ຂະບວນການທີ່ກຳນົດຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ເຊິ່ງລວມເຖິງຄວາມສ່ຽງ ແລະ ຜົນກະທົບຕໍ່ສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ) ຂອງໂຄງການທີ່ສະເໜີໃນພື້ນທີ່ອິດທິພົນຂອງມັນ. ມັນຍັງເປັນເອກະສານຄອບຄຸມກ່ຽວກັບຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການ. ໂດຍປົກກະຕິແລ້ວ, ESIA ຈະຖືກກະກຽມສຳລັບການພັດທະນາພື້ນທີ່ສີຂຽວ ຫຼື ການຂະຫຍາຍຂະໜາດໃຫຍ່ທີ່ມີອົງປະກອບທາງກາຍະພາບ, ລັກສະນະ ແລະ ສະຖານທີ່ທີ່ລະບຸໄວ້ໂດຍສະເພາະ ເຊິ່ງມີທ່າອ່ຽງທີ່ຈະສ້າງຜົນກະທົບຄັ້ງໃຫຍ່ຕໍ່ສິ່ງແວດລ້ອມ ຫຼື ສັງຄົມ. ໃນກໍລະນີທີ່ໂຄງການມີໂອກາດເປັນໄປໄດ້ທີ່ຈະກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ສິດທິມະນຸດ, ເອກະສານຄວນລວມເຖິງການປະເມີນຜົນກະທົບເຫຼົ່ານັ້ນ. ຕົວຢ່າງຂອງເອກະສານການປະເມີນລວມເຖິງແຕ່ບໍ່ສະເພາະພຽງລາຍການດັ່ງຕໍ່ໄປນີ້: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການກວດສອບສິ່ງແວດລ້ອມ ແລະ ສັງຄົມ, ການປະເມີນໄພອັນຕະລາຍ, ການປະເມີນຄວາມສ່ຽງ, ການປະເມີນຜົນກະທົບສະສົມ, ການວິເຄາະສັງຄົມ ແລະ ຂໍ້ຂັດແຍ່ງ, ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP), ໂຄງຮ່າງງານເພື່ອຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ, ESIA ໃນລະດັບພາກພື້ນ, ESIA ໃນລະດັບຂະແໜງການ, ການປະເມີນສິ່ງແວດລ້ອມ ແລະ ສັງຄົມໃນລະດັບຍຸດທະສາດ (SESA), ແຜນຍົກຍ້າຍຈັດສັນ, ແຜນຟື້ນຟູຊີວິດການເປັນຢູ່, ແຜນການເພື່ອຄົນພື້ນເມືອງ (IPP), ແຜນປະຕິບັດງານດ້ານຊີວະນາໆພັນ (BAP), ແຜນການຄຸ້ມຄອງມໍລະດົກທາງວັດທະນະທຳ (CHMP) ແລະ ການອະນຸຍາດສິ່ງແວດລ້ອມສະເພາະໂຄງການທີ່ກ່ຽວຂ້ອງ. ການສະຫຼຸບສິ່ງແວດລ້ອມ ແລະ ສັງຄົມທີ່ບໍ່ແມ່ນທາງເຕັກນິກສາມາດເສີມປະກອບໃຫ້ກັບເອກະສານການປະເມີນ, ໂດຍສະເພາະເມື່ອໄດ້ເປີດເຜີຍສິ່ງເຫຼົ່ານີ້ຕໍ່ສາທາລະນະຊົນໂດຍເປັນສ່ວນໜຶ່ງຂອງຂະບວນການການມີສ່ວນຮ່ວມຂອງຜູ້ຖືຜົນປະໂຫຍດຮ່ວມໃນຂອບເຂດທີ່ກວ້າງຂຶ້ນ. ເຖິງແມ່ນຜົນກະທົບ ແລະ ຄວາມສ່ຽງຕໍ່ສິ່ງແວດລ້ອມອາດຖືກກວດສອບໂດຍເປັນສ່ວນໜຶ່ງຂອງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA) ໃນປະເທດເຈົ້າພາບບາງປະເທດ, ມັນສຳຄັນທີ່ຈະກຳນົດວ່າອາດຈຳເປັນຕ້ອງມີການປະເມີນຜົນກະທົບຕໍ່ສັງຄົມ (SIA) ແຍກຕ່າງຫາກ ຫຼື ເສີມປະກອບ ຫຼື ບໍ່ ເພື່ອລະບຸຜົນກະທົບ ແລະ ຄວາມສ່ຽງຕໍ່ສັງຄົມໃນຂອບເຂດທີ່ຄົບຖ້ວນສົມບູນ ໂດຍສະເພາະແມ່ຍິງ; ຜູ້ອາວຸໂສ; ເດັກນ້ອຍ ແລະ ໄວໜຸ່ມ; ຄົນພິການ; ຄົນພື້ນເມືອງ; ຄົນກຸ່ມນ້ອຍຕ່າງເຊື້ອຊາດ, ພາສາ ແລະ ສາສະໜາ; ຜູ້ລີ້ໄພ; ແລະ ປະຊາກອນທີ່ຖືກເຄື່ອນຍ້າຍ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການພົວພັນກັບປະຊາຊົນທີ່ໄດ້ຮັບຜົນກະທົບ, ອົງການປະຊາສັງຄົມ (CSO)/ອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ແລະ ຜູ້ຖືຜົນປະໂຫຍດຮ່ວມລາຍອື່ນໆໃນການປະເມີນນີ້, ໃຫ້ເບິ່ງ ການກະກຽມ ແລະ ການຈັດຕັ້ງປະຕິບັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA).