Skip to main content
ນິຍາມ

ການກະທຳໃດໜຶ່ງທີ່ກໍ່ໃຫ້ເກີດອັນຕະລາຍທັງທາງກົງ ຫຼື ທາງອ້ອມ ເຊິ່ງສະເໜີ, ຂົ່ມຂູ່ ຫຼື ດຳເນີນການຕໍ່ບຸກຄົນ, ຄອບຄົວ, ຊຸມຊົນ ຫຼື ກຸ່ມສັງຄົມ. ຕົວຢ່າງ: ຜູ້ຮ້ອງທຸກສາມາດຜະເຊີນໜ້າກັບການແກ້ແຄ້ນຍ້ອນສົ່ງການສອບຖາມ/ຄວາມກັງວົນ/ຄຳຮ້ອງທຸກຕໍ່ກົນໄກການຮ້ອງທຸກ. ໃນກໍລະນີນີ້, ການແກ້ແຄ້ນສາມາດລວມເຖິງແຕ່ບໍ່ສະເພາະພຽງການຂົ່ມເຫັງ, ການປະຕິບັດໃນລັກສະນະທີ່ຈຳແນກ ຫຼື ການລະງັບສິດທິໂດຍມີເຈດຕະນາເພື່ອຢຸດ ຫຼື ຫ້າມບໍ່ໃຫ້ຜູ້ຮ້ອງທຸກຍື່ນ ຫຼື ດຳເນີນການເພີ່ມເຕີມຜ່ານກົນໄກການຮ້ອງທຸກ.

(ບັນດາ)ແຫຼ່ງທີ່ມາ

Adapted from Asian Infrastructure Investment Bank (AIIB), "Enhancing AIIB's Accountability: The Project-Affected People's Mechanism," 2018, View the PDF.