Skip to main content
ຜູ້ຖືຜົນປະໂຫຍດຮ່ວມ

Export-Import Bank of China (China Exim Bank)

ຄຳອະທິບາຍ

China Exim Bank ສະໜັບສະໜູນການຄ້າຕ່າງປະເທດ, ການລົງທຶນ ແລະ ການຮ່ວມມືທາງເສດຖະກິດລະຫວ່າງປະເທດສຳລັບໂຄງການໂຄງສ້າງພື້ນຖານຂອງປະເທດຈີນ. ທະນາຄານດັ່ງກ່າວສະໜອງເງິນປ່ອຍກູ້ທີ່ສຳລັບການສຳປະທານ ແລະ ສິນເຊື່ອຂອງຜູ້ຊື້ບູລິມະສິດ, ພ້ອມທັງເງິນປ່ອຍກູ້ທີ່ບໍ່ແມ່ນສຳລັບການສຳປະທານ. ຄ້າຍຄືກັບ China Development Bank (CDB), ທະນາຄານດັ່ງກ່າວອາດອະນຸຍາດເງິນປ່ອຍກູ້ເປັນກຸ່ມຮ່ວມກັບທະນາຄານທຸລະກິດສຳລັບໂຄງການໂຄງສ້າງພື້ນຖານຂະໜາດໃຫຍ່.

 

China Exim Bank ໃຫ້ການສະໜອງທຶນແບບລາຍບຸກຄົນ ແລະ ການສະໜອງທຶນຮ່ວມສຳລັບໂຄງການໃນຂະແໜງການຕ່າງໆ ເຊິ່ງລວມເຖິງພະລັງງານ; ການຂົນສົ່ງ ແລະ ການເກັບຮັກສາ; ການກະສິກຳ; ກາສື່ສານ; ນໍ້າປະປາ ແລະ ສຸຂະພິບານ; ອຸດສາຫະກຳ, ການຂຸດແຮ່ ແລະ ການກໍ່ສ້າງ; ໂຄງສ້າງພື້ນຖານ ແລະ ການບໍລິການທາງສັງຄົມ; ສາທາລະນະສຸກ; ການບໍລິການໜີ້ສິນ; ການປົກປ້ອງສິ່ງແວດລ້ອມໂດຍທົ່ວໄປ; ລັດຖະບານ ແລະ ພາກປະຊາສັງຄົມ; ນະໂຍບາຍ ແລະ ລະບຽບການຄ້າ; ການສຶກສາ; ແລະ ວຽກງານຫຼາຍຂະແໜງການ. 

ແຫຼ່ງທີ່ມາສຳລັບຄຳອະທິບາຍ

Adapted from The Export-Import Bank of China, “About the Bank,” accessed in 2022, View the Website; AidData, “AidData's Global Chinese Development Finance Dataset,” Version 2.0, 2021, View the Website.

ທີ່ຢູ່ຂອງສຳນັກງານ

No. 30 Fuxingmennei Street, XiCheng District, Beijing, 100031, People's Republic of China

ທີ່ຢູ່ໄປສະນີ

Export-Import Bank of China, No. 30 Fuxingmennei Street, XiCheng District, Beijing, 100031, People's Republic of China

ເລກໂທລະສັບ

+86 10-8357-9988 

ເລກແຟັກ

+86 10-6606-0636

ບັນຊີສື່ສັງຄົມ