Skip to main content
定义

ເຄື່ອງມືທີ່ກວດສອບຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ເຊື່ອມໂຍງກັບຍຸດທະສາດ, ນະໂຍບາຍ, ແຜນການ ຫຼື ໂປຣແກຣມທີ່ສະເພາະ ຫຼື ມີຊຸດໂຄງການສຳລັບພາກພື້ນທີ່ສະເພາະ (ເຊັ່ນ: ພື້ນທີ່ເທດສະບານ, ລຸ່ມນໍ້າ ຫຼື ເຂດຊາຍຝັງ); ປະເມີນ ແລະ ປຽບທຽບຜົນກະທົບໃສ່ຜົນກະທົບຂອງຕົວເລືອກທີ່ເປັນທາງເລືອກ; ປະເມີດນລັກສະນະກົດໝາຍ ແລະ ສະຖາບັນທີ່ກ່ຽວຂ້ອງກັບຄວາມສ່ຽງ ແລະ ຜົນກະທົບ; ແລະ ສະເໜີມາດຕະການໃນວົງກວ້າງເພື່ອເສີມສ້າງການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມໃນພາກພື້ນ. ການປະເມີນໃນພາກພື້ນຈະໃຫ້ຄວາມສົນໃຈເປັນຢ່າງຍິ່ງກັບຜົນກະທົບສະສົມທີ່ອາດເກີດຂຶ້ນຂອງຫຼາຍກິດຈະກຳ ຫຼື ໂຄງການ ແຕ່ອາດບໍ່ລວມເຖິງການວິເຄາະສະເພາະສະຖານທີ່ຂອງໂຄງການທີ່ສະເພາະ. ໃນກໍລະນີເຫຼົ່ານີ້, ຜູ້ໃຫ້ຄຳປຶກສາສຳລັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ຄວນພັດທະນາຂໍ້ມູນປະກອບ.

原文

Adapted from World Bank, "World Bank Environmental and Social Framework," Washington, DC, 2016, View the PDF; Asian Infrastructure Investment Bank (AIIB), "Environmental and Social Framework," 2021, View the PDF.