໂອຊາກາ-ໂກເບ. 

ທ່ານ Blake H. Berger ເປັນຮອງຜູ້ອໍານວຍການປະຈຳ ASPI. ກ່ອນ​ທີ່​ຈະ​ເຂົ້າ​ເຮັດວຽກນຳ ASPI, ທ່ານ​ເປັນ​ຜູ້​ຮ່ວມ​ການ​ຄົ້ນ​ຄວ້າ​ຢູ່​ສູນ​ອາ​ຊີ ແລະ​ ໂລກ​ກາພິວັດ ​ຢູ່​ໂຮງ​ຮຽນ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ Lee Kuan Yew, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ. ຄວາມສົນໃຈໃນການ​ຄົ້ນ​ຄ້​ວາ​ຂອງ​ທ່ານ Blake ໄດ້​ແກ່ ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (ອາ​ຊຽນ), ໂຄງການຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ, ການ​ເຊື່ອມ​ໂຍງ​ພາກ​ພື້ນ, ການ​ພົວ​ພັນ​ສາ​ກົນ, ເສດ​ຖະ​ກິດ​ການ​ເມືອງ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງສະຫະລັດ​ຕໍ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ນະ​ໂຍ​ບາຍ​ການ​ຄ້າ​ສາ​ກົນ. ທ່ານ Blake ຈົບລະດັບປະລິນຍາໂທດ້ານການເມືອງປຽບທຽບ ໂດຍສຸມໃສ່ອາຊີຕາເວັນອອກສຽງໃຕ້ຈາກໂຮງຮຽນການບໍລິການສາກົນຂອງມະຫາວິທະຍາໄລອາເມລິກາ ແລະ ປະລິນຍາຕີດ້ານສັງຄົມວິທະຍາຈາກມະຫາວິທະຍາໄລ Massachusetts Boston. 

ທ່ານ ນາງ Jacinta Y. Chen ເປັນຜູ້ຊ່ວຍໂຄງການປະຈຳ ASPI. ໃນຄວາມສາມາດນີ້, ທ່ານເຮັດວຽກຮ່ວມກັບຮອງປະທານ ASPI ທ່ານ Daniel Russel ແລະ ຮອງຜູ້ອໍານວຍການ ທ່ານ Blake Berger ກ່ຽວກັບບັນດາໂຄງການທີ່ກ່ຽວຂ້ອງກັບ BRI. ເມື່ອບໍ່ດົນມານີ້, ທ່ານໄດ້ຄົ້ນຄວ້າເຖິງແນວທາງປະຕິບັດທີ່ດີທີ່ສຸດ ສໍາລັບພື້ນຖານໂຄງລ່າງແບບຍືນຍົງ ແລະ ໄດ້ເປັນການປະກອບສ່ວນທີ່ສໍາຄັນໃນການພັດທະນາຊຸດເຄື່ອງມືດິຈິຕອນທໍາອິດຂອງ ASPI. ກ່ອນທີ່ຈະດຳລົງຕຳແໜ່ງນີ້, ທ່ານໄດ້ເຮັດວຽກເປັນນັກຮຽນຝຶກງານຄົ້ນຄ້ວາວິໄຈຢູ່ ASPI ແລະ ເປັນນັກວິໄຈນັກສຶກ ສາສໍາລັບສຳນັກງານທ່ານເຈົ້າຄອງນະຄອນ Los Angeles. ທ່ານ ນາງ Jacinta ຈົບປະລິນຍາຕີດ້ານປະຫວັດສາດ ແລະ ການເມືອງ ຈາກວິທະຍາໄລ Pomona ແລະ ຈະເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ Cambridge ໃນຖານະນັກວິຊາການ Downing-Pomona ໃນລະດູໃບໄມ້ປົ່ງ ປີ 2022. 

ໂຄງ​ການ​ນີ້​ເກີດຂຶ້ນ​ໄດ້​ ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ມູນ​ນິ​ທິ Ford​.